ວັນທີ 29 ພະຈິກ 2022, ເຈົ້າໜ້າທີ່ຕຳຫຼວດ ແຂວງບາກລຽວ ສສ ຫວຽດນາມ ເປີດເຜີຍວ່າ: ໄດ້ກັກຕົວ ທ້າວ ຟັນກົງກົວ ອາໄສຢູ່ເມືອງຖັງຈີ, ແຂວງຊອກຕາງ ຜູ້ຕ້ອງຫາຄະດີກ່ຽວກັບການບັງຄັບໃຫ້ຜູ້ອື່ນຢູ່ຕ່າງປະເທດແບບຜິດກົດໝາຍ.

ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດ, ໃນປີ 2007 ທ້າວ ຟັນກົງກົວ ໄດ້ໄປປະເທດລັດເຊຍ ດ້ວຍຮູບແບບການທ່ອງທ່ຽວ. ຈາກນັ້ນ, ກໍເຮັດວຽກເປັນພະນັກງານຢູ່ໂຮງງານຕັດຫຍິບແຫ່ງໜຶ່ງ ໃນນະຄອນຫຼວງມົດສະກູ ປະເທດລັດເຊຍ ແລະ ປີ 2011 ຜູ້ກ່ຽວໄດ້ເຊົ່າພື້ນທີ່ ເພື່ອເປີດໂຮງງານຜະລິດເສື້ອຜ້າຂອງຕົນເອງຢູ່ມົດສະກູ ແຕ່ບໍ່ໄດ້ຈົດທະບຽນທຸລະກິດ.

ຕໍ່ມາ, ຜູ້ກ່ຽວໄດ້ຕິດຕໍ່ຫາພໍ່-ແມ່ຢູ່ ສສ ຫວຽດນາມ ໃຫ້ຊອກຫາຄົນເພື່ອສົ່ງໄປເຮັດວຽກຢູ່ປະເທດລັດເຊຍ ເປັນເວລາ 3 ປີ ດ້ວຍເງື່ອນໄຂຕ້ອງຈ່າຍເງິນລ່ວງໜ້າໃຫ້ຜູ້ກ່ຽວ 40 ລ້ານດົ່ງ ສຳລັບຄ່າໃຊ້ຈ່າຍ ແລະ ຂັ້ນຕອນການແລ່ນເອກະສານເຮັດວຽກ, ແຕ່ເມື່ອຄົນງານໄປຮອດໂຮງງານຕັດຫຍິບຂອງຜູ້ກ່ຽວ ຜູ້ກ່ຽວກໍຢືດເອກະສານທັງໝົດໃນທັນທີ ແລະ ໄດ້ປິດປະຕູໂຮງງານ ເພື່ອບໍ່ໃຫ້ເຂົາເຈົ້າອອກຈາກໂຮງງານ.

ຖ້າພະນັກງານຕ້ອງການຍົກເລີກສັນຍາການຈ້າງງານ ກ່ອນເວລາກຳນົດ ຕ້ອງໄດ້ຕິດຕໍ່ກັບຄອບຄົວເພື່ອໂອນເງິນ 60 ລ້ານດົ່ງ ໃຫ້ຜູ້ກ່ຽວກ່ອນຈະກັບຄືນຫວຽດນາມໄດ້.

ດ້ວຍກົນອຸບາຍທີ່ກ່າວມານີ້, ນັບແຕ່ປີ 2012 ເຖິງ 2016 ທ້າວ ຟັນກົງກົວ ໄດ້ກັກຕົວພົນລະເມືອງຫວຽດນາມ ຈຳນວນ 57 ຄົນ ແລະ ຖືກບັງຄັບໃຫ້ຢູ່ໃນປະເທດລັດເຊຍ ແບບຜິດກົດໝາຍ.

ເຊິ່ງປັດຈຸບັນນີ້, ຄະດີດັ່ງກ່າວ ພວມຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!