ວັນທີ 16 ພະຈິກ 2022, ສານປະຊາຊົນ ນະຄອນຮ່າໂນ້ຍ ສສ ຫວຽດນາມ ໄດ້ເປີດພິຈາລະນາຄະດີອາຍາຕໍ່ຈຳເລີຍ ທ້າວ ກາວຊວນເຈືອງ ຄັ້ງທຳອິດ ຢູ່ເມືອງຊາຫວຽວ ແຂວງນິງບິ່ງ ໃນຂໍ້ຫາກໍ່ອາຊະຍາກຳ ຄື: ການຄ້າມະນຸດອາຍຸຕ່ຳກວ່າ 16 ປີ ແລະ ການຄ້າອະໄວຍະວະຂອງມະນຸດ, ຕາມຄຳຮ້ອງຟ້ອງຂອງ ໄອຍະການສານປະຊາຊົນ ນະຄອນຮ່າໂນ້ຍ.

ປະມານເດືອນຕຸລາ 2018, ທ້າວ ກາວຊວນເຈືອງ ໄດ້ເຂົ້າໄປຊອກຫາຂໍ້ມູນກ່ຽວກັບ ການບໍລິຈາກໝາກໄຂ່ຫຼັງ ໃນອິນເຕີເນັດ. ດ້ວຍເຫດນີ້, ຜູ້ກ່ຽວຈຶ່ງໄດ້ຮູ້ຈັກກັບ ທ້າວ ວິງ ໃນທາງສື່ສັງຄົມອອນລາຍ, ເຊິ່ງ ທ້າວ ວິງ ໄດ້ຕົກລົງກັບຜູ້ກ່ຽວວ່າ:

” ຖ້າສາມາດຕິດຕໍ່ຄົນມາບໍລິຈາກໝາກໄຂ່ຫຼັງໄດ້ ຜູ້ກ່ຽວຈະໄດ້ຮັບເງິນນາຍໜ້າ ຈໍານວນ 230 ລ້ານດົ່ງ ”

ຫຼັງຈາກນັ້ນ, ທ້າວ ວິງ ແລະ ຜູ້ກ່ຽວກໍໄດ້ລົງຂໍ້ມູນດັ່ງກ່າວ ໃນກຸ່ມເຄືອຂ່າຍສັງຄົມອອນລາຍ ເພື່ອຊອກຫາຜູ້ທີ່ຕ້ອງການບໍລິຈາກໜາກໄຂ່ຫຼັງ ແລະ ຜູ້ຕ້ອງການຫາວຽກເຮັດທີ່ມີເງິນເດືອນສູງ. ນອກຈາກນີ້, ທ້າວ ກາວຊວນເຈືອງ ຍັງໄດ້ສົມທົບກັບ ນາງ ຫງວຽນທິກີວອຽນ ຫຼອກລວງເດັກຍິງໄປຂາຍຢູ່ປະເທດຈີນນຳອີກ.

ຕໍ່ມາປະມານທ້າຍເດືອນກັນຍາ 2019, ນາງ T (ນາມສົມມຸດ) ເກີດປີ 2005, ຢູ່ນະຄອນໂຮ່ຈີມິນ ມີຄວາມຕ້ອງການທີ່ຈະຊອກຫາວຽກເຮັດ ຈຶ່ງ ໄດ້ເຂົ້າໄປຄົ້ນຫາຂໍ້ມູນໃນສື່ສັງຄົມອອນລາຍ ແລະ ໄດ້ຮູ້ຈັກກັບ ທ້າວ ກາວຊວນເຈືອງ; ເຊິ່ງ ທ້າວ ກາວຊວນເຈືອງ ໄດ້ໃຫ້ຄຳໝັ້ນສັນຍາກັບນາງວ່າ ຈະແນະນຳບໍລິສັດເຮັດວຽກໃນປະເທດຈີນໃຫ້ ດ້ວຍເງິນເດືອນ 7 ລ້ານດົ່ງຕໍ່ເດືອນ. ສ່ວນເອກະສານຂອງ ນາງ T ແມ່ນ ທ້າວ ກາວຊວນເຈືອງ ແລ່ນໃຫ້ທຸກຢ່າງພ້ອມຄ່າເດີນທາງ.

