ອົງການໄອຍະການປະຊາຊົນ ແຂວງຫຼວງພະບາງ ໄດ້ຈັດພິທີປະກາດແຕ່ງຕັ້ງ ຮັກສາການ ຫົວໜ້າອົງການໄອຍະການປະຊາຊົນ ແຂວງ ໃນວັນທີ 8 ມັງກອນ ປີ 2021; ໂດຍມີ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ພະນັກງານ ອົງການໄອຍະການປະຊາຊົນ ແຂວງ ເຂົ້າຮ່ວມ.

ທ່ານ ຄຳຜຸຍ ຈັນທະວະດີ ຮອງຄະນະຈັດຕັ້ງແຂວງຫຼວງພະບາງ ໄດ້ຜ່ານຂໍ້ຕົກລົງຂອງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍ ການຍົກຍ້າຍຫົວໜ້າອົງການໄອຍະການປະຊາຊົນ ແຂວງຫຼວງພະບາງ ເລກທີ 590/ອອ ປສ, ລົງວັນທີ 1 ທັນວາ 2020; ໂດຍໄດ້ໂຍກຍ້າຍ ທ່ານ ບຸນເລືອມ ມະນີວົງ ຫົວໜ້າອົງການໄອຍະການປະຊາຊົນ ແຂວງຫຼວງພະບາງ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ເປັນຮອງເຈົ້າແຂວງຫຼວງພະບາງ ແລະ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງ ຮັກສາການ ຫົວໜ້າອົງການໄອຍະການປະຊາຊົນ ແຂວງຫຼວງພະບາງ ເລກທີ 591/ອອປສ, ລົງວັນທີ 1 ທັນວາ ປີ 2020; ໂດຍໄດ້ແຕ່ງຕັ້ງ ທ່ານ ຊົ່ງຊົ່ວຊື່ ນູ່ ເປັນ ຮັກສາການ ຫົວໜ້າອົງການໄອຍະການປະຊາຊົນ ແຂວງຫຼວງພະບາງ; ສ່ວນຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

ໃນໂອກາດດຽວກັນ, ທ່ານ ວົງສະຫວັນ ເທບພະຈັນ ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນ ຮັກສາການຜູ້ໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ເຕົ້າໂຮມຄວາມສາມັກຄີ, ປັບປຸງແບບແຜນວິທີເຮັດວຽກ ແລະ ສຸມໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດ ເພື່ອຊີ້ນຳ-ພາ ອົງການໄອຍະການປະຊາຊົນ ແຂວງຫຼວງພະບາງ ໃຫ້ມີຄວາມເຕີບໃຫ່ຍເຂັ້ມແຂງຂຶ້ນເລື້ອຍໆ.