ໃນວັນທີ 6 ມີນາ 2021, ທ່ານ ພົງ ສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ພົບປະ ແລະ ໂອ້ລົມປະຊາຊົນບ້ານນາກາງ ແລະ ບ້ານປາງຄໍາ ເມືອງປາກລາຍ ແຂວງໄຊຍະບູລີ; ໂດຍມີ ທ່ານ ກອງສີ ວົງສີ ເຈົ້າເມືອງປາກລາຍ ພ້ອມດ້ວຍອໍານາດການປົກຄອງບ້ານ ແລະ ປະຊາຊົນທັງ 2 ບ້ານ ໃຫ້ການຕ້ອນຮັບ ທີ່ບ້ານນາກາງ.

ໂອກາດດັ່ງກ່າວ ທ່ານເຈົ້າແຂວງໄດ້ຮັບຟັງການລາຍງານສະພາບການພັດທະນາຂອງທັງສອງບ້ານຈາກທ່ານນາຍບ້ານ, ເຊິ່ງແຕ່ລະບ້ານໄດ້ຍົກໃຫ້ເຫັນການປ່ຽນແປງຊີວິດການເປັນຢູ່ຂອງປະຊາຊົນ, ການທໍາມາຫາກິນ ແລະ ການພັດທະນາ ຂອງບ້ານ; ຜ່ານມາ ແຕ່ລະບ້ານແມ່ນໄດ້ຖືເອົາວຽກງານສຶກສາອົບຮົບການເມືອງ-ແນວຄິດເປັນກົກ; ເຕົ້າໂຮມຄວາມສາ ມັກຄີເປັນປຶກແຜ່ນພາຍໃນບ້ານ, ນໍາພາປະຊາຊົນຊອກຢູ່ຫາກິນທີ່ສຸດຈະຫຼິດດ້ວຍການປູກ, ການລ້ຽງ, ການຄ້າ-ຂາຍ; ການບໍລິການ ແລະອື່ນໆຕາມຄວາມສາ ມາດຂອງໃຜລາວ, ອັນໄດ້ເຮັດໃຫ້ທັງ 2 ບ້ານສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຢ່າງສິ້ນເຊີງ, ປັດຈຸບັນບ້ານ ນາກາງ ມີພົນລະເມືອງທັງໝົດ 1.288 ຄົນ ຍິງ 622 ຄົນ, ບ້ານປາງຄໍາ ມີ 897 ຄົນ ຍິງ 420 ຄົນ; ອາຊີບສ່ວນໃຫຍ່ຂອງປະຊາຊົນທັງ 2 ບ້ານແມ່ນປູກພືດເປັນສິນຄ້າເຊັ່ນ: ມັນຕົ້ນ, ສາລີຫົວອາຫານສັດ ແລະອື່ນໆ, ເສດຖະກິດຂອງແຕ່ລະບ້ານມີການຂະຫຍາຍຕົວຢ່າງຕໍ່ເນື່ອງບ້ານນາກາງ ສາມາດສ້າງລາຍຮັບໄດ້ທັງໝົດ 23 ຕື້ກວ່າກີບ, ສະເລ່ຍໃສ່ຫົວຄົນໄດ້ 18 ລ້ານກີບ ຕໍ່ຄົນຕໍ່ປີ; ບ້ານປາງຄໍາ ສ້າງລາຍຮັບໄດ້ 8,66 ຕື້ກີບ, ສະເລ່ຍໄດ້ 9,72 ລ້ານກີບຕໍ່ຄົນຕໍ່ປີ, ພ້ອມດຽວກັນ ຄະນະບ້ານ ແລະ ປະຊາຊົນທັງ 2 ບ້ານ ກໍໄດ້ສະເໜີຂໍ້ຂັດຂ້ອງໝອງໃຈ ເປັນຕົ້ນ ແມ່ນສະເໜີໃຫ້ສ້ອມແປງເສັ້ນທາງຄົມມະນາຄົມຕໍ່ການນໍາຂອງແຂວງ ແລະ ເມືອງ.

ທ່ານ ພົງສະຫວັນ ສິດທະວົງ ກໍໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຮັກສາຄວາມສາມັກ, ຮີດຄອງປະເພນີອັນດີງາມ, ສືບຕໍ່ ສ້າງເສດຖະກິດຄອບຄົວ, ສືບຕໍ່ໃນການປູກພືດເປັນສິນຄ້າໃຫ້ຫຼາຍຂຶ້ນອີກ, ພ້ອມ ກັນເອົາໃຈໃສ່ຕ້ານ ແລະ ແກ້ໄຂປະກົດ ການຫຍໍ້ທໍ້ພາຍໃນບ້ານ ເປັນຕົ້ນແມ່ນ ບັນຫາຢາເສບຕິດຂີ້ລັກ, ງັດແງະ ແລະ ອື່ນໆ, ເອົາໃຈໃສ່ເຝົ້າລະວັງບໍ່ໃຫ້ມີໄຟ ໄໝ້ລາມປ່າ ແລະ ບໍ່ບຸກລຸກປ່າໄມ້-ປ່າ ສະຫງວນ ແລະ ຫ້າມບໍ່ໃຫ້ປະຊາຊົນ ລັກລອບຂຸດແຮ່ຄໍາໃນເຂດສໍາປະທານ ຂອງບໍລິສັດ MPG ມາຍນິງ ຈໍາກັດ ຢ່າງ ເດັດຂາດ.