ກອງບັນຊາການ ປກສ ແຂວງເຊກອງ ເປີດບັ້ນດຳເນີນຊີວິດການເມືອງ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ຂຶ້ນໃນວັນທີ 16-18 ມີນາ 2021; ໂດຍການເປັນປະທ່ານຂອງ ພົຈວ ສົມໄຊ ພູລະຄໍາມະນີ ຄະນະປະຈໍາພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ມີກົມຈັດຕັ້ງ, ກົມກວດກາປ້ອງກັນກໍາລັງ ມີບັນດາພະນັກງານ-ນັກຮົບ ຂັ້ນຮອງພະ ແນກຂຶ້ນໄປ ເຂົ້າຮ່ວມ.

ພົຈວ ສົມໄຊ ພູລະຄໍາມະນີ ຄະນະປະຈໍາພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຜ່ານບົດສະຫຼຸບບັ້ນດຳເນີນຊີວິດການເມືອງປະຈຳປີ 2021 ວ່າ: ບັ້ນດຳເນີນຊີວິດການເມືອງ ແມ່ນໄດ້ເຊື່ອມຊຶມເອກະສານຕ່າງໆໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບ, ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບການເຊື່ອມຊຶມເອກະສານ ຢ່າງເປັນປົກກະຕິ; ສາມາດຂຽນບົດສຳຫຼວດຂອງຕົນເອງ ແລະ ຕີລາຄາປະເພດຕົນຢ່າງຖືກຕ້ອງ ໃນເວລາຜ່ານບົດສຳຫຼວດສະມາຊິກພັກ, ພະນັກງານ-ນັກຮົບ ແຕ່ລະສະຫາຍ ກໍໄດ້ມີການປະກອບສ່ວນຕຳນິສົ່ງຂ່າວຊ່ວຍເຫຼືອເຊິ່ງກັນແລະ ກັນຢ່າງກົງໄປ-ກົງມາດ້ວຍຄວາມຈິງໃຈ.

ໃນພິທີ, ພັທ ສົມສັກ ຂັດຕິຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ຍັງໄດ້ຂຶ້ນຜ່ານເອກະສານ ເສີມຂະຫຍາຍມູນເຊຶ້ອຂອງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ.

ຜ່ານບັ້ນດຳເນີນຊີວິດການເມືອງ ປະ ຈໍາປີ 2021, ກອງບັນຊາການ ປກສ ແຂວງເຊກອງ ສາມາດຕີລາຄາແບ່ງປະ ເພດສະມາຊິກພັກຄື: ປະເພດແຂງມີ 153 ສະຫາຍ ຍິງ 22 ສະຫາຍ ປະເພດກາງ ມີ 4 ສະຫາຍ.