ໃນວັນທີ 8 ເມສາ 2021, ຫ້ອງວ່າການເມືອງວຽງຄຳ ແຂວງວຽງຈັນ ໄດ້ຈັດພິທີປາຖະກາຖາເລົ່າມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ (5/4/1961-5/4/2021); ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພອນແກ້ວ ຂຸນພົນ ຄະນະ ປະຈຳພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ຜູ້ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງວຽງຄຳ, ມີຕາງໜ້າຫ້ອງການ, ກົມກອງແຂກຖືກເຊີນ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດພາຍໃນກົມກອງ ເຂົ້າຮ່ວມ.

ທ່ານ ພອນແກ້ວ ຂຸນພົນ ຄະນະປະຈຳພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ຜູ້ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງວຽງຄຳ ກ່າວວ່າ: ການປາຖະກະຖາຄັ້ງນີ້ ກໍເພື່ອເປັນການໂຄສະນາສຶກສາອົບຮົມວຽກງານການ ເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານ-ນັກຮົບກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມຮັບຮູ້ ແລະ ເຊື່ອມຊຶມຕໍ່ປະຫວັດມູນເຊື່ອແຫ່ງການເຕີບໃຫຍ່; ຂະຫຍາຍຕົວ, ຄວາມເດັດດ່ຽວໜຽວແໜ້ນ ແລະ ການຕໍ່ສູ້ມີໄຊຂອງ ກຳລັງປ້ອງກັນຄວາມສະຫງົບ ກຳລັງ ປ້ອງກັນຄວາມສະຫງົບປະຊາຊົນ ແມ່ນ ກຳລັງປະກອບອາວຸດປະຕິວັດອັນແຫຼມ ຄົມ ໂດຍແມ່ນພັກ ປະຊາຊົນ ປະຕິວັດ ລາວເປັນຜູ້ສ້າງຕັ້ງນຳພາເດັດຂາດ; ໂດຍກົງຮອບດ້ານເປັນກຳລັງທີ່ມາຈາກປະ ຊາຊົນ ແລະ ເພື່ອຮັບໃຊ້ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າມີຄວາມ ເຕີບໃຫຍ່ຂະຫຍາຍຕົວໃນຂະບວນການ ຕໍ່ສູ້ປົດ ປ່ອຍຊາດ, ມີມູນເຊື້ອອັນອົງອາດ ກ້າຫານ, ມີນຳໃຈເສຍສະລະບໍ່ຍອມຈຳນົນ; ຊື່ສັດບໍລິສຸດ ແລະ ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ມາຮອດ ປັດຈຸບັນກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານຈຳນວນ ແລະ ຄຸນນະພາບມີຄວາມສຳນິຊຳນານດ້ານວຽກງານວິຊາສະເພາະ.

ໂອກາດດຽວກັນນີ້ກໍໄດ້ປະກາດການຍ້ອງຍໍສັນລະເສີນຜົນງານ 10 ປີ ທີ່ພະນັກງານ-ນັກຮົບຍາດມາໄດ້, ສະເພາະ ປກສ ເມືອງວຽງຄຳ ໄດ້ຮັບຫຼຽນໄຊອິດ ສະຫຼະ ຊັ້ນ III ຈຳນວນ 2 ສະຫາຍ; ຫຼຽນໄຊແຮງງານ ຊັ້ນ II ຈຳນວນ 43 ສະຫາຍ, ຫຼຽນໄຊ ຊັ້ນ III ຈຳນວນ 4 ສະ ຫາຍ,ຫຼຽນກາແຮງງານ 1 ສະຫາຍ, ຍ້ອງຍໍຂັ້ນກະຊວງ 3 ສະຫາຍ, ຍ້ອງ ຍໍຂັ້ນກົມໃຫຍ່ການເມືອງ 27 ສະຫາຍ; ໃຫ້ກຽດຂຶ້ນມອບຫຼຽນໄຊ, ຫຼຽນກາ ໂດຍແມ່ນ ທ່ານ ພອນແກ້ວ ຂຸນພົນ ຄະ ນະປະຈຳພັກແຂວງ ເລຂາພັກເມືອງ ຜູ້ ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນ ຄວາມ ສະຫງົບ.