ເພື່ອເປັນການຂໍ່ານັບຊົມເຊີຍ ວັນປະກາດເອກະລາດ (ວັນທີ 12 ຕຸລາ 1945 ຫາ 12 ຕຸລາ 2021) ຄົບຮອບ 76 ປີ ແລະ ຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ໃນອາທິດຜ່ານມາ. ພ້ອມນັ້ນ, ຄ້າຍຄຸມຂັງດັດສ້າງນາໄຊ ແຂວງສາລະວັນ ໄດ້ມີພິທີປ່ອຍຕົວນັກໂທດກ່ອນກຳນົດ ໃຫ້ຜູ້ທີ່່ມີເງື່ອໄຂຄົບຖ້ວນ, ມີຄວາມກ້າວໜ້າປະພຶດດີ, ມີຄວາມຈິງໃຈໃຊ້ແທນຄ່າເສຍຫາຍ, ຄ່າປັບໃໝຕາມຄຳຕັດສິນຂອງສານ. ເຂົ້າຮ່ວມໂດຍ ພັທ ຄຳໂກ້ ທົງຄຳຫານ ຮອງຫົວໜ້າກອງບັນຊາການ ປກສ ແຂວງ,ມີພາກສ່ວນທີ່ກຽ່ວຂ້ອງຈາກ ສານ-ໄອຍະການປະຊາຊົນແຂວງ,ພະນັກງານຄ້າຍຄຸມ-ຂັງດັດສ້າງ,ນາຍບ້ານ,ຜູ້ປົກຄອງ-ພໍ່ແມ່ພີ່ນ້ອງ ແລະ ນັກໂທດຜູ້ທີ່ໄດ້ຮັບການປ່ອຍຕົວເຂົ້າຮ່ວມ.    

ພັຕ ວິຊຽນ ແກ້ວລັງສີ ຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງ ແຂວງສາລະວັນ ໃຫ້ຮູ້ວ່າ: ນັກໂທດທີ່ໄດ້ຮັບການປ່ອຍຕົວໃນຄັ້ງນີ້ ມີທັງໝົດ 9 ຄົນ, ເຊິ່ງໄດ້ປະຕິບັດໂທດມາແລ້ວ 3 ປີ ຫາ 10 ປີ ໃນຄະດີຄ້າຂາຍຢາເສບຕິດ ແລະ ສໍ້ໂກງຊັບພົນເມືອງ.  ນັກໂທດທີ່ໄດ້ຮັບການປ່ອຍຕົວແມ່ນຢູ່ໃນເກນບຸກຄົນທີ່ກ້າວໜ້າໃນການປະຕິບັດລະບຽບວິໄນຂອງຄ້າຍຄຸມຂັງດັດສ້າງວາງອອກຢ່າງເຂັ້ມງວດ ແລະ ມີການປະກອບສ່ວນເຫື່ອແຮງເຂົ້າໃສ່ຖັນແຖວອົງການຈັດຕັ້ງ ໂດຍສະເພາະປະກອບສ່ວນເຂົ້າໃນວຽກງານຈັກສານຕິບເຂົ້າ, ຫວດ, ແຫ, ອອກແຮງເພີ່ມພູນຜະລິດຜົນຢ່າງຫ້າວຫັນ, ມີການສໍານຶກໄດ້ຕໍ່ການກະທໍາຜິດດ້ວຍການເຂັດຫຼາບ ເພື່ອຈະນໍາມາສ້າງຕົນເອງໃຫ້ເປັນຄົນດີໃນຄອບຄົວຂອງຕົນ ແລະ ເປັນພົນລະເມືອງດີຂອງສັງຄົມ. 

ໂອກາດດັ່ງກ່າວ, ພັທ ຄໍາໂກ້ ທົງຄຳຫານ ຮອງກອງບັນຊາການ ປກສ ແຂວງ ໄດ້ໂອ້ລົມອໍານາດການປົກຄອງ ແລະ ພໍ່ແມ່, ພີ່ນ້ອງ ນັກໂທດທີ່ໄດ້ຮັບການປ່ອຍຕົວ, ໂດຍທ່ານໄດ້ ຕັກເຕືອນຫຼາຍບັນຫາຕໍ່ຜູ້ທີໄດ້ຮັບການປ່ອຍຕົວໃນຄັ້ງນີ້ ພາຍຫຼັງກັບຄືນສູ່ຄອບຄົວແລ້ວ ບໍ່ໃຫ້ມີແນວຄິດທໍ້ຖ່ອຍ, ຕ້ອງບຸກບືນສືບຕໍ່ສ້າງສາພັດທະນາເສດຖະກິດຄອບຄົວໃຫ້ອຸດົມ ສົມບູນ, ບໍ່ກະທຳສິ່ງທີ່ຜິດຕໍ່ລະບຽບກົດໝາຍ. ພ້ອມກັນ ກໍສ້າງຕົນເອງໃຫ້ກາຍເປັນພົນລະເມືອງດີຂອງຄອບຄົວ ແລະ ສັງຄົມ ປະກອບສ່ວນເຂົ້າໃນວຽກງານສ້າງສາພັດທະນາປະເທດຊາດ, ອອກ ໄປແລ້ວຍັງກັບຄືນໄປກະທຳຜິດໃໝ່ຈະຖືກດຳນີນຄະດີ ແລະ ຈະບໍ່ມີການພິຈາລະນາປ່ອຍຕົວອີກ.

ພາບ-ຂ່າວໂດຍ ຮຕ ນາງ ພອນທິດາ ເກດທອງພັນ