ກອງບັນຊາການ ປກສ ແຂວງຄຳມ່ວນ ຈັດພິທີປະກາດນະໂຍບາຍໃຫ້ພະນັກງານພັກການ-ຮັບອຸດໜູນບຳນານ ໃນວັນທີ 18 ພຶດສະພາ 2022, ໂດຍມີ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີບັນດາຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ກອງ, ໂຮງຮຽນ, ບໍລິສັດຮັກສາຄວາມປອດໄພ, ຄ້າຍຄຸມຂັງ, ຄະນະກອງບັນຊາການ ປກສ ເມືອງ 10 ຕົວເມືອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ໃນພິທີ ພັທ ຈັນໄຊ ນັນທະວົງ ຮອງຫົວໜ້າກອງບັນຊາການ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການອະນຸມັດໃຫ້ນາຍຕໍາຫຼວດພັກການ-ຮັບນະໂຍບາຍອຸດໜູນບຳນານ ລວມມີ 19 ສະຫາຍ ຄື:

  • ພັທ ແສງສຸລີ ແກ້ວກົງຍັນ
  • ພັທ ອາດ ພົມມະຈັນ
  • ພັທ ສີສະຫວາດ ຊະນະມີໄຊ
  • ພັທ ວັນ ຟອງວິຈິດ
  • ພັທ ບົວລີ ອຳພາວົງ
  • ພັທ ສະໝຸດໄທ ອິນທະລັງສີ
  • ພັທ ໂສດາ ພະໄຊສີ
  • ພັທ ຄຳພໍດີ ຄຳຈັນ
  • ພັທ ອຸດອນ ສຸນາວົງ
  • ພັທ ບຸນມີ ແສງສຸລິສັກ
  • ພັທ ຄຳໝັ້ນ ຈັນທະວົງ
  • ພັທ ຫົງສາ ວັນນຸວົງ
  • ພັທ ກຽງຄຳ ມຽງສະຫວັດ
  • ພັທ ບົວລຽນ ສໍພະສານ
  • ພັທ ອອນແກ້ວ ດວງຕາ
  • ພັທ ໄມຕີ ອຸທິດ
  • ພັທ ຄຳຄາຍ ແສງນຸວົງ
  • ພັຕ ຍໍທອງ ຈັນທະວົງ
  • ທ່ານ ພັຕ ບຸນມີ ແສງວັນທອງ

ໂອກາດດັ່ງກ່າວ, ພັອ ທິບພະຈັນ ໂພໄຊ ໄດ້ຕາງໜ້າໃຫ້ ຄະນະພັກ-ຄະນະບັນຊາ ພາຍໃນ ກອງບັນຊາການ ປກສ ແຂວງ ມອບເງິນອຸດໜູນກ່ອນຮັບເບ້ຍບຳນານ ແລະ ເງິນກອງທຶນປະກັນສັງຄົມຂອງ ກອງບັນຊາການ ປກສ ແຂວງຄຳມ່ວນ ພ້ອມທັງກ່າວສະແດງຄຳຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໄດ້ປະກອບສ່ວນ, ສຸມທຸກສະຕິປັນຍາເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາ.

ທັງນີ້, ບັນດາສະຫາຍທີ່ໄດ້ພັກການຮັບອຸດໜູນບຳນານຄັ້ງນີ້ ແມ່ນໃຫ້ສືບຕໍ່ເປັນທີ່ປຶກສາໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ ແຂວງຄຳມ່ວນ, ອຳນາດການປົກຄອງທ້ອງຖິ່ນໃນຮາກຖານ ແລະ ສຶກສາອົບຮົມການເມືອງນຳພາ-ແນວຄິດໃຫ້ພໍ່-ແມ່ປະຊາຊົນ ໃຫ້ມີຄວາມຮັບຮູ້ເຊື່ອມຊຶມຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ.