ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນເວລາປະມານ 9:00 ໂມງ ຂອງວັນທີ 16 ພຶດສະພາ 2021, ໄດ້ຮັບແຈ້ງຄວາມຈາກປະຊາຊົນ ບ້ານໂຮງເລືອຍ ວ່າມີຄົນເສຍຊີວິດຢູ່ຖຽງສວນຢາງພາລາຂອງ ນາງ ບົວຄຳ; ພາຍຫຼັງໄດ້ຮັບແຈ້ງຄວາມ, ກໍໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງສົມທົບກັບຫ້ອງການ ປກສ ບໍລິການ ປະຊາຊົນກຸ່ມບ້ານຫຼັກຄຳ ແລະ ອຳນາດການປົກຄອງບ້ານໂຮງເລື່ອຍ ເພື່ອລົງກວດກາຊັນນະສູດສະຖານທີ່ເກີດເຫດ ຈຶ່ງພົບເຫັນຄົນເສຍຊີວິດ 1 ຄົນ ເປັນເພດຊາຍ, ຊື່ທ້າວ ແກ້ງ ອາຍຸ 18 ປີ ປະຊາຊົນບ້ານໂຮງເລືອຍ ເຊິ່ງມີຮ່ອງຮອຍລູກປືນແກັບຍິງໃສ່ບໍລິເວນເອິກເບື້ອງຊາຍ ແລ້ວຊອດຫົວໃຈອອກທາງດ້ານຫຼັງ; ພ້ອມນັ້ນ, ຍັງພົບເຫັນຂອງກາງໃນສະຖານທີ່ເກີດເຫດມີປືນແກັບ 1 ກະບອກ, ໝື້ປືນ, ລູກວ່ານ ແລະ ລູກໂດດຈຳນວນໜຶ່ງ.

ຜ່ານການເກັບກຳຂໍ້ມູນ ແລະ ສອບຖາມນາງ ບົວຄຳ (ນ້າສາວຂອງຜູ້ເສຍຊີວິດ) ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ພໍ່ ແລະ ແມ່ ຂອງ ທ້າວ ແກ້ງ ໄດ້ມີການປະຮ້າງ ແລ້ວແຍກໄປຢູ່ບ່ອນໃໝ່ ໂດຍປະໃຫ້ລູກຊາຍ 3 ຄົນ ຢູ່ເຮືອນນຳກັນ ເຊິ່ງພວກກ່ຽວກໍບໍ່ເຄີຍມີເລື່ອງຜິດຖຽງກັນຮຸນແຮງ, ສ່ວນ ທ້າວ ແກ້ງ (ຜູ້ເສຍຊີວິດ) ແມ່ນມີນິດໄສມັກຫຼິ້ນໂທລະສັບ, ຕິດເກມອອນລາຍ, ບໍ່ມັກອອກແຮງງານ ຈຶ່ງອາດຈະເປັນສາເຫດເຮັດໃຫ້ ທ້າວ ແກ້ງ ມີອາການຕຶງຄຽດ, ຊຶມເສົ້າ ແລະ ຄິດນ້ອຍໃຈທີ່ພໍ່-ແມ່ປະຮ້າງກັນ; ມາຮອດເວລາປະມານ 4:00 ໂມງ ຂອງວັນທີ 16 ພຶດສະພາ 2021, ທ້າວ ແກ້ງ ໄດ້ຈັບເອົາປືນແກັບຂອງຜູ້ກ່ຽວ ຍ່າງອອກໄປທາງສວນຢາງພາລາໄດ້ປະມານ 30 ນາທີ ກໍໄດ້ຍິນສຽງປືນແຕກຂຶ້ນບາດໜຶ່ງ, ຈາກນັ້ນ ກໍໄດ້ມີປະຊາຊົນທີ່ຢູ່ໃກ້ຄຽງມາບອກວ່າ ທ້າວ ແກ້ງ ໄດ້ຂ້າຕົນເອງຕາຍຢູ່ຖຽງສວນ.

ພາຍຫຼັງທີ່ເຈົ້າໜ້າທີ່ໄດ້ມີການຊັນນະສູດຊາກສົບ ແລະ ສະຖານທີ່ເກີດເຫດແລ້ວ ກໍໄດ້ເຮັດບົດບັນທຶກມອບຊາກສົບຂອງ ທ້າວ ແກ້ງ ໃຫ້ຍາດພີ່ນ້ອງນຳໄປປະຕິບັດຕາມຮີດຄອງປະເພນີ; ສ່ວນສາເຫດຂອງການເສຍຊີວິດ, ເຈົ້າໜ້າທີ່ສັນນິຖານວ່າອາດເກີດຈາກຜູ້ກ່ຽວຂາດການອົບຮົມສັ່ງສອນ ຫຼື ຂາດຄວາມອົບອຸ່ນຈາກພໍ່-ແມ່ ແລະ ຜູ້ຜົກຄອງ, ລວມເຖິງການທີ່ຜູ້ກ່ຽວມັກຫຼິ້ນໂທລະສັບຫຼາຍເກີນໄປ, ຕິດເກມອອນລາຍ ຈົນເປັນເຫດເຮັດໃຫ້ເກີດຄວາມຕຶງຄຽດ ແລະ ເມື່ອຫາທາງອອກບໍ່ໄດ້ ຈຶ່ງໄດ້ຕັດສິນໃຈຂ້າຕົນເອງຕາຍ.