ໃນວັນທີ 10 ມີນາ 2021 ຢູ່ທີ່ພະແນກສາທາລະນະສຸກ ແຂວງຊຽງຂວາງ ໄດ້ຈັດພິທີສັກຢາຕ້ານພະຍາດໂຄວິດ-19 ນຳພາ ແລະ ເຂົ້າຮ່ວມການສັກຢາຄັ້ງນີ້; ນຳໂດຍທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ, ມີການນຳຂອງແຂວງ, ບັນດາເປົ້າໝາຍທີ່ມີຄວາມສ່ຽງ ເຂົ້າຮ່ວມ.

ທ່ານ ນາງ ສຸລິວັນ ແກ້ວມະນີວົງ ຫົວໜ້າສັກຢາກັນພະຍາດແຂວງ ໄດ້ໃຫ້ຂໍ້ມູນວ່າ: ຢາວັກແຊັງທີ່ສັກກັນພະຍາດໂຄ ວິດ-19 ມີຊື່ວ່າ ຊີໂນຟາມ ເຊິ່ງເປັນຢາທີ່ໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ ແລະ ກໍເປັນການສັກຄັ້ງທີ 1, ສ່ວນຄັ້ງທີ 2 ແມ່ນຈະສັກໃນອີກໜຶ່ງເດືອນຕໍ່ໄປ; ເປົ້າໝາຍສັກຢາວັກແຊັງຄັ້ງນີ້ ມີ: ພະນັກງານແພດ-ໝໍໂຮງໝໍແຂວງ, ພະແນກສາທາລະນະສຸກ, ໂຮງໝໍບໍລິເວນ 101, ການນຳແຂວງ, ຫ້ອງວ່າການແຂວງ, ພະແນກ ການຕ່າງປະເທດ, ກອງບັນຊາການປ້ອງກັນຊາດ, ກອງບັນຊາການປ້ອງກັນຄວາມສະຫົງບ, ພະນັກງານປະຈຳສູນກັກກັນ, ພະນັກງານໂຮງແຮມ, ບ້ານພັກທີ່ເຮັດເປັນສູນກັກກັນ.

ພະນັກງານດ່ານ, ການບິນລາວ, ລາວສະກາຍເວ, ບັນດາທະນາຄານ, ກອງພັນໃຫຍ່ 702, ສະພາປະຊາຊົນ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກກະສິກຳ, ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກໄອຍະການ ແລະ ສານປະຊາຊົນ, ພະນັກງານ-ລັດຖະກອນທັງ 7 ເມືອງຂອງແຂວງ, ພະນັກງານ ແລະ ນັກສຶກສາໂຮງຮຽນສາທາລະນະສຸກ ລວມມີທັງໝົດ 4.600 ຄົນ ໃນທົ່ວແຂວງ ຈະໄດ້ຮັບການສັກວັກແຊັງໃນຄັ້ງທີ 1 ນີ້, ສ່ວນຄັ້ງທີ 2 ຄາດວ່າຈະມີຜູ້ໄດ້ຮັບວັກແຊັງ ຈຳນວນ 5.000 ກ່ວາຄົນ.

ນອກນີ້, ທ່ານຫົວໜ້າສັກຢາກັນພະຍາດແຂວງ ໄດ້ເຊີນຊວນຜູ້ທີ່ຢູ່ກຸ່ມໃນເປົ້າໝາຍ ໃຫ້ຕື່ນຕົວເຂົ້າຮ່ວມສັກວັກ ແຊັງຕາມເງື່ອນໄຂ ແລະ ຕາມສຸຂະພາບ ຂອງຕົນເອງ.