ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ໄຂກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 3 ສະໄໝທີ V ຂຶ້ນໃນອາທິດຜ່ານມາ; ເປັນປະທານໂດຍ ສະຫາຍ ພົຈວ ປອ ທອງເຄນ ບຸນໝັ້ນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ; ມີຄະນະພັກ, ຄະນະ ກອງບັນຊາການ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ບັນດາຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ, ແຂກຖືກເຊີນ ເຂົ້າຮ່ວມ.

ສະຫາຍ ພັທ ສົມຄິດ ດວງພະຈັນ ຄະນະປະຈໍາພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ກ່າວວ່າ: ຕະຫຼອດໄລຍະຜ່ານມາ, ຄະນະບໍລິຫານ ງານພັກໄດ້ເອົາໃຈໃສ່ນໍາພາຄະນະພັກ ຮາກຖານ, ໜ່ວຍພັກ ແລະ ສະມາຊິກພັກ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດເວົ້າລວມ; ເວົ້າສະເພາະ ກໍຄືໄດ້ເຮັດໃຫ້ແຂວງວຽງຈັນ ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບປອດ ໄພໂດຍພື້ນຖານ; ສະພາບທາງດ້ານການເມືອງທີ່ໜັກແໜ້ນ, ຕ້ານ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ເປັນຕົ້ນແມ່ນບັນຫາອາຊະຍາ ກຳຕ່າງໆໃຫ້ຫຼຸດໜ້ອຍຖອຍລົງ, ຮັບປະກັນເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພຂຶ້ນກວ່າເກົ່າ, ຊີ້ນຳ-ນຳພາປັບປຸງກົງຈັກການຈັດຕັ້ງພັກໃຫ້ໜັກແໜ້ນ, ເຂັ້ມແຂງເປັນລະບົບຄົບຊຸດ; ຊີ້ນຳ-ນຳພາສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ໃຫ້ດຳເນີນຕາມ ແຜນການທີ່ວາງໄວ້; ຊີ້ນຳ-ນຳພາ ແລະ ສ້າງເງື່ອນໄຂໃຫ້ອົງການຈັດຕັ້ງມະຫາ ຊົນໄດ້ເຄື່ອນໄຫວສ້າງຂະບວນການ ແລະ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນໃຫ້ແຂງ ແຮງ, ສຳເລັດຕາມແຜນການທີ່ວາງໄວ້; ເພີ່ມທະວີວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໃຫ້ຫຼາຍຂຶ້ນ, ປັບປຸງການຈັດຕັ້ງບັນດາກົມກອງເຫຼົ່າວິຊາສະເພາະແລະ ກໍ່ສ້າງກຳລັງໃຫ້ໜັກແໜ້ນ ເຂັ້ມແຂງ ເປັນລະບົບຄົບຊຸດ, ສູ້ຊົນຕອບສະໜອງງົບປະມານ, ສະຖານທີ່, ພາຫະນະ, ອຸປະກອນຮັບໃຊ້ທີ່ຈຳເປັນໃຫ້ແກ່ເຫຼົ່າວິຊາສະເພາະຕ່າງໆຢ່າງພຽງພໍ ແລະ ທັນກັບສະພາບຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານ; ນຳພາແກ້ໄຂຊີວິດການເປັນຢູ່ສ້າງຄອບຄົວຕົວແບບຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ສະຫາຍ ພົຈວ ປອ ທອງເຄນ ບຸນໝັ້ນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາຂອງຄະນະພັກກອງບັນຊາການ ປກສ ແຂວງ ທີ່ໄດ້ນຳພາ ສະມາຊິກພັກ, ພະນັກງານ-ນັກຮົບປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ; ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນຕ້ອງສືບຕໍ່ເອົາໃຈໃສ່ເຮັດວຽກ ງານສຶກສາອົບຮົມການເມືອງ-ແນວຄິດ ດ້ວຍຫຼາຍຮູບຫຼາຍວິທີຖືເອົາວຽກປ້ອງກັນພັກ-ປ້ອງກັນພາຍໃນບໍ່ໃຫ້ເຊື່ອມເສຍ; ຍົກສູງຄຸນທາດການເມືອງໃຫ້ໜັກແໜ້ນ ເພື່ອເຮັດໃຫ້ພະນັກງານສະມາຊິກພັກ, ພະນັກງານ-ນັກຮົບ ເຂົ້າໃຈ ແລະ ປະຕິບັດລະບຽບກົດໜາຍ, ຂອງລັດ, ມະຕິຕ່າງໆຂອງຂັ້ນເທິງ ພ້ອມກັນນໍາເອົາເນື້ອໃນກອງປະຊຸມຄັ້ງນີ້ໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານແຕ່ລະຂົງເຂດໃຫ້ປະກົດຜົນເປັນຈິງ.