ເລີ່ມແຕ່ວັນທີ 11-14 ມິຖຸນາ 2021 ໄດ້ເກີດມີສະພາບຝົນຕົກໜັກ ເນື່ອງມາຈາກຜົນກະທົບຂອງພາຍຸດີເປຼຊັນ “ໂຄກຸມະ” ແລະ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມແຂວງໄຊຍະບູລີ ດ້ວຍກຳລັງແຮງ ເຮັດໃຫ້ນ້ຳໄຫຼຊຸດິນຖະຫຼົ່ມ, ນ້ຳຖ້ວມເຮືອນປະຊາຊົນ, ສຳນັກງານ-ອົງການ, ເນື້ອທີ່ທຳການຜະລິດ, ເສັ້ນທາງຈຳນວນໜຶ່ງຂາດ, ເສົາໄຟຟ້າຫັກໂຄ່ນ; ເຊິ່ງມີຈຳນວນ 7 ເມືອງ ໄດ້ຮັບຜົນກະທົບຄື: ເມືອງໄຊຍະບູລີ, ເມືອງພຽງ, ເມືອງຊຽງຮ່ອນ, ເມືອງເງິນ, ເມືອງຫົງສາ ແລະ ເມືອງໄຊສະຖານ ໃນນັ້ນ, ຢູ່ເມືອງໄຊຍະບູລີ ໄດ້ຮັບຜົນກະທົບຫຼາຍກວ່າໝູ່ ໂດຍສະເພາະຂອບເຂດບໍລິເວນກອງບັນຊາການ ປກສ ແຂວງ ໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ.

ໃນວັນທີ 16 ມິຖຸນາ 2021, ທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະ ໄດ້ລົງກວດກາເບິ່ງຄວາມເສຍຫາຍຢູ່ກອງບັນຊາການ ປກສ ແຂວງ ໄຊຍະບູລີ; ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມຄະນະ ຕິດຕາມການເຄື່ອນໄຫວ.

ໂອກາດດັ່ງກ່າວ, ພັອ ຄຳແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງ ໄຊຍະບູລີ ໄດ້ລາຍງານຫຍໍ້ກ່ຽວກັບຜົນເສຍຫາຍ ເຊິ່ງມີຄອມພິວເຕີ 35 ຊຸດ, ເຄື່ອງສຽງ 1 ຊຸດ, ຕູ້ນຳ້ຮ້ອນ-ນໍ້າເຢັນ 17 ໜ່ວຍ, ໂທລະພາບ 10 ໜ່ວຍ, ກ້ອງຖ່າຍຮູບ 1 ໜ່ວຍ, ຈັກດູດຝຸ່ນ 1 ເຄື່ອງ, ໂປຼເຈັກເຕີ 1 ຊຸດ, ຈັກແຟັກ 2 ເຄື່ອງ, ແອ 9 ເຄື່ອງ, ອຸປະກອນເຄື່ອງເຮັດບັດປະຈຳຕົວ 1 ຊຸດ; ດ້ານພາຫະນະມີ: ລົດໃຫ່ຍ 3 ຄັນ, ຈັກຄື້ນຍາວ 4 ເຄື່ອງ, ຕູ່ເບດ 2 ເຄື່ອງ, ຫົວແຈັກວາຍຟາຍ 1 ເຄື່ອງ, ແຜ່ນພະລັງງານແສງ 1 ຊຸດ, ຈັກໂຟນີ 5 ຊຸດ, ເຄື່ອງໃຊ້ຫ້ອງການ ແລະ ເອກະສານຈຳນວນໜຶ່ງ ລວມມູນຄ່າເສຍຫາຍ ປະມານ 2 ຕື້ ກວ່າກີບ; ນອກຈາກນັ້ນ, ຍັງມີຄອບຄົວນາຍ ແລະ ພົນຕຳຫຼວດ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ເຊິ່ງຈາກການກວດກາເບື້ອງຕົ້ນ ມີ 198 ຄອບຄົວ.

ໂອກາດັ່ງກ່າວ, ທ່ານ ນາງ ຄຳໃບ ຂັດຕິຍະ ໄດ້ໃຫ້ທິດຊີ້ນຳທິດທາງແກ້ໄຂ ແລະ ຊ່ວຍເຫຼືອປະຊຊົນ ໂດຍສະເພາະແມ່ນຄອບຄົວພະນັກງານ ນາຍ ແລະ ພົນຕຳຫຼວດ ແລະ ສຳນັກງາານ-ຫ້ອງການ ເພື່ອໃຫ້ກັບຄືນສູ່ສະພາບປົກກະຕິ.