ກອງປະຊຸມທົບທວນການຈັດຕັ້ງປະຕິບັດໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບ້ານເປົ້າໝາຍໃນເມືອງອະນຸວົງ ແຂວງໄຊສົມບູນ ໃຫ້ມີຄວາມຍືນຍົງ; ໂດຍການສະໜັບສະໜູນຂອງບໍລິສັດພູເບ້ຍມາຍນິ່ງ ຈໍາກັດ ໄດ້ຈັດຂຶ້ນໃນວັນທີ 8 ກັນຍາ 2021; ເປັນປະທານໂດຍທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້າແຂວງໄຊສົມບູນ, ມີ ທ່ານ ລອນ ພອນພັກດີ ຫົວໜ້າພະແນກປັບປຸງຊີວິດການເປັນຢູ່, ຕາງໜ້າບໍລິສັດ ພູເບ້ຍມາຍນິ່ງ ຈໍາກັດ, ມີພະແນກການຂັ້ນແຂວງ ແລະ ຫ້ອງການຂັ້ນເມືອງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກ່ອນຈະດໍາເນີນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ລົງຢ້ຽມຢາມບັນດາກິດຈະກໍາຂອງໂຄງການປັບປຸງຊີວິດການເປັນຢູ່ໃຫ້ຍືນຍົງຂອງບັນດາບ້ານເປົ້າໝາຍ ຈໍານວນ 8 ບ້ານ ໂດຍໄດ້ແບ່ງອອກເປັນ 3 ກຸ່ມ ຄື: ກຸ່ມທີ 1 ລົງຢ້ຽມຢາມກິດຈະ ກຳ (ປູກຜັກເຮືອນຮົ່ມ ແລະ ທອມງົວ) ຢູ່ບ້ານນໍ້າໂມ້, ບ້ານນໍ້າຍອນ ແລະ ບ້ານ ນໍ້າຈັ້ງ; ກຸ່ມທີ 2 ລົງຢ້ຽມຢາມ ກິດຈະກຳ (ປູກຜັກເຮືອນຮົ່ມ; ທອມງົວ ແລະ ການປູກໝາກນັດ) ຢູ່ບ້ານທົ່ງຄູນ ແລະ ບ້ານທົ່ງຮັກ, ກຸ່ມທີ 3 ລົງຢ້ຽມຢາມກິດ ຈະກຳ (ປູກຜັກເຮືອນຮົ່ມ ແລະ ທອມ ງົວ) ຢູ່ບ້ານອ່າວເໜືອ, ອ່າວກາງ ແລະ ອ່າວໃຕ້ ເພື່ອເປັນການລົງຢ້ຽມຢາມ ແລະ ຕິດຕາມ-ກວດກາເບິ່ງບັນດາກິດຈະກຳການປູກ, ການລ້ຽງຂອງປະຊາຊົນທີ່ໄດ້ລົງມືຈັດຕັ້ງປະຕິບັດໃນໄລ ຍະທີ່ຜ່ານມາ, ບັນຫາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດ ໂຄງການຂອງປະຊາຊົນ; ເຊິ່ງໂຄງການປັບປຸງຊີວິດການເປັນຢູ່ໃຫ້ຍືນຍົງ (SLP) ແມ່ນແຜນງານໜຶ່ງທີ່ສໍາຄັນ ທາງດ້ານການພັດທະນາ ແລະ ປັບປຸງຊີວິດການເປັນຢູ່ໃນຊຸມຊົນບ້ານເປົ້າໝາຍຂອງ ບໍລິສັດ ພູເບ້ຍມາຍນິ່ງ ຈໍາກັດ; ໂດຍມີຈຸດປະສົງ ແລະ ເປົ້າໝາຍ ເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ ຂອງຊຸມຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນ ກວ່າເກົ່າ ແລະ ຍືນຍົງພາຍຫຼັງປິດບໍ່.

ຫຼັງຈາກນັ້ນ, ຄະນະຮັບຜິດຊອບໂຄງການຂັ້ນແຂວງ, ຂັ້ນເມືອງ ແລະ ບໍລິສັດ ພູເບ້ຍ ມາຍນິ່ງ ຈໍາກັດ ໄດ້ມີການປຶກສາຫາລືກ່ຽວກັບຜົນໄດ້ຮັບ ຈາກການຈັດຕັ້ງປະຕິບັດໂຄງການຜ່ານມາໄລຍະ 3 ປີ 2018-2020 ແລະ ຄວາມຄືບໜ້າຂອງໂຄງການ 6 ເດືອນຕົ້ນ ປີ 2021; ພ້ອມທັງວາງທິດທາງແຜນການ 6 ເດືອນທ້າຍປີ 2021 ເພື່ອຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ ບັນບັນລຸຕາມແຜນການທີ່ວາງໄວ້.