ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນ ຄະດີອາຍາ-ເສດຖະກິດ ພະແນກຕໍາຫຼວດ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ສາມາດກັກຕົວ ທ້າວ ໂກມິນ ຫຼື ນ້ອຍ ອາຍຸ 16 ປີ, ພັກເຊົາຢູ່ບ້ານໂຊກນ້ອຍ ເມືອງໄຊເສດຖາ ພ້ອມຂອງກາງປະເພດສາຍໄຟ ຈໍານວນ 54 ກິໂລກຼາມ ແລະ ເຄື່ອງມືອື່ນໆທີ່ໃຊ້ກໍ່ເຫດລັກຊັບ ໄປດໍາເນີນຄະດີໃນວັນທີ 26 ຕຸລາ 2021 ກ່ອນຂະຫຍາຍຜົນຫາພັກພວກຮ່ວມຂະບວນການໄດ້ອີກ 5 ຄົນ.

ພັທ ບຸນປານ ດາລາວົງ ຫົວໜ້າພະແນກຕໍາຫຼວດ ເປີດເຜີຍໃຫ້ຮູ້ໃນວັນທີ 18 ມັງກອນ 2022 ວ່າ:

ຕໍ່ກັບຄະດີດັ່ງກ່າວ, ຜ່ານການສອບສວນ ທ້າວ ເຫຼັກກອງ ອາຍຸ 40 ປີ ຢູ່ບ້ານໄຊສົມບູນ ເມືອງໄຊທານີ ໃຫ້ການຮັບສາລະພາບວ່າ: ໃນລະຫວ່າງເດືອນມິຖຸນາ ຫາ ເດືອນຕຸລາ 2021 ໄດ້ຮ່ວມກັບ ທ້າວ ກ່າຍ, ທ້າວ ສົມຍົດ, ທ້າວ ໂກມິນ, ທ້າວ ແຈັກ ແລະ ທ້າວ ຍາວ ເຄື່ອນໄຫວກໍ່ເຫດລັກຊັບພົນລະເມືອງ ຈໍານວນ 9 ຄັ້ງ ຄື:

  • ລັກສາຍໄຟຢູ່ໂຮງງານໜາມໝາກຈັບ ຢູ່ບ້ານນາລ້ອມ ເມືອງໄຊທານີ
  • ລັກໂປ້ມນໍ້າຢຸ່ສວນກ້ວຍຈີນ ຢູ່ບ້ານປາກກວາງ
  • ລັກສາຍໄຟຢູ່ຟາມເປັດ ບ້ານປາກກວາງ
  • ລັກສາຍໄຟຢູ່ໂຮງງານປາຣາຊະຕິກ ບ້ານປາກກວາງ ຈໍານວນ 3 ຄັ້ງ
  • ລັກສາຍໄຟຢູ່ໂຮງງານເລັກ ບ້ານນາໄຊ ເມືອງທ່າພະບາດ ຈໍານວນ 2 ຄັ້ງ
  • ລັກສາຍໄຟຢູ່ໂຮງງານເຟີນີເຈີ ບ້ານປາກງື່ມ ໄດ້ເຄື່ອງປະເພດສາຍໄຟທັງໝົດ 194 ກິໂລກຼາມ ແລະ ໂປ້ມນໍ້າ 1 ອັນ

ເຊິ່ງຮູບການທີ່ພວກກ່ຽວໄປລັກໃນແຕ່ລະຄັ້ງ ແມ່ນນໍາໃຊ້ລົດຮຸ່ນໄດ ໝາຍເລກທະບຽນ ກກ 3315 ວຽງຈັນ ແລະ ພາຍຫຼັງທີ່ລັກໄດ້ແລ້ວກໍນໍາໄປຂາຍໃຫ້ ທ້າວ ລາຍວັນຫງຽນ ຫຼື ໄຊ ອາຍຸ 55 ປີ ຄົນສັນຊາດຫວຽດນາມ ທີ່ຮັບຊື້-ຂາຍເຫຼັກເສດຢູ່ໂນນທອງ ເມືອງໄຊທານີ ໃນລາຄາ 50,000 ກີບຕໍ່ກິໂລກຼາມ ໄດ້ເງິນທັງໝົດ 10.300.000 ກີບ ແລະ ເມື່ອໄດ້ເງິນແລ້ວກໍແບ່ງກັນໃຊ້ຈ່າຍຟຸມເຟືອຍ ແລະ ບາງຄົນກໍນໍາໄປເຕີມຢຸສເຊີເກມຈົນໝົດ.                           

ທ້າວ ເຫຼັກກອງ ຍັງສາລະພາບ ຕື່ມອີກວ່າ: ໃນປີ 2014 ໄດ້ເລີ່ມເສບຢາບ້າເປັນຕົ້ນມາ. ຈາກນັ້ນ, ພໍຮອດເດືອນມີນາ 2021 ໄດ້ຮູ້ຈັກກັບ ທ້າວ ລີຢອງ ອາຍຸ 27 ປີ ບ້ານນາສາລາ ເມືອງໄຊທານີ ຈຶ່ງໄດ້ພົວພັນຕິດຕໍ່ຊື້-ຂາຍຢາບ້ານໍາກັນ ເຊິ່ງຊື້ຄັ້ງລະ 200-400 ເມັດ. ນອກນັ້ນ, ໄລຍະຜ່ານມາ ຜູ້ກ່ຽວຍັງເຄີຍຖືກ ສານປະຊາຊົນເຂດ II ຕັດສິນມາແລ້ວ 1 ຄັັ້ງ ໃນສະຖານການລັກຊັບພົນລະເມືອງ ຖືກສານຕັດສິນ 6 ເດືອນ ແລະ ໃນເວລາເຈົ້າໜ້າທີ່ເຂົ້າຈັບຕົວໄປດໍາເນີນຄະດີ ຍັງພົບຂອງກາງຢາບ້າ ຈໍານວນ 426 ເມັດ ຢູ່ຖົງໂສ້ງຂອງຜູ້ກ່ຽວ.

ທ້າວ ສົມຍົດ ອາຍຸ 29 ປີ ຢູ່ບ້ານດອນໄຮ່ ເມືອງປາກງື່ມ ສາລະພາບວ່າ: ໄດ້ເຄື່ອນໄຫວລັກຊັບພົນລະເມືອງຢູ່ຕາມຖະໜົນຫົນທາງ ແລະ ບັນດາໂຮງງານຢູ່ຂອບເຂດເມືອງໄຊທານີ ມາແຕ່ປີ 2020 ຈໍານວນຫຼາຍຄັ້ງ ແລະ ພໍມາຮອດເດືອນກັນຍາ 2020 ຈຶ່ງໄດ້ຮູ້ຈັກກັບ ທ້າວ ເຫຼັກກອງ ຢູ່ຮ້ານຮັບຊື້-ຂາຍເຫຼັກເສດຂອງ ທ້າວ ລາຍວັນຫງຽນ; ຈາກນັ້ນ, ພວກກ່ຽວຈຶ່ງໄດ້ພາກັນກໍ່ເຫດລັກຊັບປະເພດສາຍໄຟ, ໝໍ້ແບ່ງ ແລະ ເຫຼັກເສັ້ນ ຢູ່ຕາມໂຮງຈັກ-ໂຮງງານ, ສ່ວນເຄື່ອງທີ່ພວກກ່ຽວລັກມາໄດ້ມີສາຍໄຟ-ທອງ ຈໍານວນ 483 ກິໂລກຼາມ ແລະ ເຫຼັກເສັ້ນຈໍານວນໜຶ່ງ ເມື່ອລັກໄດ້ແລ້ວກໍນໍາໄປຂາຍໃຫ້ ທ້າວ ລາຍວັນຫງຽນ ໃນລາຄາ 65.000 ກີບຕໍ່ກິໂລກຼາມ ໄດ້ເງິນຈາກການຂາຍສາຍໄຟ-ທອງທັງໝົດ 30.800.000 ກີບ ແລະ ຂາຍເຫຼັກເສັ້ນໄດ້ 12.000.000 ກີບ.