ພິທີປະກາດ 4 ບຸກ ຄະນະ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ປປລ) ຮາກຖານສານປະຊາຊົນພາກກາງ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2021; ໂດຍມີ ທ່ານ ພັນປະສົງ ໄຊຍະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ທ່ານ ນາງ ບົວວອນ ສີສະຫວັດ ຄະນະພັກຮາກຖານ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ; ມີຄະນະຊາວໜຸ່ມ, ໜ່ວຍຊາວໜຸ່ມ, ແຂກຮັບເຊີນ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

ທ່ານ ນາງ ສົມສະນິດ ຫານມະນີ ເລຂາຊາວໜຸ່ມ ປປລ ຮາກຖານສານປະຊາຊົນພາກກາງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຮາກຖານສານປະຊາຊົນພາກກາງ ປະຈໍາປີ 2020 ແລະ ທິດທາງແຜນການ ປະຈໍາປີ 2021 ໃຫ້ຮູ້ວ່າ: ຄະນະຊາວໜຸ່ມ ປປລ ຮາກຖານສານປະຊາຊົນພາກກາງ ແມ່ນອົງການຈັດຕັ້ງໜຶ່ງໃນອົງການຈັດຕັ້ງມະຫາຊົນທີ່ຂຶ້ນກັບຄະນະຊາວໜຸ່ມ ປປລ ນວ; ຄະນະບໍລິຫານງານຊາວໜຸ່ມຮາກຖານທັງໝົດມີ 5 ສະຫາຍ ຍິງ 2 ສະຫາຍ, ມີ 3 ໜ່ວຍ ຊາວໜຸ່ມຂຶ້ນກັບ; ມີສະມາຊິກຊາວໜຸ່ມທັງໝົດ 42 ສະຫາຍ ຍິງ 20 ສະຫາຍ, ຜ່ານມາ, ຄະນະຊາວໜຸ່ມ ປປລ ຮາກຖານສານປະຊາຊົນພາກກາງ ໄດ້ເອົາໃຈໃສ່ຕັ້ງໜ້າເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ບັນດາສະມາຊິກຊາວໜຸ່ມມີຄຸນສົມບັດສິນທໍາປະຕິວັດ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ດ້ວຍການເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໂດຍຖືເອົາການສຶກສາອົບຮົມທິດສະດີມາກ-ເລນິນເປັນກົກ; ຕິດພັນກັບແນວຄິດ ໄກສອນ ພົມວິຫານ, ຮ່ວມຊີວິດຊາວໜຸ່ມ ແລະ ພະນັກງານ-ລັດຖະກອນຢ່າງ ເປັນປະຈໍາ ເພື່ອຕໍານິສົ່ງຂ່າວເຊິ່ງກັນແລະກັນ, ເຂົ້າຮ່ວມວຽກງານຂອງຊາວໜຸ່ມ ເພື່ອສ້າງໃຫ້ສະມາຊິກຊາວໜຸ່ມພາຍໃນໜ່ວຍມີແນວຄິດຮັກຊາດ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ມີຄວາມຕື່ນຕົວປະຕິບັດວຽກງານວິຊາສະເພາະ ສະແດງອອກ ຄື: ສະມາຊິກຊາວໜຸ່ມໄດ້ຄົ້ນຄວ້າຄະດີ ແລະ ແກ້ໄຂຄະດີຕາມ ການມອບໝາຍນັບແຕ່ເດືອນ ກັນຍາ 2019-ກັນຍາ 2020 ມີທັງໝົດ 456 ເລື່ອງ, ແກ້ໄຂໄດ້ 398 ເລື່ອງ; ຍັງຄ້າງ 58 ເລື່ອງ ເທົ່າກັບ 87,28%.

ທິດທາງແຜນການໃນຕໍ່ໜ້າ, ສືບຕໍ່ເພີ່ມທະວີເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ແນວທາງນະໂຍບາຍຂອງພັກ, ມູນເຊື້ອຂອງພັກຂອງຊາດ, ລະບຽບກົດໝາຍ, ບັນດາມະຕິ, ຄໍາສັ່ງຂອງພັກ; ມູນເຊື້ອພິລະອາດ ຫານຂອງກອງທັບ ແລະ ປະຊາຊົນ ເພື່ອເພີ່ມທະວີນ້ໍາໃຈຮັກຊາດ, ຮັກລະບອບປະຊາທິປະໄຕ; ຮູ້ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ຮັບຮູ້ເຂົ້າໃຈແນວທາງ ນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ບຸກບືນເຮັດສໍາເລັດໜ້າທີ່ທີ່ການຈັດຕັ້ງມອບໝາຍໃຫ້ ແລະ ຮັກສາຄວາມສາມັກຄີເປັນປຶກແຜ່ນໃຫ້ໄດ້ 97%.

ໃນພິທີ. ທ່ານ ອິນພອນ ພອນປະທໍາ ຮອງຫົວໜ້າຄະນະ ຈັດຕັ້ງຄະນະຊາວໜຸ່ມ ນວ ກໍໄດ້ ຂຶ້ນຜ່ານຂໍ້ຕົກລົງ ເລກທີ 0930, 0931, 0932, 0935 ແລະ 0934 ລົງວັນທີ 12 ພະຈິກ 2020 ວ່າດ້ວຍການມອບໃບຢັ້ງຢືນ 4 ບຸກ ຂອງຄະນະຊາວໜຸ່ມ ປປລ; ຄະນະບໍລິຫານງານ ປປລ ນວ ຕົກລົງເຫັນດີມອບໃບຢັ້ງຢືນ 4 ບຸກ ປະຈໍາປີ 2020 ໃຫ້ແກ່ໜ່ວຍຊາວໜຸ່ມທີ I, II, III, ທີ່ຂຶ້ນກັບຄະນະຊາວໜຸ່ມ ປປລ ຮາກຖານສານປະຊາຊົນພາກກາງ; ມອບໃບຢັ້ງຢືນ 4 ບຸກໃຫ້ ຄະນະບໍລິຫານງານຊາວໜຸ່ມ ປປລ ຮາກຖານສານປະຊາຊົນ ພາກກາງ ແລະ ມອບໃບຍ້ອງຍໍໃຫ້ສະມາຊິກຊາວໜຸ່ມທີ່ມີຜົນງານດີເດັ່ນປະຕິບັດຂໍ້ແຂ່ງຂັນ 4 ບຸກ ຈໍານວນ 41 ສະຫາຍ ຍິງ 19 ສະຫາຍ ມອບໃບຢັ້ງຢືນ ແລະ ຍ້ອງຍໍໂດຍ ທ່ານ ພັນປະສົງ ໄຊຍະວົງ.