ກອງປະຊຸມສ່ອງແສງວຽກງານປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ແຂວງໄຊສົມບູນ ໄດ້ຈັດຂຶ້ນ ໃນວັນທີ 24 ພຶດສະພາ ນີ້, ທີ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງໄຊສົມບູນ ໂດຍການເປັນປະທານຂອງ ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ຂັ້ນແຂວງ, ມີບັນດາຄະນະສະ ເພາະກິດຂັ້ນແຂວງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ຢ່າງກົວທ່າວ ເຈີຕົງ ຮອງຫົວໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງ ກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ໄດ້ສະຫຼຸບລາຍງານວຽກງານແຕ່ວັນທີ 22 ເມສາ ຫາ ວັນທີ 5 ມິຖຸນາ ຜ່ານມາ, ເຊິ່ງຄະນະສະເພາະກິດກໍໄດ້ມີການເຄື່ອນ ໄຫວວຽກງານດ້ວຍຄວາມຮັບຜິດຊອບສູງ ທັນກັບສະພາບການ ຖືເປັນວຽກງານທີ່ສຳຄັນ ແລະ ຮີບດ່ວນທີ່ສຸດ ເພື່ອຮັບປະກັນບໍ່ໃຫ້ພະຍາດດັ່ງກ່າວແພ່ລະບາດເປັນວົງກວ້າງ ໂດຍໄດ້ສືບຕໍ່ເພີ່ມທະວີເຂັ້ມງວດ ໃນການການຈັດຕັ້ງປະຕິບັດມາດຕາການສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19, ເຊິ່ງໂຈະການເຂົ້າ-ອອກແຂວງ. ພ້ອມນີ້, ກອງເລຂາໄດ້ປະຈຳການຕະຫຼອດ 24 ຊົ່ວໂມງ. ມາຮອດປັດຈຸບັນ, ທົ່ວແຂວງໄດ້ເກັບຕົວ ຢ່າງສົ່ງກວດ ທັງໝົດ ຈຳນວນ 120 ກວ່າຕົວຢ່າງ, ຜົນກວດທັງໝົດແມ່ນເປັນລົບ. ສຳລັບການສັກວັກຊິນປ້ອງກັນໂຄວິດ 19 ຮອບທີ 1 ( ເຂັມ 1 ) ສັກໄດ້ 700 ຄົນ ເທົ່າກັບ 100%, ເຂັມທີ 2 ສັກໄດ້ 150 ກວ່າຄົນ ເທົ່າກັບ 22,28 % ( ເພາະຍັງບໍ່ທັນຮອດນັດ ໝາຍສັກເຂັມທີ 2 ), ສ່ວນການສັກວັກຊິນ ຮອບທີ 2 ເຂັມ 1 ປະຕິບັດໄດ້ 310 ກວ່າຄົນ ເທົ່າກັບ 20,9%.

ຂະນະດຽວກັນນັ້ນ, ທົ່ວແຂວງໄຊສົມບູນ ຍັງສາມາດຕັ້ງສູນຈຳກັດບໍລິ ເວນໄດ້ທັງໝົດ 13 ສູນ, ມີຜູ້ເຂົ້າຈຳກັດບໍລິເວນທັງໝົດ 120 ກວ່າຄົນ, ໄດ້ອອກໃບອະນຸ ຍາດເດີນທາງທັງໝົດ ຈຳນວນ 968 ສະບັບ. ນອກຈາກນີ້, ຄະນະສະເພາະກິດແຂວງ ຍັງໄດ້ລົງຕິດຕາມການຜົນການຜະລິດກະສິກຳຢູ່ເມືອງຮົ່ມຕື່ມອີກ.

ຂ່າວ: ພຸດທະສອນ ເວດສະວົງ

ກວດແກ້: ຮອ ຈັນທະພອນ ລາຊາສົມບັດ