ຄະນະພັກຮາກຖານກອງພັນ 609 ທະຫານແຂວງໄຊຍບູລີ ໄດ້ເປີດກອງປະຊຸມສະຫຼຸບປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023, ໂດຍການເປັນປະທານຂອງ ສະຫາຍ ພັທ ບຸນທະວີ ຖານະວັນ ຄະນະພັກກອງບັນຊາ ການ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງພັນ 609 ທະຫານແຂວງໄຊຍະບູລີ, ມີຄະນະພັກຮາກຖານ, ເລຂາໜ່ວຍພັກກອງຮ້ອຍທີ່ຂຶ້ນກັບ ຕະຫຼອດຮອດສະມາຊິກພັກເຂົ້າຮ່ວມ.

ພັທ ບຸນທະວີ ຖານະວັນ ໄດ້ຜ່ານບົດສະຫຼຸບ ຕີລາຄາຄືນການປະເມີນຜົນການກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດໃນການນຳພາ-ຊີ້ນຳຂອງຄະນະພັກຮາກຖານກອງພັນ 609 ໃນໄລ ຍະຜ່ານມາ ຕໍ່ຂົງເຂດວຽກງານປັບປຸງກໍ່ສ້າງພັກ, ກໍ່ສ້າງກົມກອງ, ຄະນະພັກຮາກຖານກອງ ພັນ 609 ປະກອບມີສະມາຊິກພັກທັງໝົດ 106 ສະຫາຍ ຍິງ 12 ສະ ຫາຍ, ໃນໄລຍະ 1 ປີຜ່ານມາ, ຄະນະພັກຮາກຖານແມ່ນໄດ້ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນເຂົ້າໃນການເຄື່ອນ ໄຫວທຸກຂົງເຂດວຽກງານ ເພື່ອປັບປຸງກໍ່ສ້າງຄະນະພັກຮາກຖານ, ເລຂາໜ່ວຍພັກ ແລະ ສະມາຊິກພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນໂດຍຖືເອົາຄຸນນະພາບໃນການປັບປຸງກໍ່ສ້າງສະມາຊິກພັກຕາມ 5 ຫຼັກ ການ 3 ທິດນຳຂອງພັກໃຫ້ມີຄຸນນະພາບຕາມລະດັບຄາດໝາຍ, ສາມາດຮັກ ສາໄດ້ມູນເຊື້ອໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຈາກຜົນງານດັ່ງກ່າວສາມາດຕີລາຄາການນຳພາ-ບັນ ຊາຂອງຄະນະພັກຮາກຖານດ້ານການເມືອງແຂງ, ດ້ານແນວຄິດແຂງ, ດ້ານການຈັດຕັ້ງແຂງ, ດ້ານແບບແຜນການນຳພາແຂງ ແລະ ດ້ານນຳພາປະຕິບັດໜ້າທີ່ການເມືອງແຂງ, ອົງການຈັດຕັ້ງຊາວໝຸ່ມ-ແມ່ຍິງ ໄດ້ປະເພດແຂງກວມເອົາ 100%. ໃນກອງປະຊຸມ, ຍັງໄດ້ຜ່ານຂໍ້ແຂ່ງຂັນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ພ້ອມທັງຂຶ້ນຈັບມື ເພື່ອພ້ອມກັນນຳເອົາຂໍ້ແຂ່ງຂັນດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບໝາກຜົນສູງ.

ໂອກາດນີ້, ສະຫາຍ ພັທ ບຸນທະວີ ຖານະວັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວຂອງຄະນະພັກຮາກ ຖານ ທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສ  ເຂັ້ມແຂງ ໜັກແໜ້ນ ສາມາດເປັນແກນນຳໃນລະບົບການ ເມືອງຢູ່ກົມກອງຢ່າງແທ້ຈິງ. ພ້ອມກັນນັ້ນ, ສະຫາຍຍັງໄດ້ຍົກໃຫ້ເຫັນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ ພ້ອມກັນເອົາໃຈໃສ່ປັບປຸງແກ້ໄຂໃຫ້ດີຂຶ້ນ ເປັນ ຕົ້ນແມ່ນການສະກັດກັ້ນຕ້ານສິ່ງຫຍໍ້ທໍ້ຕ່າງໆໃນຖັນແຖວພະນັກງານສະມາຊິກພັກ, ນາຍ ແລະ ພົນຕຳຫຼວດໃຫ້ໄດ້ໂດຍພື້ນຖານ ແລະ ຮຽກ ຮ້ອງໃຫ້ສະມາຊິກພັກ ຈົ່ງເພີ່ມທະວີຄວາມຮັບຜິດຊອບໃນໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ເປັນແບບຢ່າງໃນການປະຕິບັດວຽກງານພາຍໃນກົມກອງໃຫ້ສູງ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕະຫຼອດໄປ.