ໃນທ້າຍອາທິດຜ່ານມາ, ຄະນະນໍາແຂວງໄຊຍະບູລີ ນໍາໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າ ແຂວງໄຊຍະບູລີ ພ້ອມຄະນະ ໄດ້ລົງຊຸກຍູ້ວຽກງານຮອບດ້ານຢູ່ເມືອງໄຊສະຖານ; ທ່ານ ສີສະໝອນ ນາມວົງ ວ່າການເຈົ້າເມືອງໄຊສະ ຖານ ພ້ອມດ້ວຍການນໍາຫຼັກແຫຼ່ງຂັ້ນເມືອງ ເຂົ້າຮ່ວມ.

ທ່ານ ສີສະໝອນ ນາມວົງ ໄດ້ລາຍງານວຽກງານຮອບດ້ານ ໂດຍຫຍໍ້ ເປັນຕົ້ນແມ່ນການເກັບ ກູ້ພືດລະດູຝົນ ແລະ ການກະກຽມ ຜະລິດລະດູແລ້ງ, ທົ່ວເມືອງມີເນື້ອ ທີ່ການຜະລິດລະດູຝົນທັງໝົດ 4.876,25 ເຮັກຕາ; ມາຮອດປັດຈຸ ບັນແມ່ນເກັບກູ້ສໍາເລັດແລ້ວເຊັ່ນ: ເຂົ້າເນີນສູງຜົນຜະລິດໄດ້ 1 ພັນ ກວ່າໂຕນ, ເຂົ້ານາປີໄດ້ 370 ກວ່າ ໂຕນ, ໝາກເດືອຍໄດ້ 1 ພັນກວ່າ ໂຕນ, ສາລີ 432 ໂຕນ; ເຜືອກຫອມ ໄດ້ 315 ກວ່າໂຕນ, ມັນ ຕ່າງໆໄດ້ 91 ກວ່າໂຕນ ແລະ ໝາກງາຈຽງແມ່ນກໍາລັງເກັບກູ້, ສ່ວນແຜນການຜະລິດລະດູແລ້ງ ແມ່ນມີເນື້ອທີ່ທັງໝົດ 61 ກວ່າ ເຮັກຕາ ເປັນຕົ້ນແມ່ນປູກເຂົ້ານາ ແຊງ ແລະ ພືດຜັກຕ່າງໆ; ສໍາລັບການກະກຽມລົງກວດກາປະເມີນ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຮອດປັດຈຸບັນແມ່ນມີ ຄວາມພ້ອມດ້ານຕ່າງໆເຊັ່ນ: ໄດ້ ອອກມະຕິຕົກລົງແບ່ງຄວາມຮັບ ຜິດຊອບໃຫ້ຄະນະປະຈໍາພັກ; ກໍາມະການພັກເມືອງແຕ່ລະສະຫາຍ ແລະ ພະນັກງານຫຼັກແຫຼ່ງຂອງ ເມືອງ ລົງເຮັດຕົວຈິງຢູ່ແຕ່ລະບ້ານ, ບັນດາເອກະສານຕ່າງໆຕິດພັນກັບ 2 ວາລະແຫ່ງຊາດທີ່ຈະເຜີຍແຜ່ໃຫ້ພະນັກງານ ແລະ ປະຊາຊົນ ບັນດາເຜົ່າ, ວາລະການນໍາເນີນວຽກ ງານຢ່າງລະອຽດຈະແຈ້ງ ແລະ ໄດ້ ກໍານົດເອົາວັນທີ 14 ທັນວານີ້ ເປັນການເຮັດທົດລອງຢູ່ທີ່ບ້ານດວຍ ກາວ.

ຈາກນັ້ນ, ທ່ານ ພົງສະຫວັນ ສິດທະວົງ ກໍໄດ້ໃຫ້ທິດຊີ້ນໍາຕໍ່ການ ນໍາຂອງເມືອງເພື່ອເປັນທິດທາງໃນ ການລົງກວດກາປະເມີນໜ່ວຍພັກ ປອດໃສ ເຂັ້ມແຂງ ແລະ ໜັກ ແໜ້ນ ຢູ່ແຕ່ລະໜ່ວຍພັກໃຫ້ໄດ້ ຮັບຜົນສໍາເລັດອັນຈົບງາມ; ໂດຍເອົາໃຈໃສ່ກໍາແໜ້ນຈຸດປະສົງເປົ້າ ໝາຍຂອງການຂະຫຍາຍພັກຕາມ 15 ຕໍາແໜ່ງງານ, ຊຸກຍູ້ການຜະລິດ ຕິດພັນກັບການປະຕິບັດ 2 ວາລະ ແຫ່ງຊາດຄື: ການແກ້ໄຂບັນຫາ ເສດຖະກິດ ແລະ ການແກ້ໄຂບັນ ຫາຢາເສບຕິດ; ຕິດຕາມ, ຊຸກຍູ້ ແລະ ປຸກລະດົມປະຊາຊົນແຕ່ລະ ຂົງເຂດ ໂດຍອີງຕາມທ່າແຮງຄວາມເປັນໄປໄດ້ຂອງທ້ອງຖິ່ນໃນການຜະລິດເປັນສິນຄ້າ.