ກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ສະຫຼຸບຖອດຖອນບົດຮຽນວຽກງານວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນ 6 ເດືອນທ້າຍປີ 2021 ກອງປະຊຸມໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 24 ພຶດສະພາ 2022 ຢູ່ທີ່ສະໂມສອນ ປກສ ແຂວງ, ໂດຍການເຂົ້າຮ່ວມເປັນປະທານຂອງ ພັອ ສຸກພະຈັນ ສີລາເພັດ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ພ້ອມຄະນະ, ມີຄະນະພັກ, ຄະນະບັນຊາ, ພາກສ່ວນຄະນະຮັບຜິດຊອບຈາກ ກອງບັນຊາການ ປກສ ແຂວງ 9 ກອງເມືອງ ແລະ 1 ນະຄອນ ເຂົ້າຮ່ວມ.

ໃນກອງປະຊຸມ ພັທ ບຸນສົງ ຈັນທະວົງສັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ທັງເປັນຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ ໄດ້ໃຫ້ກຽດຂຶ້ນຜ່ານບົດສະຫຼຸບຕີລາຄາຄືນໂດຍສະເພາະແມ່ນ ວຽກງານກ່ຽວກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໄລຍະ 6 ເດືອນທ້າຍປີ 2021 ທົ່ວແຂວງຈຳປາສັກ.

ເຊິ່ງໃນໄລຍະຜ່ານມາ, ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງຈຳປາສັກ ແມ່ນໄດ້ເອົາໃຈໃສ່ເຄື່ອນໄຫວຊີ້ນຳໆພາກ່ຽວກັບ ການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢ່າງຕັ້ງໜ້າ ໂດຍໄດ້ມອບໃຫ້ ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ, ປກສ ເມືອງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຄື່ອນໄຫວໂຄສະນາເຜີຍແຜ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ແລະ ເອກະສານອື່ນໆຢູ່ຕາມພື້ນທີ່ຈຸດສຸມທີ່ມີຄວາມສ່ຽງຕາມກຸ່ມບ້ານ, ບ້ານລຽບຕາມຊາຍແດນ ແລະ ໂຮງຮຽນໄດ້ 12 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 6.944 ຄົນ ຍິງ 2.973 ຄົນ ເຊິ່ງລວມມີ: ເອກະສານຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ກົດໝາຍ ວ່າດ້ວຍ ຢາເສບຕິດ ມາດຕາ 75, 76, ເອກະສານປະກົດການຫຍໍ້ທໍ້ຢູ່ໃນສັງຄົມ, ເອກະສານສິດ ແລະ ໜ້າທີ່ຂອງພົນລະເມືອງລາວ, ກົດໝາຍອາຍາມາດຕາຕ່າງໆທີ່ກ່ຽວຂ້ອງ, ຕິດພັນກັບວຽກງານດັ່ງກ່າວ ຍັງໄດ້ເຮັດວຽກງານເກັບກຳຂຶ້ນສະຖິຕິເປົ້າໝາຍຢາເສບຕິດໄປພ້ອມ.

ເຊິ່ງ 6 ເດືອນທ້າຍປີ 2021 ໃນທົ່ວແຂວງ ໄດ້ຂຶ້ນສະຖິຕິເປົ້າໝາຍຢາເສບຕິດທັງໝົດ 8.303 ຄົນ ຍິງ 292 ຄົນ. ໃນນັ້ນ, ເປົ້າໝາຍຄ້າຂາຍລາຍໃຫຍ່ 170 ຄົນ, ຍິງ 21 ຄົນ, ຄ້າຂາຍລາຍຍ່ອຍ 1.301 ຄົນ ຍິງ 89 ຄົນ, ເປົ້າໝາຍເສບຢາເສບຕິດມີ 6.832 ຄົນຍິງ 182 ຄົນ. ນອກຈາກນັ້ນ, ຍັງສາມາດມ້າງຄະດີເສບຢາເສບຕິດໃນທົ່ວແຂວງ ໄດ້ທັງໝົດ 1.121 ຄົນ ຍິງ 56 ຄົນ, ເປົ້າໝາຍຄ້າຂາຍລາຍໃຫຍ່ 51 ຄົນ ຍິງ 3 ຄົນ, ຄ້າຂາຍລາຍຍ່ອຍ 320 ຄົນ ຍິງ 12 ຄົນ, ເສບຢາເສບຕິດມີ 750 ຄົນ ຍິງ 41 ຄົນ, ຄົນຕ່າງປະເທດ 3 ຄົນ. ພ້ອມນີ້, ຍັງສາມາດຢຶດເຄື່ອງຂອງກາງປະເພດຢາບ້າໄດ້ 443.469 ເມັດ, ໂຄເຄນ 640 ກິໂລກຼາມ, ຢາໄອສ໌ 13 ກິໂລກຼາມ ກັບ 91,13 ກຼາມ, ຢາອີ 52 ເມັດ, ຜົງຂາວ 2.100,2 ກຼາມ, ລົດໃຫຍ່ 6 ຄັນ, ລົດຈັກ 40 ຄັນ, ອາວຸດເສິກ 2 ກະບອກ ແລະ ເຄື່ອງຂອງກາງອື່ນໆອີກຈຳນວນໜຶ່ງ.

ໃນຕ້ອນທ້າຍກອງປະຊຸມ, ພັອ ສຸກພະຈັກ ສີລາເພັດ ໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໂດຍສະເພາະ ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ, ພາກສ່ວນທີ່ກ່ຽວຂ້ອງ ທີ່ສາມາດຍາດໄດ້ຜົນງານ ແລະ ເຮັດສຳເລັດໜ້າທີ່ຕາມກາມອບໝາຍ. ຈາກນັ້ນ, ຍັງໄດ້ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ກໍຄື ພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງສືບຕໍ່ເຄື່ອນໄຫວໂຄສະນາເຜີຍແຜ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ແລະ ບັນເອກະສານດ້ານກົດໝາຍຕ່າງໆທີ່ກ່ຽວຂ້ອງລົງສູ່ກຸ່ມບ້ານ, ພື້ນທີ່ທີ່ມີຄວາມສ່ຽງ, ບ້ານລຽບຕາມຊາຍແດນ ແລະ ບັນດາສະຖາບັນໂຮງຮຽນໃຫ້ທົ່ວເຖິງ, ຂຶ້ນບັນຊີກໍາແໜ້ນເປົ້າໝາຍຢາເສບຕິດໃຫ້ລະອຽດ, ຊັດເຈນ, ເອົາໃຈໃສ່ແກ້ໄຂເປົ້າໝາຍໃຫ້ຖືກຕ້ອງຕາມຫຼັກການວິຊາສະເພາະ, ຖືກຕ້ອງໂປ່ງໃສທາງດ້ານກົດໝາຍ ແນໃສ່ເຮັດໃຫ້ບັນຫາຢາເສບຕິດຢູ່ແຂວງຈຳປາສັກ ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.