ທ້າຍອາທິດຜ່ານມາ, ກອງບັນຊາການ ປກສ ເມືອງແມດ ແຂວງວຽງຈັນ ໄດ້ຈັດພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບ; ໂດຍມີ ພົຈວ ປອ ທອງເຄນ ບຸນໝັ້ນ ຫົວໜ້າ ກອງບັນຊາການ ປກສ ແຂວງວຽງຈັນ, ພ້ອມດ້ວຍ ທ່ານ ຄໍາປ່ຽນແສງສະຫວັດ ເຈົ້າເມືອງແມດ, ມີຕາງໜ້າກົມກອງ, ຫ້ອງການອ້ອມຂ້າງເມືອງ ແລະ ພະ ນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ພິທູນ ວົງສະຫວ່າງ ຮອງຫົວ ໜ້າຫ້ອງການເມືອງ ປກສ ແຂວງຂື້ນ ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບສະບັບເລກທີ 999 ແລະ 1000 /ປກສ ລົງວັນທີ 28 ມີຖຸນາ2021 ວ່າດ້ວຍການຍົກຍ້າຍນາຍຕໍາຫຼວດ ແລະ ແຕ່ງຕັ້ງນາຍຕຳ ຫຼວດທີ່ຂື້ນກັບກອງບັນຊາການ ປກສ ແຂວງວຽງຈັນໃນນີ້ໄດ້ແຕ່ງຕັ້ງ ພັທ ໄຊ ຊະນະ ແກ້ວກຸນນະວົງ ຈາກຫ້ອງການກໍ່ ສ້າງຮາກຖານການເມືອງແຂວງວຽງຈັນ ມາເປັນຫົວໜ້າກອງກອງບັນຊາການ ປກສ ເມືອງແມດຜູ້ໃໝ່; ສ່ວນ ພັທ ແສງເພັດ ພັນທະນິດ ຫົວໜ້າກອງບັນ ຊາການ ປກສ ເມືອງແມດຜູ້ເກົ່າໄປຮັບໜ້າທີໃໝ່ຢູ່ຫ້ອງການກໍ່ສ້າງຮາກຖານ ການເມືອງ ແຂວງວຽງຈັນ, ການປັບ ປຸງໃນຄັ້ງນີ້ກໍເພື່ອແນໃສ່ເຮັດໃຫ້ການຈັດຕັ້ງມີຄວາມເຂັ້ມແຂງໃນການຊີ້ນຳ-ນໍາ ພາພະນັກງານ-ນັກຮົບສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ຖືກຕ້ອງຕາມລະບຽບຫຼັກການ; ພ້ອມນັ້ນ, ພັທ ແສງເພັດ ພັນທະນິດ ຫົວໜ້າ ກອງບັນຊາການຜູ້ເກົ່າຂຶ້ນຜ່ານບົດສໍາ ຫຼວດການນໍາພາໃນໄລຍະຜ່ານມາ ແລະ ກ່າວລາໜ້າທີ່ ພ້ອມທັງເຊັນບົດບັນທຶກ ມອບ-ຮັບໜ້າທີ່ຢ່າງເປັນທາງການໂດຍ ຊ່ອງ ໜ້າຄະນະປະທານ ແລະ ແຂກ ຖືກເຊີນ ເຂົ້າຮ່ວມເປັນສັກຂິພິຍານ.

ພົຈວ ປອ ທອງເຄນ ບຸນໝັ້ນ ໃຫ້ກຽດໂອ້ລົມເຊິ່ງທ່ານໄດ້ຍົກໃຫ້ເຫັນ ຄວາມໝາຍຄວາມສຳຄັນໃນການປັບ ປຸງກົງຈັກການຈັດຕັ້ງແມ່ນຍ້ອນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການ ເມືອງໃນໄລຍະໃໝ່ໂດຍອີງໃສ່ຄວາມຮູ້ຄວາມສາມາດຂອງພະນັກງານແມ່ນກົດເກນພາວະວິໄສໃນການຊັບຊ້ອນໝູນ ວຽນຂອງພະນັກງານເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບແຂວງວຽງຈັນມີ ຄວາມເຂັ້ມແຂງສະນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ຫົວໜ້າກອງບັນຊາການ ປກສ ເມືອງຜູ້ໃໝ່ ແລະ ຜູ້ທີ່ຖືກຍົກຍ້າຍ ໄປຢູ່ບ່ອນໃໝ່ ຕະຫຼອດເຖິງຄະນະພັກ-ຄະນະນໍາແຕ່ລະຂັ້ນໃຫ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານສະມາຊິກພັກ, ພະນັກງານ-ນັກຮົບຢ່າງເປັນປົກະຕິ; ສ້າງຄວາມສາມັກຄີພາຍໃນຢ່າງແໜ້ນ ແຟ້ນ, ຕ້ອງມີຄວາມສະດຸ້ງໄວ, ເອົາໃຈໃສປັບປຸງແບບແຜນວິທີເຮັດວຽກ, ແບບແຜນວິທີນຳພາໃຫ້ສອດຄ່ອງກັບ ຕົວຈິງ, ເຮັດວຽກຕາມລະບອບລວມ ສູນປະຊາທິປະໄຕ ໂດຍຖືເອົາການຄົ້ນ ຄວ້າປຶກສາຫາລື ແລະ ຕົກລົງບັນຫາ ເປັນໝູ່ຄະນະ, ມອບວຽກໃຫ້ບຸກຄົນຮັບ ຜິດຊອບ, ມີການສຳຫຼວດກວດກາຢ່າງເປັນປົກະຕິ; ພ້ອມກັນສືບຕໍ່ຊີ້ນຳ-ນຳ ພາພະນັກງານ-ນັກຮົບເອົາໃຈໃສ່ຕໍ່ວຽກ ງານປ້ອງກັນສະກັດກັ້ນ ແລະ ແກ້ໄຂປະ ກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມໃຫ້ ໄດ້ຮັບຜົນສຳເລັດ ແລະ ມີຜົນງານຍິ່ງ ໃຫຍ່ຂຶ້ນກວ່າເກົ່າ.