ປກສ ແຂວງຜົ້ງສາລີ ເຊື່ອມຊຶມເອກະສານວ່າດ້ວຍ ການປະຕິບັດນະໂຍບາຍຕໍ່ ກຳລັງ ປກສ

0
845

ໃນວັນທີ 21 ມັງກອນ 2021,ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມຂໍ້ຕົກລົງວ່າດ້ວຍການປະຕິບັດນະໂຍ ບາຍ ຕໍ່ກຳລັງປ້ອງກັນຄວາມສະຫງົບ, ເປັນປະທານໂດຍ ພັທ ຢີນວັນນະສຸກ ບຸດຕະນະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຜົ້່ງສາລີ, ມີຄະນະພັກຄະນະບັນຊາ,ພ້ອມດ້ວຍຫົວໜ້າຫ້ອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພັທ ບຸນສຸກ ອິນທະພັນແສງ ຮອງຫົົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງເລກທີ 2065/ປກສ, ລົງວັນທີ12 ຕຸລາ 2020 ວ່າດ້ວຍການປະຕິບັດນະໂຍບາຍຕໍ່ກໍາລັງປ້ອງກັນຄວາມສະຫງົບ ປະກອບມີ 15 ໝວດ 43 ມາດຕາ; ຂໍ້ຕົກລົງສະບັບນີ້,ໄດ້ກຳນົດຫຼັກການລະບຽບການກ່ຽວກັບການຈັດຕັ້ງນະໂຍບາຍຂອງກຳລັງປ້ອງກັນຄວາມສະຫງົບຕໍ່ນາຍ ແລະ ພົນຕໍາຫຼວດທີ່ປະຈຳການ ແລະ ບຳນານໃຫ້ສອດຄ່ອງກັບສະ ພາບຄວາມເປັນຈິງທາງດ້ານວັດຖຸ ແລະ ງົບປະມານທີ່ໄດ້ມາຈາກແຫຼ່ງລາຍຮັບຂອງກະຊວງປ້ອງກັນຄວາມສະຫງົບ ເພື່ອຊຸກຍູ້,ສົ່ງເສີມນາຍ ແລະພົນຕໍາຫຼວດໃຫ້ມີຄວາມບຸກບືນຫ້າວຫັນ,ມີຄວາມອຸ່ນອຽນທຸ່ນທ່ຽງ,ຍົກສູງຄວາມຮັບຜິດຊອບ,ຍອມເສຍສະຫຼະ,ເຮັດສຳເລັດໜ້າທີ່,ປະ ກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ,ການປະຕິບັດນະໂຍບາຍຕໍ່ກຳລັງປ້ອງກັນຄວາມສະຫງົບແມ່ນ ການປະຕິບັດນະໂຍບາຍຕ່າງໆທາງດ້ານວັດຖຸ, ຊັບສິນ, ເງິນ, ພາຫະນະ ແລະນະໂຍບາຍອື່ນໆ ທີ່ມີຄຸນຄ່າທາງດ້ານຈິດໃຈຕໍ່ນາຍ ແລະ ພົນຕໍາຫຼວດຜູ້ທີ່ມີຜົນງານດີເດັ່ນໃນພາລະກິດປະຕິວັດຮັບໃຊ້ຊາດ,ຮັບໃຊ້ປະຊາຊົນ, ທີ່ໄດ້ອຸທິດເລືອດເນື້ອ,ເຫື່ອແຮງ,ສະຕິປັນຍາເຂົ້າໃນການເຮັດສຳເລັດໜ້າທີ່ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານເສດຖະກິດສັງຄົມ.

ສຳລັບປະເພດນະໂຍບາຍຕໍ່ນາຍ ແລະ ພົນຕໍາຫຼວດ ປະກອບມີ: ທີ່ດິນ,ເຮືອນ, ເງິນຊົດເຊີຍໃຫ້ນາຍຕໍາຫຼວດທີ່ພັກການຮັບອຸດໜູນບໍານານ, ເງິນຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກໄພພິບັດ, ການໃຫ້ຢືມເງິນຂອງກະຊວງ, ການປະກອບລົດຂັ້ນບັນຊາ, ການປິ່ນປົວຍາວນານ ແລະ ໄປປິ່ນປົວຢູ່ໂຮງໝໍ 198 ສສ ຫວຽດນາມ, ການຢ້ຽມຢາມການນໍາຂັ້ນສູງ,ຢ້ຽມຢາມຄົນເຈັບທີ່ນອນປິ່ນປົວຢູ່ໂຮງໝໍ ແລະ ຢ້ຽມຢາມພະນັກງານບໍານານໃນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ,​ການສ້າງຄອບຄົວຂອງນາຍ ແລະ ພົນຕໍາຫຼວດ, ພິທີຊາປານະກິດສົບ, ການນຳເອົາອັດຖິເຂົ້າສະຖິດໄວ້ຢູ່ສຸສານນັກຮົບປະຕິວັດ, ການແບ່ງຂັ້ນຄຸ້ມຄອງພະນັກງານປະຈຳການ ແລະ ບຳນານ.