ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສາທາລະນະສຸກຮອບດ້ານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023, ຂອງຫ້ອງການສາທາລະນະສຸກເມືອງເງິນ ແຂວງໄຊຍະບູລີ, ພາຍໃຕ້ການເປັນປະທານຂອງ ທ່ານ ດຣ ນາງ ຈັນສຸກ ພົມມະວົງ ຫົວໜ້າຫ້ອງການສາທາລະ ນະສຸກເມືອງ, ມີ ທ່ານ ບຸນເລື່ອນ ບົວໄລ ຮອງເຈົ້າເມືອງເງິນ ແລະ ດຣ ລາດສະວົງ ລັດສະໝີ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ມີບັນດາ ທ່ານກໍາມະການພັກເມືອງ, ພ້ອມດ້ວຍຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ຫ້ອງການສາທາລະນະສຸກເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ນາງ ອາລູນນີ ສັນຕິສຸກ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ກ່າວວ່າ: ໃນ 1 ປີຜ່ານມາ, ຄະນະໜ່ວຍພັກຫ້ອງການສາທາລະນະສຸກ ໄດ້ສຸມໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ຢູ່ພາຍໃຕ້ຄວາມຮັບຜິດ ຊອບຂອງຕົນດ້ວຍຫຼາຍວິທີ ເປັນຕົ້ນແມ່ນການຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ລະບຽບກົດໝາຍຂອງລັດ ແລະ ມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ, ຄຸນສົມບັດສິນທໍາປະຕິວັດຂອງທ່ານຜູ້ນໍາອື່ນໆຢ່າງເປັນປົກກະຕິຕໍ່ເນື່ອງ, ຕິດພັນກັບວຽກວິຊາສະເພາະ ເຊັ່ນ: ການຈັດຕັ້ງປະຕິບັດນະໂຍບາຍ ດ້ານສາທາລະນະສຸກທີ່ວ່າຖືເອົາວຽກງານການອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍໄປພ້ອມກັບການຖືເອົາວຽກງານການປີ່ນປົວສະໜອງການບໍລິການດ້ານສຸຂະພາບຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທໍາ ແລະ ສະເໝີພາບ ເປັນສໍາຄັນສຸມໃສ່ການປັບປຸງຄຸນນະພາບການບໍລິການປິ່ນປົວຢູ່ໂຮງໝໍແຕ່ລະຂັ້ນໃຫ້ເປັນໄປຕາມນະໂຍບາຍ 5 ດີ 1 ພໍໃຈ.

ປັດຈຸບັນ, ໃນທົ່ວເມືອງມີບ້ານສາທາລະນະສຸກແບບຢ່າງທັງໝົດ 22 ບ້ານ ເທົ່າກັບ 100%, ພິເສດເມືອງເງິນ ສາມາດປະກາດເປັນເມືອງຢຸດຕິການຖ່າຍຊະຊາຍ, ທົ່ວເມືອງມີໂຮງໝໍຊຸມຊົນເມືອງ 1 ແຫ່ງ, ມີໂຮງໝໍນ້ອຍ 6 ແຫ່ງ, ການເຂົ້າເຖິງການບໍລິການໄດ້ປົກຄຸມເອົາ 100%, ເອົາໃຈໃສ່ປະຕິ ບັດນະໂຍບາຍດ້ານສາທາລະນະສຸກທີ່ວ່າຖືເອົາວຽກງານການອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍເປັນບູລິມະສິດ ເຊັ່ນ: ໄດ້ລົງໂຄ ສະນາສຸຂະສຶກສາ, ວຽກງານແມ່ ແລະ ເດັກ, ສັກຢາກັນພະຍາດ 2 ຄັ້ງຕໍ່ບ້ານ, ຕໍ່ປີ.

ນອກນີ້, ຍັງໄດ້ຊຸກຍູ້ສົ່ງເສີມໃຫ້ຄວາມຮູ້ ແລະ ຝຶກອົບຮົມການປຸງແຕ່ງອາຫານໃຫ້ແມ່ຍິງໄວຈະເລີນພັນໄດ້ 4 ບ້ານ, ລົງຕິດຕາມຊຸກຍູ້ວຽກງານໂພສະນາການ, ວຽກງານແມ່ ແລະ ເດັກສັກຢາກັນພະຍາດຢູ່ຂັ້ນໂຮງໝໍນ້ອຍໄດ້ 4 ຄັ້ງຕໍ່ປີ, ໃຫ້ວັກຊິນປ້ອງກັນພະຍາດໂຄວິດ-19 ຄົບໂດສ (ເຂັມ 2 ) ຂອງ ກະຊວງສາທາລະນະສຸກໃນທ້າຍ ປີ 2022 ໃຫ້ບັນລຸຫຼາຍກວ່າ 80% ຂອງປະຊາກອນເປົ້າໝາຍທັງໝົດ.