ໃນວັນທີ 14 ທັນວາ 2021, ຄ້າຍຄຸມຂັງ-ດັດສ້າງແກ້ງຄັນ ແຂວງສະຫວັນນະເຂດ ຈັດພິທີປະກາດຄ້າຍຄຸມຂັງ-ດັດສ້າງແກ້ງຄັນ ຂຶ້ນກັບການຄຸ້ມຄອງບັນຊາໂດຍກົງຂອງກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ; ເປັນກຽດເຂົ້າຮ່ວມໂດຍ ພັອ ຄຳພອນ ແສງສາລີຈັນ ຮອງຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ແລະ ພັທ ບຸນເລີດ ຄະທຸມພົມ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະ ປກສ ເມືອງ, ຄະນະຄ້າຍຄຸມຂັງ-ດັດສ້າງແກ້ງ ຄັນ; ພ້ອມດ້ວຍພະແນກການ ອ້ອມຂ້າງແຂວງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ປອ ສີອຳພອນ ອິນແກ້ວ ຫົວໜ້າຫ້ອງການກົມຕຳຫຼວດຄຸມຂັງ-ດັດສ້າງ ໄດ້ຜ່ານຂໍໍ້ຕົກລົງຂອງ ລັດຖະມົນຕີກະຊວງປ້ອງກັນຄວາມ ສະຫງົບ ສະບັບເລກທີ 3521 /ປກສ, ລົງວັນທີ 31 ທັນວາ 2020; ວ່າດ້ວຍການຫັນເປັນຄ້າຍຄຸມຂັງປະຈຳພາກເໜືອ, ພາກກາງ, ພາກ ໃຕ້ຂຶ້ນກັບການຄຸ້ມຄອງ, ບັນຊາ ໂດຍກົງຂອງກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມ ສະຫງົບ ແລະ ຂໍ້ຕົກລົງຂອງກົມ ໃຫຍ່ການເມືອງປ້ອງກັນຄວາມ ສະຫງົບ ສະບັບເລກທີ 3664/ກມປສ, ລົງວັນທີ 14 ຕຸລາ 2021; ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບກົມຕຳຫຼວດຄຸມຂັງ-ດັດ ສ້າງ, ໃນນີ້, ແຕ່ງຕັ້ງ ພັທ ສີນະຄອນ ນາມມະລາດ ເປັນຫົວໜ້າຄ້າຍຄຸມຂັງ-ແກ້ງຄັນ ແຂວງສະ ຫວັນນະເຂດ; ທ່ານ ພັທ ບຸນທະ ວີ ຄຳມະວົງ, ທ່ານ ພັຕ ບຸນ ແຖວ ໄຊຍະຈັກ, ພັທ ບຸນມາ ໄຊຍະ ລາດ ແລະ ພັຕ ຄໍາຕັນ ແກ້ວອາສາ ເປັນຮອງຫົວໜ້າ.

ໃນໂອກາດນີ້, ພັອ ຄຳພອນ ແສງສາລີຈັນ ຮອງຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ, ກ່າວວ່າ: ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່; ວຽກງານວິຊາສະເພາະໃຫ້ມີຄວາມເຕີບໃຫຍ່ເຂັ້ມ ແຂງໜັກແໜ້ນ ແລະ ສອດຄ່ອງກັບສະພາບເງື່ອນໄຂໃໝ່ໃນປັດ ຈຸບັນ ແລະ ຕໍ່ກັບບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນຫົວໜ້າ ແລະ ຮອງຄ້າຍຄຸມຂັງປະຈຳພາກແຫ່ງນີ້; ຕ້ອງໄດ້ເອົາໃຈໃສ່ ເຮັດວຽກງານການເມືອງ-ແນວ ຄິດ, ພະນັກງານ-ນັກຮົບໃຫ້ເປັນປົກກະຕິ ແລະ ຕໍ່ເນື່ຶອງຖືກຕ້ອງ ກັບຄວາມເປັນຈິງ, ຖືເອົາວຽກງານ ການເມືອງ-ແນວຄິດເປັນກົກ, ພະ ນັກງານຂັ້ນບັນຊາ-ນຳພາຕ້ອງມີ ຄຸນທາດການເມືອງໜັກແໜ້ນ, ມີ ຄຸນສົມບັດສິນທຳປະຕິິວັດ, ມີ ຄວາມສາມັກຄີພາຍໃນເປັນເອກະ ພາບໃຫ້ໜັກແໜ້ນ ແລະ ເປັນແບບ ຢ່າງທີ່ດີຂອງສັງຄົມ.