ເວລາປະມານ 22:00 ໂມງ ຂອງວັນທີ 12 ພະຈິກ 2022 ໄດ້ມີຊາຍ 3 ຄົນ, ປຸ້ນຈີ້ເອົາເງິນຂອງ ທ້າວ ຮາ ວັນ ມາຍ ອາຍຸ 47 ປີ, ສັນຊາດຫວຽດນາມ, ພັກເຊົາຢູ່ບ້ານທົ່ງນ້ອຍ ເມືອງປາກຊັນ ແຂວງບໍລິຄຳໄຊ ລວມມູນຄ່າເສຍຫາຍມີເງິນກີບຈໍານວນ 16.000.000 ກີບ, 1.000 ບາດ, 300 ໂດລາ, 500.000 ດົ່ງ ແລະ ໂທລະສັບມືຖື 1 ເຄື່ອງ.

ພາຍຫຼັງເຈົ້າໜ້າທີ່ ປກສ ກຸ່ມຫ້ວຍຄູນ ໄດ້ຮັບແຈ້ງຄວາມ ກໍໄດ້ລາຍງານພະແນກຕໍາຫຼວດ ປກສ ເມືອງບໍລິຄັນ, ຜ່ານການລົງເກັບກໍາຂໍ້ມູນສະຖານທີ່ເກີດເຫດ, ກໍໄດ້ຂຶ້ນບັນຊີເປົ້າໝາຍກໍ່ເຫດໄດ້ 3 ຄົນ.

ຮອດເວລາ 11:00 ໂມງ ຂອງວັນ 13 ພະຈິກ 2022 ກໍສາມາດຈັບເປົ້າໝາຍໄດ້ 2 ຄົນ ຄື: ທ້າວ ສຸວິໄຊ ຫຼື ຄໍາຮູ້ ອາຍຸ 24 ປີ ແລະ ທ້າວ ຂັນ ອາຍຸ 36 ປີ, ສ່ວນເປົ້າໝາຍອີກຄົນຊື່ ທ້າວ ວົງເດືອນ ຫຼື ຈ່ອຍ ອາຍຸ 28 ປີ ແມ່ນໄດ້ເອົາຕົວລົບໜີ, ທັງ 3 ຢູ່ບ້ານຫ້ວຍຄູນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ; ຮອດເວລາ 21:00 ໂມງຂອງວັນດຽວກັນ ຜູ້ປົກຄອງ ທ້າວ ວົງເດືອນ ໄດ້ນໍາຕົວຜູ້ກ່ຽວມາມອບໃຫ້ເຈົ້າໜ້າທີ່.

+ ຜ່ານການສອບສວນໃນເບື້ອງຕົ້ນ ທັງ 3 ສາລະພາບວ່າ:

ກ່ອນຈະໄປກໍ່ເຫດ ທັງ 3 ຄົນ ໄດ້ພາກັນນັ່ງຫຼິ້ນເກມຢູ່ເຮືອນຂອງ ທ້າວ ຂັນ ແລ້ວ ທ້າວ ຄຳຮູ້  ກໍໄດ້ວາງແຜນການປຸ້ນເອົາເງິນຂອງຄົນຫວຽດນາມທີ່ຊື້ເຫຼັກເສດ, ຮ້ານຕັ້ງຢູ່ບ້ານທົ່ງນ້ອຍ ເພາະຜ່ານມາ ທ້າວ ຄຳຮູ້ ແມ່ນເຄີຍຂາຍເຫຼັກເສດໃຫ້ຮ້ານດັ່ງກ່າວຈຳນວນຫຼາຍຄັ້ງ.

ໂດຍ ທ້າວ ຄໍາຮູ້ ໄດ້ວາງແຜນການ ວ່າ: ໃຫ້ ທ້າວ ວົງເດືອນ ເປັນຄົນລັດລົດ ທ້າວ ຮາ ວັນ ມາຍ ໃນເວລາທີ່ ທ້າວ ຄໍາຮູ້ ໄດ້ໂທບອກມາຫາບ່ອນນັດໝາຍ ເພື່ອຕົວະວ່າມີເຫຼັກເສດຈະຂາຍໃຫ້; ເມື່ອມາຮອດແລ້ວ ໃຫ້ຈີ້ເອົາເງິນແລ້ວມາແບ່ງປັນກັນ.

ຫຼັງຈາກຕົກລົງກັນລະອຽດແລ້ວ, ຮອດເວລາປະມານ 22:00 ໂມງ ຂອງວັນດຽວກັນ ພວກກ່ຽວທັງ  3  ຄົນ ປະຕິບັດຕາມແຜນການທີ່ວາງໄວ້; ຈາກນັ້ນ, ໄດ້ຂີ່ລົດຈັກເວບຈີນສີແດງດຳ ບໍ່ມີປ້າຍທະບຽນ ເຊິ່ງເປັນລົດຂອງ ທ້າວ ວົງເດືອນ ຊ້ອນ 3 ໄປຖ້າຢູ່ບ່ອນນັດໝາຍ ພໍຂີ່ໄປຮອດໜ້າໂຮງງານຢາງພາລາທາງຮ່ອມບ່ອນດູດຫີນ-ຊາຍ ກໍໄດ້ພາກັນຈອດລົດຈັກ, ໂດຍ ທ້າວ ຄຳຮູ້ ໄດ້ວາງແຜນການໃຫ້ ທ້າວ ວົງເດືອນ ນັ່ງເຝົ້າລົດຈັກຢູ່ແຄມທາງ, ເວລາທີ່ເຈົ້າຂອງຮ້ານເຫຼັກເສດອອກມາ ແມ່ນໃຫ້ ທ້າວ ວົງເດືອນ ເປັນຄົນລັດລົດ ແລ້ວບອກໃຫ້ໄປຫາ ທ້າວ ຄໍາຮູ້ ແລະ ທ້າວ ຂັນ ທີ່ລົງໄປລີ້ຢູ່ແຄມທາງເພື່ອສະດວກໃນການລົງມືຈີ້ເອົາເງິນ.

ຈາກນັ້ນ, ທ້າວ ຄຳຮູ້ ແລະ ທ້າວ ຂັນ ກໍໄດ້ເອົາເສື້ອປິດໜ້າ ແລະ ຖືມີດຄົນລະດວງລົງໄປລີ້ຢູ່ແຄມທາງ, ຜ່ານໄປປະມານ 20 ນາທີ, ທ້າວ ຮາ ວັນ ມາຍ ແລະ ນາງ ຫງວຽນ ທິ ທີ (ຜົວ-ເມຍ) ໄດ້ຂີ່ລົດຍີ່ຫໍ້ SOJEN ມາຈາກຈຸດນັດໝາຍ ແລ້ວພວກກ່ຽວກໍເອົາມີດຈີ້ເອົາກະເປົາເງິນຂອງ ທ້າວ ຮາ ວັນ ມາຍ ແລ້ວພາກັນລົບໜີ.

ຄະດີດັ່ງກ່າວ, ເຈົ້າໜ້າທີ່ວິຊາສະເພາະ ສາມາດເກັບກູ້ເຄື່ອງຂອງກາງໄດ້ຈຳນວນໜຶ່ງ ມີຄື: ເງິນກີບ 4.400.000 ກີບ, ເງິນດົ່ງ 210.000 ດົ່ງ, ເງິນຢວນ 1 ຢວນ, ເງິນໂດລາ 1 ໂດລາ, ໂທລະສັບ 1 ເຄື່ອງ, ລົດຈັກເວບຈີນສີແດງ ບໍ່ມີປ້າຍທະບຽນ 1 ຄັນ, ເສື້ອແຂນສັ້ນສີດຳທີ່ໃຊ້ປິດໜ້າເວລາກໍ່ເຫດ 2 ຜືນ, ມິດ 1 ດວງ ແລະ ຢາບ້າ 5 ເມັດ.

ປັດຈຸບັນ, ຕໍ່ກັບຄະດີດັ່ງກ່າວນີ້ ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ພວມເລັ່ງປະກອບສໍານວນຄະດີ ສົ່ງໃຫ້ອົງການໄອຍະການປະຊາຊົນ ສັ່ງຟ້ອງສານຕັດສິນຕາມກົດໝາຍ.