ສະພາບການລັກລອບປູກຝິ່ນ ຢູ່ແຂວງຫຼວງນໍ້າທາ ຍັງປະກົດໃຫ້ເຫັນຢ່າງຕໍ່ເນື່ອງ. ໃນນີ້, ສະເພາະສົກປີ 2021-2022 ເມືອງສິງ ເປັນພຽງເມືອງດຽວ ໃນຈໍານວນ 5 ເມືອງ ພາຍໃນແຂວງທີ່ບໍ່ມີການລັກລອບປູກຝິ່ນ; ເຮັດໃຫ້ມາຮອດປັດຈຸບັນ ແຂວງຫຼວງນໍ້າທາ ຍັງບໍ່ທັນສາມາດແກ້ໄຂການລັກລອບປູກຝິ່ນໄດ້ຢ່າງສິ້ນເຊີງ ເຊິ່ງກໍຍ້ອນປະຊາຊົນຈໍານວນໜຶ່ງບໍ່ໃຫ້ການຮ່ວມມື.

+ ພັທ ສິງຄຳ ອຸດົມພອນ ຮອງຫົວໜ້າຫ້ອງຕຳຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຫຼວງນ້ຳທາ ເມື່ອບໍ່ດົນມານີ້ວ່າ:

ຕາມການເຄື່ອນໄຫວກວດກາຕົວຈິງຂອງເຈົ້າໜ້າທີ່ກ່ຽວຂ້ອງທຸກພາກສ່ວນ ເຫັນວ່າຍັງມີການລັກລອບປູກຝິ່ນຢູ່ແຂວງຫຼວງນໍ້າທາ ເກີດຂຶ້ນຢ່າງຕໍ່ເນື່ອງ, ໃນນີ້ສະເພາະສົກປີ 2021-2022 ມີປະຊາຊົນ 8 ກຸ່ມບ້ານ ປະກອບມີ 20 ບ້ານ, ຈໍານວນ 181 ຄອບຄົວ ທີ່ລັກລອບປູກຝິ່ນໃນຈໍານວນ 232 ຕອນດິນ, ມີເນື້ອທີ່ລວມກັນທັງໝົດ 90,15 ເຮັກຕາ, ທຽບໃສ່ສົກປີຜ່ານມາ ຫຼຸດລົງ 55,89 ເຮັກຕາ, ເຊິ່ງເຈົ້າໜ້າທີ່ກວດພົບເນື້ອທີ່ຝິ່ນທັງໝົດ ແລະ ທໍາລາຍໝົດແລ້ວ 100%.

ສໍາລັບສົກປີ 2021-2022, ມີເມືອງສິງພຽງເມືອງດຽວທີ່ບໍ່ມີການລັກລອບປູກຝິ່ນ, ສ່ວນອີກ 4 ເມືອງທີ່ເຫຼືອ ແມ່ນມີການລັກລອບປູກຝິ່ນ ເຊິ່ງສາມາດກວດພົບ ຄື:

  • ເມືອງລອງ ຈໍານວນ 181 ຕອນດິນ, ເນື້ອທີ່ 53 ເຮັກຕາ
  • ເມືອງວຽງພູຄາ ຈໍານວນ 29 ຕອນດິນ, ເນື້ອທີ່ 29,43 ເຮັກຕາ
  • ເມືອງນາແລ 16 ຕອນດິນ, ເນື້ອທີ່ 7 ເຮັກຕາ
  • ເມືອງຫຼວງນໍ້າທາ 6 ຕອນດິນ, ເນື້ອທີ່ເກືອບ 1 ເຮັກຕາ

ຢ່າງໃດກໍຕາມ, ຜ່ານການເຄື່ອນໄຫວແກ້ໄຂການລັກລອບປູກຝິ່ນ ຢູ່ພາຍໃນແຂວງຫຼວງນໍ້າທາ ຂອງເຈົ້າໜ້າທີ່ທຸກພາກສ່ວນທີ່ກ່ຽວຂ້ອງ ເຫັນວ່າຍັງມີຫຼາຍຢ່າງທີ່ເປັນຂໍ້ຫຍຸ້ງຍາກ ເປັນຕົ້ນແມ່ນ:

ອົງການປົກຄອງບ້ານບາງບ້ານ ບໍ່ທັນໃຫ້ການຮ່ວມມືດີເທົ່າທີ່ຄວນ, ຍັງມີການປິດບັງ ແລະ ບໍ່ລາຍງານຂໍ້ມູນສະຖານທີ່ທີ່ປະຊາຊົນພາຍໃນບ້ານຂອງຕົນລັກລອບປູກຝິ່ນ ແລະ ບາງບ້ານບໍ່ຍອມເຊັນບົດບັນທຶກກ່ຽວກັບເລື່ອງນີ້. ນອກຈາກນີ້, ການລົງທໍາລາຍສວນຝິ່ນ ຍັງມີຄວາມຊັກຊ້າ ເຮັດໃຫ້ເຈົ້າຂອງສວນເກັບກູ້ເອົາຝິ່ນໜີໄປກ່ອນແລ້ວ, ເນື່ອງຈາກສະຖານທີ່ປູກຝິ່ນຂອງປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກ ເຮັດໃຫ້ການເດີນທາງເຂົ້າໄປທໍາລາຍ ມີຄວາມຫຍຸ້ງຍາກ ເພາະຕ້ອງອາໄສການຍ່າງ ແລະ ບາງບ່ອນຕ້ອງໃຊ້ເວລາ 4-5 ຊົ່ວໂມງຈຶ່ງຮອດ.

ທັງນີ້, ພັທ ສິງຄຳ ອຸດົມພອນ ຮອງຫົວໜ້າຫ້ອງຕຳຫຼວດ ກ່າວຢໍ້າວ່າ: ເພື່ອປະຕິບັດວາລະແຫ່ງຊາດຂອງລັດຖະບານ ໂດຍສະເພາະ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດພາຍ ໃນແຂວງຫຼວງນໍ້າທາ ໃຫ້ໄດ້ຮັບຜົນສໍາເລັດຕາມທີ່ຄາດໝາຍໄວ້, ທຸກອົງການຈັດຕັ້ງ ລວມທັງພະນັກງານ, ທະຫານ-ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ຊາວແຂວງຫຼວງນໍ້າທາ ຕ້ອງຮ່ວມຈິດຮ່ວມໃຈກັນແກ້ໄຂບັນຫາຢາເສບຕິດ ແລະ ຮ່ວມກັນໂຄສະນາສຶກສາອົບຮົມປະຊາຊົນ ໃຫ້ເຂົ້າໃຈກ່ຽວກັບຜົນຮ້າຍ ແລະ ຄວາມອັນຕະລາຍຂອງຢາເສບຕິດ ແນໃສ່ເຮັດໃຫ້ການລັກລອບປູກປິ່ນ ກໍຄື ບັນຫາຢາເສບຕິດພາຍໃນແຂວງຫຼວງນໍ້າທາ ນັບມື້ຫຼຸດລົງ ແລະ ກ້າວໄປເຖິງຢຸດຕິການປູກຝິ່ນໄດ້ຢ່າງສິ້ນເຊີງໃນຕໍ່ໜ້າ.