ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ເຊື່ອມຊຶມເອກະສານກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II; ເພື່ອເຮັດໃຫ້ນາຍ ແລະ ພົນຕໍາຫຼວດຮັບຮູ້, ເຂົ້າໃຈກ່ຽວກັບການໃຊ້ສິດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊົນຂັ້ນແຂວງ, ໃນວັນ ທີ 21 ມັງກອນ 2021; ເຜີຍແຜ່ ໂດຍ ພັອ ບົວຜັນ ອິນທະປັນຍາ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ມີບັນດາຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ມີເອກະສານເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນເຂົ້າໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະຊະພາປະຊາຊົນຂັ້ນແຂວງ ຊຸດທີ II; ທັງນີ້ ເພື່ອເປັນການເຊື່ອມຊຶມໃຫ້ນາຍ ແລະ ພົນຕຳຫຼວດ ກໍຄືປະຊາຊົນລາວບັນດາເຜົ່າທຸກທົ່ວໜ້າ ໃຫ້ຮັບຮູ້ສິດຄວາມເປັນເຈົ້າຕົນເອງ ເຂົ້າໃນການເລືອກຕັ້ງໂດຍສະເພາະແມ່ນການສືບສ້າງ ແລະ ບູລະນະລະບອບປະຊາທິ ປະໄຕ ປະຊາຊົນຂອງພົນລະເມືອງລາວ; ໃນການເລືອກເອົາບຸກຄົນທີ່ມີມາດຖານເງື່ອນໄຂຄົບຖ້ວນເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ເປັນຕົວແທນປະຕິບັດສິດ, ອຳນາດຂອງຕົນ, ເຊີດຊູສະຕິເຄົາລົບລັດຖະທຳມະນູນ ແລະ ກົດໝາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເຂັ້ມງວດ, ເປັນເຈົ້າການປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ບັ້ນເລືອກຕັ້ງສະມາຊິກແຫ່ງຊາດ ແລະ ສະພາປະຊົນຂັ້ນແຂວງ ດຳເນີນໄປດ້ວຍຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.