ຫ້ອງວ່າການ ເເຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022 ຂຶ້ນໃນອາທິດຜ່ານມາ, ເປັນປະທານໂດຍ ທ່ານ ປອ ຄໍາຈັນ ອິນທອງໄຊ ປະທານຄະນະກໍາມະການຕ້ານການຄ້າມະນຸດຂັ້ນແຂວງ, ມີ ພົຈວ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ, ມີຄະນະຮັບຜິດຊອບຕ້ານການຄ້າມະນຸດຂັ້ນແຂວງ, ຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ປອ ຄໍາຈັນ ອິນທອງໄຊ ປະທານຄະນະກໍາມະການຕ້ານການຄ້າມະນຸດຂັ້ນແຂວງ

ພັທ ນາງ ມະລິຈັນ ແກ້ວມະນີວົງ ຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022 ວ່າ:

ຄະນະອະນຸກໍາມະການຕ້ານການຄ້າມະນຸດຂັ້ນແຂວງ ໄດ້ເອົາໃຈໃສ່ສ້າງຂະບວນການ, ສ້າງກິດຈະກໍາປູກຈິດສໍານຶກໃຫ້ທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ມີສ່ວນຮ່ວມໃນການສະກັດກັ້ນ ແລະ ຕ້ານການຄ້າມະນຸດດ້ວຍຫຼາຍຮູບການ.

ເຊິ່ງໃນ 1 ປີ ຜ່ານມາ, ມີຄະດີທີ່ພົວພັນເຖິງການຄ້າມະນຸດເກີດຂຶ້ນ 39 ເລື່ອງ, ມີຜູ້ຖືກຫາ 72 ຄົນ ຍິງ 21 ຄົນ (ຕ່າງປະເທດ 5 ຄົນ); ຄະດີຄ້າມະນຸດ 8 ເລື່ອງ, ມີຜູ້ຖືກຫາ 13 ຄົນ ຍິງ 5 ຄົນ (ຄົນຕ່າງປະເທດ 2 ຄົນ); ຄະດີທໍາມິດສະຈານ 16 ເລື່ອງ, ມີຜູ້ຖືກຫາ 30 ຄົນ ຍິງ 14 ຄົນ; ຄະດີກະທໍາຊໍາເລົາເດັກ 3 ເລື່ອງ, ມີຜູ້ຖືກຫາ 2 ຄົນ; ຄະດີທໍາອານາຈານ 1 ເລື່ອງ, ມີຜູ້ຖືກຫາ 4 ຄົນ; ຄະດີຂົ່ມຂືນທໍາຊໍາເລົາ 4 ເລື່ອງ, ມີຜູ້ຖືກຫາ 5 ຄົນ ແລະ ຄະດີຂົນຂວາຍຄົນເຂົ້າ-ອອກປະເທດແບບຜິດກົດໝາຍ 7 ເລື່ອງ, ມີຜູ້ຖືກຫາ 18 ຄົນ ຍິງ 2 ຄົນ.

ສໍາລັບທິດທາງໃນຕໍ່ໜ້າ ແມ່ນຈະເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານທີ່ກ່ຽວຂ້ອງ ມີແນວຄິດການເມືອງທີ່ໜັກແໜ້ນ, ມີຄວາມຊື່ສັດບໍລິສຸດ, ຕັ້ງໜ້າປະຕິບັດໜ້າທີ່ໃຫ້ມີຜົນສໍາເລັດໄປຕາມແບບແຜນ, ແຜນການທີ່ກໍານົດໄວ້ ເປັນຕົ້ນແມ່ນ ວຽກງານຄ້າມະນຸດ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ການຕິດຕາມຜູ້ກະທໍາຜິດ ມາດໍາເນີນຄະດີຕາມລະບຽບກົດໝາຍໃຫ້ມີຄວາມວ່ອງໄວ, ຊັດເຈນ, ມີຄວາມຍຸຕິທໍາ.