ດ່ານສາກົນ ຂົວມິດຕະພາບ IV ແຂວງບໍ່ແກ້ວ ໄດ້ກັບມາເປີດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ສາມາດເດີນທາງ-ເຂົ້າອອກໄດ້ຢ່າງເປັນປົກກະຕິ ພາຍຫຼັງທີ່ມີການປະກາດປິດດ່ານ ຍ້ອນການແພ່ລະບາດຂອງພະຍາດໂຄວິດ-19, ເຊິ່ງປັດຈຸບັນການເດີນທາງເຂົ້າ-ອອກຂອງນັກທ່ອງທ່ຽວ ສະເລ່ຍຫຼາຍກວ່າ 300 ຄົນ ໃນແຕ່ລະວັນ ແລະ ການນໍາໃຊ້ພາຫະນະກໍຫຼາຍສົມຄວນ.

ພັທ ນໍ່ຄໍາ ດາລາວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບ IV ແຂວງບໍ່ແກ້ວ
ພັທ ນໍ່ຄໍາ ດາລາວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບ IV ແຂວງບໍ່ແກ້ວ

+ ພັທ ນໍ່ຄໍາ ດາລາວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບ IV ແຂວງບໍ່ແກ້ວ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ໃນວັນທີ 8 ພະຈິກ 2022 ວ່າ:

ດ່ານສາກົນ ຂົວມິດຕະພາບ IV ຕັ້ງຢູ່ບ້ານດອນ ໂດຍເຊື່ອມຕໍ່ກັບເສັ້ນທາງ R3 ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ຝັ່ງໄທແມ່ນຕັ້ງຢູ່ບ້ານດອນມະຫາວັນ ເມືອງຊຽງຂອງ ແຂວງຊຽງຮາຍ, ເຊິ່ງຂົວດັ່ງກ່າວມີຄວາມຍາວ 630 ແມັດ ແລະ ກວ້າງ 14,7 ແມັດ, ເປັນຂົວຊ່ອງຈະລາຈອນຕາມແນວເສດຖະກິດແຕ່ເໜືອຫາໃຕ້ ໂດຍການຮ່ວມມືກໍ່ສ້າງລະຫວ່າງ ລາວ-ຈີນ ແລະ ໄທ.

ສໍາລັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແລະ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນນັ້ນ, ຄະນະຮັບຜິດຊອບດ່ານທຸກຂັ້ນ ກໍໄດ້ເອົາໃຈໃສ່ຢ່າງເຂັ້ມງວດ ໃນການຈັດຕັ້ງຜັນຂະຫຍາຍ ເປັນຕົ້ນແມ່ນໄດ້ນໍາເອົາເອກະສານທີ່ກ່ຽວຂ້ອງມາຈັດຕັ້ງເຊື່ອມຊຶມ ແລະ ສ້າງເປັນແຜນການ.

ພ້ອມທັງຍັງໄດ້ຊີ້ນໍາໃຫ້ຈັດຕັ້ງປະຕິບັດຕົວຈິງ ຢູ່ແຕ່ລະຂະແໜງການ ໃຫ້ເປັນປົກກະຕິ ແລະ ໃນໄລຍະທີ່ມີການປະກາດເປີດປະເທດ ກໍຄື ເປີດດ່ານສາກົນແຕ່ລະແຫ່ງ, ເຊິ່ງນັບແຕ່ວັນທີ 17 ພຶດສະພາ 2022 ຈົນເຖິງປັດຈຸບັນນີ້ ດ່ານສາກົນ ຂົວມິດຕະພາບ IV ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເດີນທາງເຂົ້າ-ອອກສະເລ່ຍຫຼາຍກວ່າ 300 ຄົນຕໍ່ວັນ ແລະ ຍັງມີພາຫະນະສ່ວນຕົວ, ລົດຂົນສົ່ງ ແລະ ອື່ນໆ ສັນຈອນເຂົ້າ-ອອກ 50 ກວ່າຄັນ.

+ ພັທ ນໍ່ຄໍາ ດາລາວົງ ຍັງກ່າວອີກວ່າ:

ປັດຈຸບັນ, ມີເຈົ້າໜ້າທີ່ແຕ່ລະພາກສ່ວນ ເຂົ້າມາປະຕິບັດໜ້າທີ່ຕາມພາລະບົດບາດຂອງໃຜລາວ ໂດຍໄດ້ມີການຜັດປ່ຽນປະຈຳການຕະຫຼອດ 24 ຊົ່ວໂມງ ເພື່ອເຮັດໃຫ້ດ່ານມີຄວາມສະງົບ-ເປັນລະບຽບຮຽບຮ້ອຍ.

ທາງດ້ານການອຳນວຍຄວາມສະດວກ ດ່ານໄດ້ມີລົດຂົນສົ່ງ, ລົດຕຸກໆ ແລະ ລົດຕູ້ໂດຍສານລະຫວ່າງປະເທດລາວ-ໄທ ເພື່ອຮັບ-ສົ່ງຜູ້ໂດຍສານ, ນັກທ່ອງທ່ຽວທີ່ເດີນທາງເຂົ້າ-ອອກ ນັບແຕ່ເວລາ 6:00 ຫາ 22:00 ໂມງຂອງທຸກໆມື້ ເພື່ອຮັບ-ສົ່ງຜູ້ໂດຍສານໄປຍັງເທດສະບານ ແລະ ເມືອງຕ່າງໆ.

ສໍາລັບການຂົນສົ່ງສິນຄ້າພາຍໃນ ແລະ ຜ່ານແດນ ແມ່ນໄດ້ອໍານວຍຄວາມສະດວກໄດ້ເປັນຢ່າງດີ ເປັນຕົ້ນແມ່ນໄດ້ແກ້ໄຂຊ່ອງຈະລາຈອນ ໂດຍໃຫ້ລົດເປົ່າເຂົ້າເລນພາຫະນະ ເພື່ອລະບາຍລົດບໍ່ໃຫ້ໄປປະປົນກັນກັບລົດສິນຄ້າທີ່ໄປຍົກຕູ້-ຍໍຕູ້ຢູ່ລານຈອດ, ໄດ້ອຳນວຍຄວາມສະດວກໃຫ້ລົດນໍ້າມັນເປັນບູລິມະສິດ ເຊິ່ງແມ່ນເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງດ່ານ ເປັນຜູ້ກວດກາ ແລະ ບໍ່ໃຫ້ແກ່ຍາວເວລາ ເພື່ອໃຫ້ປະຊາຊົນໄດ້ໃຊ້ນໍ້າມັນ.

ນອກຈາກນັ້ນ, ພາຍໃນຂອບເຂດດ່ານ ກໍຍັງໄດ້ມີການປັບປຸງພື້ນຖານໂຄງລ່າງ ຄື: ໂຄງການເອັກສະເລລົດບັນທຸກສິນຄ້າ, ໂຄງການປັບປຸງລານຈອດລົດ ແລະ ຫ້ອງການ ລັດວິສາຫະກິດລາວ ບໍລິການສາງສິນຄ້າ ແລະ ຫ້ອງການຊິບປີ້ງ ພາຍໃນດ່ານ ອີກດ້ວຍ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!