ວັນທີ 30 ກັນຍາ 2021, ກອງພັນເຄື່ອນທີ່ ປກສ ແຂວງ ໄດ້ເຊີນເອົາພໍ່ແມ່ຜູ້ປົກຄອງ ກຸ່ມແກ້ງເດັກໄວລຸ້ນທີ່ດັດແປງສະພາບເຕັກນິກລົດ ແລະ ຂັບຂີ່ລົດກວນເມືອງ ມາສຶກສາອົບຮົມກ່າວເຕືອນ ພ້ອມທັງເຮັດບົດບັນທຶກ ແລະ ນໍາເອົາອາໄລ່ທີ່ຖືກຕ້ອງຕາມສະພາບເຕັກນິກຂອງໂຮງງານມາປ່ຽນໃສ່ລົດ.

ພັທ ລິນດາວົງ ຈິເຕດທະວີລຸນ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ ໄດ້ໃຫ້ຮູ້ວ່າ:

ກຸ່ມແກ້ງເດັກໄວລຸ້ນທີ່ຂັບຂີ່ລົດກວນເມືອງ, ດັດແປງສະພາບເຕັກນິກລົດຈັກ ມີທັງໝົດ 18 ຄົນ ອາຍຸລະຫວ່າງ 13–18 ປີ. ພາຫະນະລົດຈັກທີ່ພວກກ່ຽວດັດແປງ ມີທໍ່ໄອເສຍ, ໃສ່ຕີນລໍ້ນ້ອຍ, ເສີມນ໊ອດກົ້ນຫອຍ, ບໍ່ໃສ່ແວ່ນ, ບໍ່ໃສ່ປ້າຍທະບຽນ ແລະ ອື່ນໆ ລວມທັງໝົດ 11 ຄັນ.

ການສຶກສາອົບຮົມກ່າວເຕືອນໃນຄັ້ງນີ້ ແມ່ນໄດ້ສ້າງບົດບັນທຶກ, ເອົາອຸປະກອນເຕັກນິກລົດທີ່ຖືກຕ້ອງຈາກໂຮງງານ ມາປ່ຽນຖ່າຍໃສ່ລົດໃຫ້ຢູ່ໃນສະພາບເດີມ. ພ້ອມດຽວກັນນັ້ນ, ກໍໄດ້ມອບໃຫ້ພໍ່ແມ່ຜູ້ປົກຄອງ ສືບຕໍ່ນໍາເອົາລູກຫຼານໄປສຶກສາອົບຮົມ ແລະ ຕິດຕາມກວດກາການເຄື່ອນໄຫວຕື່ມອີກ; ຖ້າທາງເຈົ້າໜ້າທີ່ພົບເຫັນການກະທໍາຜິດຕື່ມອີກ ແມ່ນຈະໄດ້ດໍາເນີນຄະດີຕາມລະບຽບກົດໝາຍ.

ຂ່າວໃຫ້ຮູ້ຕື່ມອີກວ່າ: ວັນທີ 5 ຕຸລາ 2021, ທາງເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ແຂວງ ໄດ້ເຊີນເອົາກຸ່ມແກ້ງເດັກໄວລຸ້ນທີ່ດັດແປງສະພາບເຕັກນິກລົດ ຈໍານວນ 11 ຄັນ ພ້ອມພໍ່ແມ່ຜູ້ປົຄອງມາສຶກສາອົບຮົມກ່າວເຕືອນ.

ພັຕ ອິນຫົງ ຂຽນທະວີ ຮອງຫົວໜ້າພະແນກຕໍາຫຼວດຈາລາຈອນ ປກສ ແຂວງ ໄດ້ໃຫ້ຮູ້ວ່າ:

ພາຫະນະປະເພດລົດຈັກທີ່ພວກກ່ຽວດັດແປງ ມີທັງໝົດ 11 ຄັນ. ໃນນັ້ນ, ບໍ່ໃສແວ່ນ 10 ຄັນ, ໃສ່ຕີນນ້ອຍ 4 ຄັນ, ປາດເບາະ 5 ຄັນ, ເສີມໄຟອໍານາດ ແລະ ປັບແຕ່ງທໍ່ໃຫ້ເກີດສຽງດັງແຮງ 6 ຄັນ, ເຊິ່ງການສຶກສາອົບຮົມຄັ້ງນີ້ ແມ່ນໄດ້ສ້າງເປັນບົດບັນທຶກກ່າວເຕືອນ, ເອົາອຸປະກອນເຕັກນິກທີ່ຖືກຕ້ອງ ມາປ່ຽນຖ່າຍໃສ່ເພື່ອໃຫ້ຖືກຕ້ອງ ຈຶ່ງນໍາລົດອອກໄປ.