ໃນວັນທີ 22 ມີນາ 2021, ການນຳພັກ-ລັດ ແຂວງະຫວັນນະເຂດ ໄດ້ເຂົ້າວາງພວງມາລາຢູ່ທີ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ; ອະນຸສາວະລີ ທ່ານ ໜູຮັກ ພູມສະຫວັນ ແລະ ອະນຸສອນ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (22 ມີນາ 1955-22 ມີນາ 2021).

ການເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ຄັ້ງນີ້, ນຳໂດຍ ທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ, ມີການນຳຂັ້ນສູງຂອງແຂວງ, ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ; ມີສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ແລະ ສະພາປະຊາຊົນ ຂັ້ນແຂວງ, ການນຳນະຄອນໄກສອນ ພົມວິຫານ, ກຳລັງປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ, ພ້ອມດ້ວຍສະຖາບັນການສຶກສາທັງພາກລັດ-ເອກະຊົນ, ລັດວິສາ ຫະກິດຈາກພາກສ່ວນຕ່າງໆອ້ອມຂ້າງແຂວງ ເຂົ້າຮ່ວມ.

ທັງນີ້, ກໍເພື່ອລະນຶກເຖິິງບຸນຄຸນ, ຄຸນງາມຄວາມດີ, ຂອງວິລະຊົນ, ນັກຮົບປະຕິວັດຂອງຊາດລາວເຮົາ ໃຫ້ຢືນຍົງຕະຫຼອດກາລະນານ, ພັກເຮົານັບແຕ່ມື້ກໍາເນີດ ກໍປະເຊີນໜ້າໂດຍກົງກັບອິດທິກໍາລັງຮຸກຮານທີ່ເຂັ້ມແຂງທີ່ສຸດ; ແຕ່ຍ້ອນການນຳພາ ຂອງພັກສາມາດສົມທົບ ລະຫວ່າງ ໜ້າທີ່ປົດປ່ອຍຊາດກັບໜ້າທີ່ປົດປ່ອຍສັງຄົມ, ເຊິ່ງປັດຈຸບັນ, ປະເທດຊາດຂອງພວກເຮົາ ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຖານະບົດບາດ ຊື່ສຽງຂອງ ສປປ ລາວ ນັບມື້ນັບໄດ້ພົ້ນເດັ່ນຂຶ້ນໃນພາກພື້ນ ແລະ ສາກົນ.