ນັບວ່າເປັນຂ່າວດີສຳລັບຊາວແຂວງອຸດົມໄຊ ທີ່ທີມງານແພດແຂວງອຸດົມໄຊ ໄດ້ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ກໍລະນີທີ 1 ເມືອງປາກແບງ ແລະ ທີ 2 ຢູ່ບ້ານກົກໄມ້ໃຫຍ່ ເມືອງຫຼາ ແຂວງອຸດົມໄຊ ຫາຍດີເປັນຄັ້ງທຳອິດ ໃນວັນທີ 10 ພຶດສະພາ 2021, ເຊິ່ງໂຮງໝໍແຂວງອຸດົມໄຊ ໄດ້ຈັດພິທີສົ່ງຄົນເຈັບທີ່ປິ່ນປົວຫາຍດີກັບເມື່ອບ້ານ ແຕ່ຍັງຈະມີການຕິດຕາມອາການ ແລະ ກັກຕົວເອງອີກ 14 ວັນ.

ໃນພິທີ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດການປີ່ນປົວໂດຍຫຍໍ້ ເຊິ່ງທາງໂຮງໝໍແຂວງ ແມ່ນໄດ້ແຕ່ງຕັ້ງຄະນະຮັບຜິດຊອບໃນການປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ພາຍໃນໂຮງໝໍ ລວມມີ 5 ພາກສ່ວນຄື: ຄະນະຊີ້ນຳ, ກອງເລຂາພາກສ່ວນສະໜັບສະໜູນວິຊາການ 2 ທີມ, ວິຊາການເຂດນອກ, ວິຊາການຄົນເຈັບນອນໃນ ແລະ ສະພາບອາຄານສະຖານທີ່ປິ່ນປົວ, ດ້ານອຸປະກອນ, ດ້ານການຄຸ້ມຄອງການປິ່ນປົວ, ສະພາບການປິ່ນປົວ ແລະ ຄວາມຄືບໜ້າ.

ເຊິ່ງຕະຫຼອດການລະບາດຂອງພະຍາດໂຄວິດ-19, ແຂວງອຸດົມໄຊ ມີຄົນຕິດເຊື້ອທັງໝົດ 9 ຄົນ ແລະ ກຳລັງປິ່ນປົວທັງໝົດ 10 ຄົນ. ໃນນີ້, 1 ຄົນ ແມ່ນຄົນແຂວງຜົ້ງສາລີ. ປັດຈຸບັນ, ປົວຫາຍດີແລ້ວສອງກໍລະນີ ຄື: ນາງ ຕຸ້ມ ກໍລະນີຕິດເຊື້ອຢູ່ເມືອງປາກແບງ ແລະ ນາງ ມີຈັງ ກໍລະນີຕິດເຊື້ອທີ 2 ຢູ່ບ້ານກົກໄມ້ໃຫຍ່ ເມືອງຫຼາ.

ໃນພິທີດັ່ງກ່າວ, ມີ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ, ມີຄະນະພະແນກສາທາລະນະສຸກ, ອຳນວຍການໂຮງໝໍ ແລະ ທີມງານແພດໝໍທີ່ປະຕິບັດໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດນີ້, ການນຳແຂວງ ໄດ້ມອບຊໍ່ດອກໄມ້ໃຫ້ແກ່ທີມງານແພດທີ່ສຳເລັດການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ຈົນໄດ້ຮັບຜົນສຳເລັດ, ພ້ອມດຽວກັນ ກໍໄດ້ມອບໃບອອກໂຮງໝໍ ແລະ ໃຫ້ຄຳແນະນຳໃນການປະຕິບັດການຕິດຕາມອາການຕົນເອງຢູ່ບ້ານແກ່ ຜູ້ທີ່ຫາຍດີຈາກໂຄວິດ-19.