ວັນທີ 24 ພຶດສະພາ ນີ້, ທີ່ຫ້ອງວ່າການແຂວງເຊກອງ ໄດ້ມີພິທີມອບ-ຮັບເຄື່ອງ ແລະ ເງິນຊ່ວຍເຫຼືອຈາກພາກສ່ວນຕ່າງໆ ໃຫ້ແກ່ແຂວງເຊກອງ ເພື່ອນໍາໃຊ້ເຂົ້າໃນການປ້ອງກັນ, ຄວບ ຄຸມ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ກຽດກ່າວຮັບແມ່ນທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງ, ປະທານຄະນະສະເພາະກິດຂັ້ນແຂວງ ພ້ອມດ້ວຍຄະນະສະ ເພາະກິດ ແລະວິຊາການກ່ຽວຂ້ອງເຂົ້າຮ່ວມ.

ການຊ່ວຍເຫຼືອຄັ້ງນີ້ ມີທະນາຄານພັດທະນາລາວ ສາຂາແຂວງເຊກອງ ມອບເງິນຈໍານວນ 6.910.000 ລ້ານກີບ ມອບໂດຍ ທ່ານ ຄອນເພັດ ຈັນທະວົງ ຫົວໜ້າທະນາຄານພັດທະນາລາວ ສາຂາແຂວງເຊກອງ ໂດຍຈໍານວນເງິນດັ່ງກ່າວແມ່ນໄດ້ຈາກລະດົມນໍາພະນັກງານພາຍ ໃນທະນາຄານ ແລະ ບໍລິສັດ ສະຕາໂທລະຄົມ ສາຂາແຂວງເຊກອງ ໄດ້ມອບຊີມກາສ ຈໍານວນ 50 ເລກໝາຍ ທີ່ມີມູນຄ່າໂທ ແລະ ດາຕ້າເນັດ ເລກໝາຍລະ 3 ແສນກີບຕໍ່ເດືອນ, ສາມາດນໍາໃຊ້ໄດ້ເປັນເວລາ 8 ເດືອນ (ເດືອນ5-12/2021) ພ້ອມດ້ວຍໂພສເຕີຮູບພາບ ແນະນໍາ ໃຫ້ມີການລ້າງມືດ້ວຍເຈວແອວກໍຮໍ, ໃສ່ຜ້າປິດປາກ-ດັງ, ຄິດເປັນມູນຄ່າທັງໝົດ 120 ລ້ານກີບ; ມອບໂດຍທ່ານ ດວນ ແກ້ວພະລີຈັນ ອໍານວຍການ ບໍລິສັດສະຕາໂທລະຄົມ ສາຂາແຂວງເຊກອງ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.


ໃນໂອກາດນີ້, ທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງເຊກອງ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍທັງສອງພາກສ່ວນ ທີ່ໄດ້ປະກອບສ່ວນມອບການຊ່ວຍເຫຼືອເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຄັ້ງນີ້, ເຊິ່ງການປະ ກອບສ່ວນດັ່ງກ່າວແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ແລະ ໄດ້ສະແດງເຖິງສະຕິຕື່ນຕົວ, ຄວາມເສຍສະຫຼະເອື້ອເຟື້ອເພື່ອແຜ່, ຄວາມເປັນຫ່ວງເປັນໄຍ, ຄວາມສາມັກຄີເປັນເອກະພາບ, ຄວາມເປັນແບບຢ່າງທີ່ດີ ແລະ ກາຍເປັນກໍາລັງແຮງໃຈໃຫ້ເຈົ້າໜ້າທີ່ທຸກຄົນທີ່ພວມປະຕິບັດໜ້າທີ່ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນຂະນະນີ້; ພ້ອມທັງໃຫ້ສັນຍາວ່າ ຈະນໍາໃຊ້ເຄື່ອງ ແລະເງິນຊ່ວຍເຫຼືອຄັ້ງນີ້ ໃຫ້ຖືກເປົ້າໝາຍ ແລະເກີດປະໂຫຍດສູງສຸດ.


ຂ່າວໂດຍ: ພຸດທະສອນ