ກຸ່ມບ້ານມອມ ເມືອງສິງ ແຂວງ ຫຼວງນ້ຳທາ ໄດ້ເປີດຊຸດອົບຮົມ-ຫັດແອບວຽກງານສ້າງບັ້ນຮົບປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ ໃນວັນທີ 6 ທັນວາ 2021, ເປັນປະທານໂດຍ ທ່ານ ປອ ຈັນພິພັກ ກອງຈໍາປາ ເຈົ້າເມືອງໆສິງ; ເຂົ້າຮ່ວມມີ ທ່ານ ຄໍາໄຫຼ ສີປະເສີດ ເຈົ້າ ແຂວງແຂວງຫຼວງນໍ້າທາ, ມີ ປກຊ- ປກສ ແຂວງ, ເມືອງ, ຄະນະຫ້ອງ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງ ຮາກຖານ, ອົງການຈັດຕັ້ງພະນັກ ງານຄູ-ອາຈານອ້ອມຂ້າງເມືອງ ເຂົ້າ ຮ່ວມ.

ທ່ານ ໄຊສົງຄາມ ແກ້ວວັງລາດ ຫົວໜ້າຫ້ອງວ່າການເມືອງສິງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງແຂວງຫຼວງນໍ້າທາ ວ່າດ້ວຍການອະນຸມັດໃຫ້ກອງບັນຊາການທະຫານແຂວງ ແລະ ກອງບັນຊາການ ປກສ ແຂວງ ເປີດຊຸດອົບຮົມ-ຫັດແອບວຽກງານກໍ່ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນຢູ່ກຸ່ມບ້ານມອມ.ຜ່ານແຜນການອົບຮົມ-ຫັດແອບ ກໍ່ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ ຮົບຕິດລຽນໃນຄັ້ງນີ້, ບັນດານັກສຳມະນາກອນຈະໄດ້ເຊື່ອມຊຶມບັນດາຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກຳລັງກອງຫຼອນ, ເອກະສານສິດ ແລະ ໜ້າທີພາລະບົດບາດຂອງ ປກສ ບ້ານ; ທັງນີ້ກໍເພື່ອຕອບສະ ໜອງກັບຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງຂອງພັກ ຂອງກອງທັບ ໃນໄລຍະໃໝ່ ກໍຄື ຕໍ່ກຳລັງປ້ອງກັນຊາດທ້ອງຖິ່ນແຂວງ ຫຼວງນ້ຳທາ ເປັນການສ້າງພະນັກ ງານກຳລັງປະກອບອາວຸດປະຊາ ຊົນຂັ້ນພື້ນຖານໃຫ້ຮັບປະກັນດ້ານ ວິຊາສະເພາະ, ສິລະປະຍຸດ, ຍຸດ ທະວິທີ ເພື່ອເຮັດໃຫ້ກຸ່ມບ້ານ ແລະ ບັນດາບ້ານມີແບບແຜນທັນສະໄໝ ເທື່ອລະກ້າວ.

ຊຸດອົບຮົມ-ຫັດແອບໃນຄັ້ງນີ້ ໃຊ້ເວລາ 15 ວັນ ໂດຍແບ່ງອອກເປັນສອງພາກຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ.