ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 17 ມັງກອນ ນີ້, ທີ່ສະໂມ ສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງໄຊສົມບູນ, ເປັນກຽດ ເຂົ້າຮ່ວມ ຂອງທ່ານ ພົຕ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ, ມີຮອງເລຂາພັກແຂວງ, ຮອງເຈົ້າ ແຂວງ, ຄະນະປະຈຳພັກແຂວງ, ກໍາມະການພັກແຂວງ ອາດີດພະນັກງານການນຳພັກ-ລັດ ຂອງແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາ ເຂດເລືອກຕັ້ງທີ່ 18, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການກວດສອບປະຈໍາພາກາງ, ກົມກອງ ອ້ອມຂ້າງ ແຂວງ ແລະ ນາຍບ້ານເທດສະບານແຂວງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ແດງ ປະທຸມທອງ ໄດ້ກ່າວເປີດກອງຊຸມສະໄໝສາມັນເທື່ອທີ່ 2 ຂອງສະພາປະຊາຊົນແຂວງໄຊສົມບູນ ຊຸດທີ II ຢ່າງເປັນທາງການ ເພື່ອເຮັດໜ້າທີ່ພິຈາລະນາ ແລະ ຕົກລົງບັນຫາສຳຄັນພື້ນຖານ ຂອງແຂວງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກໍານົດໄວ້ໃນກົດໝາຍ, ທ່ານໄດ້ ຍົກໃຫ້ເຫັນເຖິງສະພາບການໃນທົ່ວປະເທດ ກໍຄື: ແຂວງໄຊສົມບູນ ທີ່ໄດ້ປະເຊີນໜ້າກັບການແຜ່ລະບາດຢ່າງຮ້າຍແຮງຂອງພະຍາດໂຄວິດ-19 ເຮັດ ໃຫ້ການດໍາລົງຊີວິດພົບຄວາມຫຍຸ້ງຍາກ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ບາງຕົວເລກບໍ່ບັນລຸຕາມແຜນການ, ເສດຖະກິດ ຂະຫຍາຍຕົວຊ້າ ແລະ ບັນດາຫົວໜ່ວຍທຸລະກິດຕ່າງໆແມ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງ. ແຕ່ເຖິງຢ່າງໃດກໍຕາມ, ພາຍໃຕ້ການນໍາພາ-ຊີ້ນຳຂອງ ອົງຄະນະພັກແຂວງ ແລະ ດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ຂອງບັນດາທ່ານຫົວໜ້າພະແນກການ, ອົງການໃນການເອົາໃຈໃສ່ນໍາພາ-ຊີ້ ນຳ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກແຂວງວາງອອກ ສາມາດເຮັດໃຫ້ການຜະລິດ, ການບໍລິການຂອງປະຊາຊົນ ແລະ ຜູ່ປະກອບການໄດ້ຮັບການຟື້ນຟູ, ບົນພື້ນຖານການເສີມຂະຫຍາຍຄວາມສາມັກຄີ ຂອງທົ່ວລະບົບການເມືອງ, ບົນຈິດໃຈເປັນເຈົ້າຕົນເອງ, ເພິ່ງຕົນ ເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ອົງຄະນະພັກແຂວງ ພ້ອມກັບປະຊາຊົນບັນດາເຜົ່າໃນທົ່ວແຂວງ ແລະ ຜູ່ປະກອບການກໍໄດ້ເສີມຂະ ຫຍາຍຫົວຄິດປະດິດສ້າງ ແລະ ນໍາໃຊ້ທ່າແຮງບົ່ມຊ້ອນທີ່ມີຢູ່ເປັນພື້ນຖານ ຕາມດໍາລັດ 414 ຜະລິດສິນຄ້າທີ່ມີຄວາມຫຼາກຫລາຍ, ມີຄຸນນະພາບ ນັບມື້ນັບເພີ່ມຂຶ້ນ, ເຊິ່ງໄດ້ປູກຈິດໃຈຮັກຊາດຂອງປະຊາຊົນບັນດາເຜົ່າ ເພື່ອສົ່ງເສີມການເລີ່ມຕົ້ນການຜະລິດ, ໄປຄຽງຄູ່ກັບການປັບປຸງກົນໄກ, ການສ້າງເງື່ອນໄຂສະດວກ ແລະ ສະພາບແວດລ້ອມທີ່ອໍານວຍໃຫ້ແກ່ການສົ່ງເສີມການລົງທຶນ ຂອງພາກເອກະຊົນ.

ກອງປະຊຸມສະໄໝສາມັນຄັ້ງນີ້ ຈະໄດ້ສຸມໃສ່ຄົ້ນຄວ້າພິຈາລະນາຮັບຮອງບັນດາເນື້ອໃນທີ່ສໍາຄັນພື້ນຖານ ຂອງແຂວງ ຄື: ຮັບຟັງບົດລາຍງານຜົນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2021 ແລະ ພິຈາ ລະນາຮັບຮອງເອົາທິດທາງແຜນການປະຈໍາປີ 2022 ຂອງແຂວງ, ຮັບຟັງບົດລາຍງານ ຜົນການຈັດຕັ້ງປະຕິບັດແຜນງົບ ປະມານ ປະຈໍາປີ 2021 ແລະ ພິຈາລະນາຮັບຮອງເອົາທິດທາງແຜນການ ປີ 2022, ຮັບຟັງບົດ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານແກ້ໄຂຄວາມທຸກຍາກ ປະຈໍາປີ 2021 ແລະ ພິຈາລະນາ ຮັບຮອງເອົາທິດທາງແຜນ ການ ປີ 2022, ຮັບ ຟັງບົດລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຂອງອົງການກວດສອບປະຈໍາພາກກາງ ປະຈໍາປີ 2021 ແລະ ຜົນການກວດສອບບົດສະຫຼຸບຂາດ ຕົວ ການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດ ປະຈໍາປີ 2020 ຂອງແຂວງໄຊສົມບູນ ແລະ ພິຈາລະນາ ຮັບຮັບຮອງເອົາ ທິດທາງແຜນການປີ 2022, ຮັບຟັງບົດລາຍງານ ຂອງອົງການກວດກາລັດ ແຂວງ ກ່ຽວກັບການກວດກາ ຕາມຜົນການກວດສອບ ປະຈໍາປີ 2020, ຮັບຟັງບົດລາຍງານ ຂອງອົງການໄອຍະການແຂວງ ກ່ຽວກັບການຈັດຕັ້ງເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ພິຈາລະນາຮັບຮອງເອົາທິດທາງແຜນການປະຈໍາປີ 2022, ຮັບຟັງບົດລາຍ ຂອງສານປະຊາຊົນແຂວງກ່ຽວກັບການຈັດຕັ້ງເຄື່ອນໄຫວວຽກງານປະຈໍາປີ 2021 ແລະ ພິຈາລະນາ ຮັບຮອງເອົາທິດທາງ ແຜນການປີ 2022 ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານ ຂອງຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວກັບການຈັດຕັ້ງເຄື່ອນໄຫວວຽກງານ ຂອງສະພາປະຊາຊົນແຂວງໄຊສົມບູນ ປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ພ້ອມນີ້ ກອງປະຊຸມຍັງໄດ້ຮັບຟັງການຊີ້ແຈງ ແລະ ປະກອບຄຳເຫັນຂອງພາກສ່ວນຕ່າງໆ ໃນຂົງເຂດວຽກງານແຕ່ລະດ້ານ. ກອງປະຊຸມກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ໄຊສົມບູນ ຊຸດທີ II ຈະໄດ້ດຳເນີນເປັນເວລາ 2 ວັນ ຈຶ່ງຈະສຳເລັດ.

ຂ່າວ: ພຸດທະສອນ ເວດສະວົງ