ວັນທີ 19 ພຶດສະພາ 2021 ທີ່ຫ້ອງວ່າການແຂວງບໍລິຄໍາໄຊ, ທ່ານ ນາງ ດາວວອນ ເພັດສານຸພົນ ອໍານວຍການ ບໍລິສັດ​ ສະຕາໂທລະຄົມ​ (ຢູນິເທວ) ສາຂາແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ປະກອບສ່ວນຊຸກຍູ້ມອບມູນຄ່າໂທ ແລະ​ ດາຕ້າອິນເຕີເນັດ​ ໃຫ້​ 2​ ໜ່ວຍງານຂອງຄະນະສະເພາະກິດປ້ອງກັນໂຄວິດ-19 ​ແຂວງ ​ແລະ ແຈກຢາຍໃຫ້ຄະນະສະເພາະກິດປ້ອງກັນໂຄວິດ-19 7​ ຕົວເມືອງ​; ເພື່ອນໍາໃຊ້ເຂົ້າໃນການປ້ອງກັນ, ຕ້ານສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19, ຕາງໜ້າກ່າວຮັບໂດຍທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄໍາໄຊ ຫົວໜ້າຄະນະສະເພາະກິດປ້ອງກັນ, ຕ້ານສະກັດກັ້ນການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂັ້ນແຂວງ, ມີພາກສ່ວນທີ່ກ່ຽວຂ້ອງ 2 ຝ່າຍເຂົ້າຮ່ວມເປັນສັກສີພະຍານ.

ທ່ານ ນາງ ດາວວອນ ເພັດສານຸພົນ ໄດ້ກ່າວວ່າ: ຍ້ອນເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານປ້ອງກັນ; ຕ້ານສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ນໍາເອົາມູນຄ່າໂທ ແລະ​ ດາຕ້າອິນເຕີເນັດ ລວມມູນຄ່າທັງໝົດ ຈໍານວນ 216.896.000 ກີບ ມາມອບໃຫ້ຄະນະສະເພາະກິດປ້ອງກັນ, ຕ້ານສະກັດກັ້ນການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂັ້ນແຂວງ ແລະ 7 ເມືອງພາຍໃນແຂວງ, ໃນນັ້ນຈະມອບໃຫ້ແຕ່ລະໜ່ວຍງານ ຈໍານວນ 24.099.556 ກີບ; ນໍາໃຊ້ຟຼີໄລຍະ​ 8​ ເດືອນ,​ ເລີ່ມແຕ່ເດືອນ ພຶດສະພາ ຫາ ເດືອນທັນວາ 2021; ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ, ຕ້ານສະກັດກັ້ນການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃຫ້ມີການຫຼຸດໜ້ອຍຖອຍລົງ ແລະ ໝົດໄປເທື່ອລະກ້າວ.

ຫຼັງຈາກນັ້ນ, ທ່ານ ບຸນເສັງ ປະທຳມະວົງ ກໍໄດ້ມອບໃບກຽດຕິຄຸນ ແລະ ກ່າວສະແດງຂອບໃຈ ມາຍັງທ່ານ ນາງ ນາງ ດາວວອນ ເພັດສານຸພົນ ພ້ອມດ້ວຍຄະນະ ທີ່ໄດ້ນໍາເອົາ ມູນຄ່າໂທ ແລະ ດາຕ້າອິນເຕີເນັດ ມາມອບໃຫ້ໃນຄັ້ງນີ້ ແລະ ຈະນໍາໃຊ້ເຂົ້າໃນວຽກງານປ້ອງກັນ; ຕ້ານສະກັດກັ້ນການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ບໍ່ໃຫ້ແພ່ລະບາດເປັນວົງກວ້າງຢູ່ພາຍໃນແຂວງ ແລະ ຈະນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ແນ່ໃສ່ເຮັດໃຫ້ແຂວງ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ກ່າວອວຍພອນໃຫ້ທ່ານພ້ອມດ້ວຍຄະນະຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ການດໍາເນີນທຸລະກິດຂໍໃຫ້ມີຄວາມຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.