ຄ້າຍຄຸມຂັງ – ດັດສ້າງ ປກສ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2020 ແລະ ແຜນການປີ 2021 ໃນອາທິດຜ່ານມາ, ເປັນປະທານ ໂດຍ ພັທ ວົງເພັດ ແກ້ວມະນີ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ໃຫ້ກຽດເຂົ້າຮ່ວມ ໂດຍ ພັອ ສົມເພັດ ປັນແກ້ວ ຮອງຫົວໜ້າກອງບັນຊາການ ປກສ ແຂວງ; ມີຄະນະພັກ-ຄະ ນະບັນຊາ, ພະນັກງານຫຼັກແຫຼ່ງ, ພ້ອມດ້ວຍນາຍ ແລະ ພົນຕໍາ ຫຼວດ ເຂົ້າຮ່ວມ.

ພັທ ວົງເພັດ ແກ້ວມະນີ ໄດ້ສະຫຼຸບຕີລາຄາສະພາບການ ອັນພົ້ນເດັ່ນທີ່ພົວພັນເຖິງວຽກ ງານຄຸມຂັງດັດສ້າງ ຕີລາຄາດ້ານດີ ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນ ທີ່ຖອດຖອນໄດ້ໃນການເຄື່ອນ ໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະ 1 ປີຜ່ານ ມາ, ພ້ອມທັງເປັນເອກະພາບສູງຕໍ່ທິດທາງແຜນການໃນປີຕໍ່ໜ້າ; ຕະຫຼອດໄລຍະ 1 ປີຜ່ານມາ ນອກ ຈາກຄະນະພັກໄດ້ເອົາໃຈໃສ່ສຶກສາອົບຮົມນາຍ ແລະ ພົນຕຳ ຫຼວດໃຫ້ມີຄວາມໜັກແໜ້ນທາງ ດ້ານການເມືອງ-ແນວຄິດ, ເຂັ້ມ ແຂງທາງດ້ານການຈັດຕັ້ງ; ມີ ລະບຽບວິໄນເຂັ້ມງວດແລ້ວ ຍັງພ້ອມກັນເປັນເຈົ້າການປະຕິບັດໜ້າທີ່ປ້ອງກັນເວນຍາມເຮັດໃຫ້ຂອບເຂດຄວາມຮັບຜິດຊອບມີຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍດີ, ເອົາໃຈໃສ່ສຶກສາອົບຮົມນັກ ໂທດ, ຜູ້ຖືກຫາ ແລະ ຜູ້ຖືກດັດ ສ້າງ; ຕິດພັນກັບການຝຶກອົບຮົມ ວິຊາຊີບສ້າງວຽກເຮັດງານທໍາ; ນໍາພາອອກແຮງງານເພີ່ມພູນຜະ ລິດຜົນ; ເບິ່ງແຍງຊີວິດການເປັນຢູ່ດູແລຮັກສາສຸຂະພາບ ເຊິ່ງໄດ້ ຊ່ວຍໃຫ້ນັກໂທດ, ຜູ້ຖືກຫາ ແລະ ນັກຮຽນດັດສ້າງ ພັດທະນາ ຕົນເອງກັບກາຍເປັນພົນລະເມືອງດີຂອງສັງຄົມ.

ຄຽງຄູ່ກັນນັ້ນ, ຍັງໄດ້ສົມທົບ ກັບອົງການທີ່ກ່ຽວຂ້ອງປະຕິບັດນະໂຍບາຍຕໍ່ນັກໂທດ, ຜູ້ຖືກຫາ ແລະ ນັກຮຽນດັດສ້າງຢ່າງເໝາະ ສົມ; ໃນນີ້ ໄດ້ປ່ອຍຕົວນັກໂທດ ກ່ອນກໍານົດໂດຍ ມີເງື່ອນໄຂຕາມ ກົດໝາຍມີ 102 ຄົນ, ຍິງ 13 ຄົນ, ປ່ອຍຕົວນັກໂທດທີ່ປະຕິ ບັດໂທດຄົບຕາມຄໍາຕັດສິນຂອງ ສານມີ 88 ຄົນ, ຍິງ 16 ຄົນ ປ່ອຍຕົວຜູ້ຖືກຫາ 92 ຄົນ, ຍິງ 11 ຄົນ; ອະໄພຍະໂທດຜ່ອນໂທດເນື່ອງໃນໂອກາດວັນຊາດ ຄົບຮອບ 45 ປີ ມີ 116 ຄົນ, ຍິງ 22 ຄົນ; ພ້ອມດຽວກັນນີ້, ຄະນະພັກ-ຄະນະບັນຊາຄ້າຍ ຄຸມຂັງ-ດັດສ້າງຍັງໄດ້ເອົາໃຈໃສ່ ຊຸກຍູ້ການສ້າງພະລາທິການກັບ ທີ່ ໂດຍສຸມໃສ່ການປູກຝັງ, ລ້ຽງ ສັດ, ຫັດຖະກໍາຈັກສານ, ແກະ ສະຫຼັກຖັກແສ່ວ ແລະ ກິດຈະກໍາ ອື່ນໆ ສາມາດສ້າງລາຍຮັບເຂົ້າ ກົມກອງໄດ້ 170 ລ້ານກວ່າກີບ ສິ່ງທີ່ເປັນປັດໃຈໃໝ່ໃນການພັດທະນາເສດຖະກິດຊີວິການເປັນຢູ່ຂອງກົມກອງແມ່ນການທົດລອງປູກພືດຜັກໃນເຮືອນຮົ່ມ ແລະ ປູກໝາກເຜັດ ໂດຍໄດ້ຮັບການ ຊຸກຍູ້ຊ່ວຍເຫຼືອຈາກການນໍາຂອງ ແຂວງ ແລະ ການຊີ້ນໍາຂອງຄະ ນະພັກກອງບັນຊາການ ປກສ ແຂວງ ມາຮອດປັດຈຸບັນໄດ້ດໍາ ເນີນການທົດລອງປູກຜັກໃນ ເຮືອນຮົ່ມ ຈໍານວນ 20 ຫຼັງ ສາ ມາດເກັບກູ້ຜົນຜະລິດສົ່ງຂາຍ ຕາມທ້ອງຕະຫຼາດ ໄດ້ 4.000 ກວ່າກິໂລ ສ້າງລາຍຮັບໄດ້ 13 ລ້ານກວ່າກີບ ແລະ ປູກໝາກເຜັດ ໄດ້ 9.000 ກວ່າຂຸມ ປັດຈຸບັນ ເກັບກູ້ຜົນຜະລິດໄດ້ 400 ກວ່າ ກິໂລ ສ້າງລາຍຮັບໄດ້ 4.000. 000 ກວ່າກີບ ນອກຈາກນີ້ຍັງມີ ງົວ 25 ໂຕ, ລ້ຽງປາ 10.000. 000 ກວ່າໂຕ ສ້າງລາຍຮັບໄດ້ 36 ລ້ານກວ່າກີບ.