ດ້ວຍຄວາມໃຈງ່າຍເຊື່ອໃນສິ່ງທີ່ ທ້າວ ກາວຊວນເຈືອງ ເວົ້າ, ນາງ T ຈຶ່ງຕັດສິນໃຈເດີນທາງໄປຮ່າໂນ້ຍ ເພື່ອພົບ ແລະ ຍັງໄປຖ່າຍຮູບສົ່ງໃຫ້ ທ້າວ ອວງ ເບິ່ງວ່າ ນາງ T ຜ່ານມາດຕະຖານການຖືພາແທນ ຫຼື ບໍ. ຫຼັງຈາກທີ່ ທ້າວ ກາວຊວນເຈືອງ ແລະ ທ້າວ ອວງ ໄດ້ຕົກລົງໃນໂທລະສັບແລ້ວ ຈຶ່ງຊື້ປິ້ລົດໃຫ້ ນາງ T ອອກຈາກຮ່າໂນ້ຍໄປປະເທດຈີນ. ຈາກນັ້ນ, ທ້າວ ອວງ ໄດ້ໂອນເງິນ 18 ລ້ານດົ່ງ ໃຫ້ ທ້າວ ກາວຊວນເຈືອງ ເປັນຄ່າຕອບແທນ.

ເມື່ອໄປເຖິງປະເທດຈີນ, ນາງ T ຖືກບັງຄັບໂດຍ ທ້າວ ອວງ ພ້ອມພັກພວກ ໃຫ້ຖືພາແທນຄົນອື່ນໆ. ຖ້າບໍ່ດັ່ງນັ້ນ, ຈະຖືກທຸບຕີ ແລະ ບໍ່ໃຫ້ກັບຄືນບ້ານເກີດ, ເມື່ອ ນາງ T ຂໍກັບຄືນ ຫວຽດນາມ, ທ້າວ ອວງ ຈຶ່ງໃຫ້ຄອບຄົວຂອງ ນາງ T ໂອນເງິນ 75 ລ້ານດົ່ງ ມາຈ່າຍເປັນເງິນຄ່າໄຖ່.

ຫຼັງຈາກນັ້ນ, ທາງຄອບຄົວຂອງ ນາງ T ໄດ້ໂອນເງິນ 36 ລ້ານດົ່ງ ໃຫ້ກຸ່ມຂອງ ທ້າວ ອວງ, ແຕ່ກໍຍັງບໍ່ໄດ້ຮັບອະນຸຍາດໃຫ້ກັບບ້ານ ເພາະຕ້ອງລໍໃຫ້ເກີດລູກກ່ອນ. ຕົກມາໃນເດືອນພຶດສະພາ 2020, ນາງ T ໄດ້ຮັບຄວາມຊ່ວຍເຫຼືອໂດຍຕໍາຫຼວດ ສປ ຈີນ ແລະ ໄດ້ມອບໃຫ້ຕໍາຫຼວດ ສສ ຫວຽດນາມ.

ບໍ່ພຽງແຕ່ຫຼອກຂາຍ ນາງ T ເທົ່ານັ້ນ, ທ້າວ ກາວຊວນເຈືອງ ແລະ ບັນດາຜູ້ສົມຮູ້ຮ່ວມຄິດ ຍັງໄດ້ຂາຍ ນາງ HLA (ນາມສົມມຸດ) ຈາກແຂວງໄຖຫງຽວ ແລະ ນາງ PV (ນາມສົມມຸດ) ຈາກແຂວງນິງບິ່ງ ນຳອີກ.

ເຈົ້າໜ້າທີ່ສືບສວນ-ສອບສວນ ກ່າວວ່າ: ທ້າວ ກາວຊວນເຈືອງ ໄດ້ຮັບຜົນປະໂຫຍດຈາກການກະທຳຜິດທີ່ກ່າວມາຂ້າງຕົ້ນ ເປັນເງິນຈຳນວນຫຼາຍຮ້ອຍລ້ານດົ່ງ.

ໃນລະຫວ່າງການສືບສວນ-ສອບສວນ ແລະ ແກ້ໄຂຄະດີ, ເຈົ້າໜ້າທີ່ຜູ້ດໍາເນີນຄະດີ ພົບວ່າຍັງມີອີກຫຼາຍບັນຫາກ່ຽວຂ້ອງເຖິງການກະທຳຜິດຂອງ ທ້າວ ກາວຊວນເຈືອງ.

ແນວໃດກໍຕາມ, ຍ້ອນບັນຫາທີ່ສັບຊ້ອນຈຶ່ງບໍ່ສາມາດຊີ້ແຈງ ແລະ ຕັດສິນໃນເວລານີ້ໄດ້. ດັ່ງນັ້ນ, ຄະນະສືບສວນ-ສອບສວນ ຈຶ່ງຕັດສິນໃຈຖອນເອກະສານຕັດສິນ ແລະ ສືບສວນດຳເນີນຕໍ່ໄປ ເພື່ອຮັບປະກັນຜົນປະໂຫຍດອັນຊອບທຳຂອງຜູ້ເຄາະຮ້າຍຫຼາຍຄົນ ທີ່ຍັງຄົງກ່ຽວຂ້ອງກັບຜູ້ກະທຳຜິດ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!