ວັນທີ 8 ຕຸລາ 2021 ນີ້, ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດພິທີປະກາດການແຕ່ງຕັ້ງ ແລະ ເລື່ອນຊັ້ນໃຫ້ນາຍພົນຕໍາຫຼວດ ຜູ້ທີ່ຄົບມາດຖານເງື່ອນໄຂ, ມີຜົນງານດີເດັ່ນ ແລະ ຮອດອາຍຸການເລື່ອນຊັ້ນ, ໂດຍການເປັນປະທານຂອງ ພັທ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຫົວໜ້າຫ້ອງ-ຮອງຫ້ອງ, ຄະນະອຳນວຍການໂຮງຮຽນ, ກອງພັນປ້ອງກັນເຄື່ອນທີ່, ປກສ ເມືອງ ແລະ ນາຍພົນຕໍາຫຼວດ ເຂົ້າຮ່ວມ.

ພັທ ນາງ ທອງຂານ ພົງສະຫວັນ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງຄຳມ່ວນ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 344/ປກສ.ຄມ, ລົງວັນທີ 28 ກັນຍາ 2021 ວ່າດ້ວຍ ການແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງຄຳມ່ວນ ໃນນັ້ນໄດ້ປະກາດແຕ່ງຕັ້ງຫົວໜ້າພະແນກ, ຮອງພະແນກ, ຫົວໜ້າໜ່ວຍງານ, ຮອງໜ່ວຍງານຂອງບັນດາຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ ແລະ ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 5. ທັງນີ້, ກໍເພື່ອອີງໃສ່ຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່ ແລະ ທັງເປັນການປັບປຸງແບບແຜນວິທີເຮັດວຽກງານແຕ່ລະວຽກວິຊາສະເພາະ ໃຫ້ແທດເໝາະກັບສະພາບຕົວຈິງ.

ຕອນທ້າຍ, ພັທ ສຸກທະວີ ອິນທະລັງສີ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 348/ປກສ.ຄມ, ລົງວັນທີ 30 ກັນຍາ 2021 ແລະ ສະບັບເລກທີ 2831/ກມປສ, ລົງວັນທີ 19 ສິງຫາ 2021 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ໃນທົ່ວກຳລັງປ້ອງກັນຄວາມສະຫງົບ ໂດຍເລື່ອນຊັ້ນຮ້ອຍຕີ ຂຶ້ນ ຮ້ອຍໂທ ຈໍານວນ 77 ສະຫາຍ ຍິງ 11 ສະຫາຍ,  ຊັ້ນວາທີ ຂຶ້ນ ຮ້ອຍຕີ 29 ສະຫາຍ ຍິງ 7ສະຫາຍ, ຊັ້ນສິບເອກ ຂຶ້ນ ວາທີ 8 ສະຫາຍ ແລະ ຊັ້ນ ສິບໂທ ຂຶ້ນ ສິບເອກ ຈຳນວນ 5 ສະຫາຍ, ເປັນກຽດປະດັບຊັ້ນໂດຍ ພັທ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ.