ໃນວັນທີ 11 ພະຈິກ 2022, ປກສ ແຂວງຜົ້ງສາລີ ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງ ຄະນະພັກຂອງບັນດາໜ່ວຍພັກ ທີ່ຂຶ້ນກັບ ອົງຄະນະພັກ ກອງບັນຊາການ ປກສ ແຂວງ, ເປັນປະທານໂດຍ ສະຫາຍ ພັອ ຄໍາຈັນ ແສງລາວົງ ກໍາມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີບັນດາຄະນະພັກ-ຄະນະກອງບັນຊາການ, ຄະນະພັກຫ້ອງ ອ້ອມຂ້າງ ກອງບັນຊາການ ປກສ ແຂວງ ຕະຫຼອດຮອດສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.

ສະຫາຍ ພັທ ນາງ ວຽງຄໍາ ຄຸນສົມເຮືອງ ຄະນະພັກກອງບັນຊາການ, ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານມະຕິຕົກລົງຂອງ ອົງຄະນະພັກ ກອງບັນຊາການ ປກສ ແຂວງ ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງ ຮອງເລຂາຄະນະໜ່ວຍພັກ ອ້ອມຂ້າງ ກອງບັນຊາການ ປກສ ແຂວງ ດັ່ງນີ້:

  • ແຕ່ງຕັ້ງ ສະຫາຍ ພັຕ ລຽນ ສຸວັນ ເປັນ ຄະນະໜ່ວຍພັກ ກອງພັນປ້ອງກັນເຄື່ອນທີ່
  • ແຕ່ງຕັ້ງ ສະຫາຍ ພັທ ນາງ ເພັດ ຄໍາມະລຽງ ເປັນ ຄະນະໜ່ວຍພັກ ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ
  • ແຕ່ງຕັ້ງ ສະຫາຍ ພັທ ສານແສງ ເສົາສຸລິພົມ ເປັນ ຮອງເລຂາໜ່ວຍພັກ ຫ້ອງການເມືອງ
  • ແຕ່ງຕັ້ງ ສະຫາຍ ພັທ ຄໍາເຈັ່ນ ສຸວົງ ເປັນ ຮອງເລຂາໜ່ວຍພັກ ບໍລິຫານ-ສັງລວມ ຄະນະພັກຮາກຖານ ຫ້ອງຕໍາຫຼວດ
  • ແຕ່ງຕັ້ງ ສະຫາຍ ພັຕ ສົມເພັດ ມະນີແກ້ວ ເປັນ ຄະນະໜ່ວຍພັກສະກັດກັ້ນ ແລະ ຕ້ານຢາເສບຕິດ
  • ແຕ່ງຕັ້ງ ສະຫາຍ ພັຕ ຄໍາລື ລາວຊີ ເປັນ ຮອງເລຂາໜ່ວຍພັກ ກວດກາ-ຄວບຄຸມຢາເສບຕິດ
  • ແຕ່ງຕັ້ງ ສະຫາຍ ຮອ ສຸກ ລາພອນ ເປັນ ຄະນະໜ່ວຍພັກ ກວດກາ-ຄວບຄຸມຢາເສບຕິດ
  • ແຕ່ງຕັ້ງ ສະຫາຍ ພັທ ຄໍາແອ່ນ ຍິນນະຄຸນ ເປັນ ຄະນະໜ່ວຍພັກສືບສ່ວນ-ສອບສວນການເມືອງ ຄະນະພັກຮາກຖານ ຫ້ອງສັນຕິບານ

ນອກນີ້, ຍັງຜ່ານມະຕິຕົກລົງຂອງ ຄະນະປະຈໍາພັກແຂວງ ວ່າດ້ວຍ ການອະນຸມັດຮັບຮອງເອົາບັດສະມາຊິກພັກສົມບູນ ຜູ້ທີ່ມີມາດຖານເງື່ອນໄຂ ຊຸດທີ XV ມີຈໍານວນ 637 ສະຫາຍ ຍິງ 196 ສະຫາຍ ພ້ອມທັງມອບໃບຍ້ອງຍໍໃຫ້ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ມີຜົນງານດີເດັ່ນ ປະຈໍາປີ 2021. ໃນນີ້, ເຈົ້າແຂວງເຫັນດີມອບໃບຍ້ອງຍໍໃຫ້ ກອງບັນຊາການ ປກສ ແຂວງ ລວມມີ 297 ທ່ານ ຍິງ 67 ທ່ານ ແລະ ໃບຍ້ອງຂໍຂັ້ນກອງບັນຊາການ ປກສ ແຂວງ ເຫັນດີມອບໃບຍ້ອງຍໍໃຫ້ນາຍ ແລະ ພົນຕໍາຫຼວດ ທີ່ມີຜົນງານດີເດັ່ນ ມີ 189 ສະຫາຍ ຍິງ 39 ສະຫາຍ.

ສະຫາຍ ພັອ ຄໍາຈັນ ແສງລາວົງ ໄດ້ໂອ້ລົມ ແລະ ເນັ້ນໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ແລະ ບັນດາສະຫາຍທີ່ຖືກແຕ່ງຕັ້ງໃນຄັ້ງນີ້ ສືບຕໍ່ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຈໍາແນກມິດສັດຕູຢ່າງຈະແຈ້ງ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງ, ເພີ່ມທະວີຮັກສາມູນເຊື້ອ ໂດຍສະເພາະ ຜົນງານການປະຕິບັດໜ້າທີ່ໃຫ້ດີຂຶ້ນເລື້ອຍໆ, ເປັນແບບຢ່າງໃນການປະຕິບັດລະບຽບຂອງພັກ-ກົດໝາຍຂອງລັດ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ແລະ ຕ້ອງມີຄວາມເປັນເອກະພາບສູງ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ທັງຕີລາຄາປະເມີນການການເຄື່ອນໄຫວນໍາພາແຕ່ລະໄລຍະ ໃຫ້ເປັນປົກກະຕິ.