ໃນວັນທີ 25 ມີນາ 2022, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ສືບຮູ້ການເຄື່ອນໄຫວຂອງກຸ່ມຄົນລັກລອບຂົນສົ່ງຊື້-ຂາຍຢາເສບຕິດ ຢູ່ເຂດເຮືອນພັກແຫ່ງໜຶ່ງ ບ້ານສອງຫ້ອງ ເມືອງຫີນບູນ ຈຶ່ງໄດ້ນໍາກໍາລັງເຂົ້າປິດລ້ອມເຮືອນພັກເພື່ອຈັບກຸມເປົ້າໝາຍ. 

ທາງເຈົ້າໜ້າທີ່ ໄດ້ໃຫ້ຂໍ້ມູນວ່າ:

ຫຼັງຈາກມີຂໍ້ມູນຫຼັກຖານພຽງພໍ ເຈົ້າໜ້າທີ່ໄດ້ກຽມພ້ອມກຳລັງເຂົ້າແກ້ໄຂ ໂດຍເຝົ້າຕິດຕາມຢູ່ເຂດເຮືອນພັກແຫ່ງໜຶ່ງ ຈົນມາຮອດເວລາ 17:00 ໂມງ ຂອງວັນທີ 25 ມີນາ 2022 ໄດ້ເຫັນເປົ້າໝາຍສົງໄສ 2 ຄົນ ຂັບຂີ່ລົດຈັກຮອນດາເວບ 110 ໄອສ໌ ສີແດງ-ດຳ ບໍ່ມີປ້າຍທະບຽນ ຊ້ອນກັນເຂົ້າມາເຮືອນພັກດັ່ງກ່າວ.

ເມື່ອເຫັນເປົ້າໝາຍຄືແນວນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ປິດລ້ອມເຮືອນພັກ ແລະ ສະແດງຕົວເຂົ້າຈັບກຸມ. ຜ່ານການກວດຄົ້ນຈຶ່ງພົບເຫັນຢາເສບຕິດ (ປະ ເພດຢາບ້າ) ທີ່ພວກກ່ຽວຊຸກເຊື່ອງຢູ່ກະເປົ໋າພາຍ ຈຳນວນ 9 ມັດ ເທົ່າກັບ 18.221 ເມັດ ພ້ອມທັງກັກຕົວເປົ້າໝາຍເອົາໄວ້ ຈຳນວນ 2 ຄົນ ມາດຳເນີນຄະດີ.

ຜ່ານການສອບສວນ, ຜູ້ຖືກຫາ ຊື່ ທ້າວ ບີ້ ອາຍຸ 27 ປີ ແລະ ທ້າວ ແພ ອາຍຸ 24 ປີ ທັງສອງເຮັດນາຢູ່ບ້ານມ່ວງໄຂ່ໃຕ້ ເມືອງຫີນບູນ ແຂວງຄຳມ່ວນ ພ້ອມຢາບ້າ 9 ມັດ, ເຊິ່ງຢາຈໍານວນດັ່ງກ່າວໄດ້ຊື້ມາຈາກ ທ້າວ ນ໋ອງ ອາຍຸ 22 ປີ ເຮັດນາຢູ່ບ້ານນາອິນ ເມືອງຄຳເກີດ ແຂວງບໍລິຄຳໄຊ. ຈາກນັ້ນ, ໃນເວລາ 19:30 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ທ້າວ ນ໋ອງ ແລະ ສອບຂະຫຍາຍຜົນໄດ້ຊັດທອດຊື້ມາຈາກ ທ້າວ ພານຸ ອາຍຸ 25 ປີ, ເຮັດນາຢູ່ບ້ານວຽງຄຳ ເມືອງປາກກະດິງ ແຂວງບໍລິຄຳໄຊ.

ທ້າວ ພານຸ ສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວ ໄດ້ເອົາໃຫ້ ທ້າວ ບີ້ ແລະ ທ້າວ ແພ ເພື່ອນຳໄປສົ່ງຂາຍຕໍ່ໃຫ້ພັກພວກຮ່ວມຂະບວນການທີ່ຈຸດນັດໝາຍ ເຂດເຮືອນພັກແຫ່ງໜຶ່ງ ຢູ່ບ້ານສອງຫ້ອງ ເມືອງຫີນບູນ ເພື່ອຂາຍກິນກໍາໄລ, ແຕ່ກໍຖືກເຈົ້າໜ້າທີ່ສືບຮູ້ ແລະ ຈັບຕົວໄດ້ກ່ອນ.