ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ໃນວັນທີ 4 ສິງຫາ 2021; ໃຫ້ກຽດປະດັບຊັ້ນໂດຍ ທ່ານ ປອ ຈັນພິພັກ ກອງຈຳປາ ເຈົ້າເມືອງສິງ, ມີຫົວໜ້າ-ຮອງ ກອງບັນຊາການ, ຄະນະກອງບັນຊາການ, ຫົວໜ້າ-ຮອງພະແນກ,ປກສ ກຸ່ມບ້ານ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ນາງ ຄຳຫຼ້າ ຈິດຕະວົງ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງຫຼວງນໍ້າທາ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍການ ເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດກອງບັນຊາການ ປກສ ແຂວງຫຼວງນໍ້າທາ; ຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງຫຼວງນໍ້າທາ ວ່າດ້ວຍການເລື່ອນຊັ້ນໃຫ້ພະນັກງານ-ນັກຮົບກອງບັນຊາການ ປກສ ເມືອງສິງ; ໃນນັ້ນ, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 1 ສະຫາຍ, ຮ້ອຍເອກ ຂຶ້ນພັນຕີ 4 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 2 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 10 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ 4 ສະຫາຍ ແລະ ສິບໂທ ຂຶ້ນ ສິບເອກ 1 ສະຫາຍ.

ໃນພິທີ, ທ່ານ ປອ ຈັນພິພັກ ກອງຈຳປາ ໄດ້ຍ້ອງຍໍຊົມເຊີຍຕໍ່ພັກນັກງານ-ນັກຮົບທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້ ແລະ ຊີ້ນຳໃຫ້ສືບຕໍ່ບຸກບືນຫ້າວຫັນເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ, ເປັນໃຈກາງໃນການເຕົ້າໂຮມຄວາມສາມັກຄີພາຍໃນ, ວາງ ແບບແຜນວິທີເຮັດວຽກໃຫ້ລະອຽດ ຮັບປະກັນໃຫ້ວຽກງານປ້ອງກັນຄວາມ ສະຫງົບ ມີລະບົບແບບແຜນທີ່ທັນສະ ໄໝ.

ຂ່າວຍັງໃຫ້ຮູ້ວ່າ: ໃນວັນດຽວກັນ ກອງບັນຊາການ ປກສ ເມືອງສິງ ໄດ້ປະກາດແຕ່ງຕັ້ງ ພັທ ເນັງ ສຸກວົງສັກ ຈາກຫົວໜ້າພະແນກຫ້ອງການສັງລວມ ໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງສິງ.