ໃນວັນທີ 4 ສິງຫາ ນີ້, ທາງການແຂວງອຸດົມໄຊ ທຳລາຍຈັກຕັດໄມ້ ແລະ ອຸປະກອນລ່າສັດນ້ຳ-ສັດປ່າ ທີ່ຢຶດໄດ້ຢູ່ພາຍໃນແຂວງອຸດົມໄຊ.

ອຸປະກອນທີ່ນຳມາທຳລາຍຄັ້ງນີ້ ແມ່ນກອງກວດກາປ່າໄມ້, ຫ້ອງການກະສິກຳ ແລະ ປ່າໄມ້ 7 ເມືອງ, ກອງກວດກາພາສີ ປະຈຳດ່ານພູຫຼັກຄຳ ແລະ ການເຄື່ອນໄຫວຂອງເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ກວດຢຶດມາໄດ້ຈາກການລັກລອບນຳເຂົ້າ ແລະ ຜູ້ກະທຳຜິດ ຢູ່ພາຍໃນແຂວງອຸດົມໄຊ ລວມມີ: 9 ລາຍການຄື:

1. ຈັກສະຕິ່ນ (ຈັກຕັດໄມ້) 357 ເຄື່ອງ;

2. ໝໍ້ຊ໋ອດປາ 92 ເຄື່ອງ;

3. ປືນແກັບ 194 ກະບອກ;

4. ເລົາປືນແກັບ 143 ເລົາ;

5. ແກັບ 1 ພັນກ່ວາກັບ;

6. ລູກຂີ້ຊ່າ 1 ພັນກວ່າກິໂລກຼາມ ;

7. ໝື້ຫຼາຍກ່ວາ 200 ກິໂລກຼາມ ;

8. ມາດ 22 ກິໂລກຼາມ;

9. ຂີ້ເຈຍ 147 ກິໂລກຼາມ.

ການທຳລາຍຄັ້ງນີ້ ໄດ້ນຳໃຊ້ລົດຈົກທຳລາຍ, ເຊິ່ງໃນພິທີມີ ທ່ານ ຄຳພອນ ມຸນລະໄມ ກຳມະ ການພັກແຂວງ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ, ມີຕາງໜ້າຈາກພະແນກການ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານວິຊາການພາຍໃນກອງກວດກາປ່າໄມ້ ແຂວງອຸດົມໄຊ ເຂົ້າຮ່ວມຢ່າງພ້ອມພຽງ.

ກວດແກ້ຂ່າວ: ຮອ ຈັນທະພອນ ລາຊາສົມບັດ