ໂກລົມບີ ສະຫຼຸບລາຍງານການຢຶດໂຄເຄນ ໃນປີ 2022 ໄດ້ຫຼາຍທີ່ສຸດເປັນປະຫວັດສາດ, ສ່ວນ ແອັດສະປາຍ ເປີດເຜີຍວ່າ ຢຶດໂຄເຄນໄດ້ປະມານ 4,5 ໂຕນ ມູນຄ່າປະມານ 105 ລ້ານເອີໂຣ, ຫຼັງຈາກໄດ້ບຸກກວດຄົ້ນເຮືອຂົນສົ່ງສັດລ້ຽງຢູ່ນອກໝູ່ເກາະການາຣິ ໃນອາທິດທີ່ຜ່ານມາ.

ສຳນັກຂ່າວຣອຍເຕີ ລາຍງານຈາກນະຄອນຫຼວງໂບໂກຕາ ປະເທດໂກລົມບີ ໃນວັນທີ 29 ມັງກອນ ທີ່ຜ່ານມາ ວ່າ: ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂກລົມບີ ສາມາດຢຶດໂຄເຄນໄດ້ທັງໝົດ 671 ໂຕນ ໃນປີ 2022, ເຊິ່ງເປັນຈຳນວນຫຼາຍກວ່າຈຳນວນລວມຂອງປີ 2021 ປະມານ 1,7 ໂຕນ.

ທ່ານ ອີວານ ເບລັດສ໌ເກວດສ໌ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໂກລົມບີ ກ່າວວ່າ: ມັນແມ່ນສິ່ງຈຳເປັນທີ່ຈະຕ້ອງຕໍ່ສູ້ກັບລາຍໄດ້ທີ່ຜິດກົດໝາຍທີ່ມາຈາກການຄ້າຂາຍຢາເສບຕິດ ເຊິ່ງມັນແມ່ນສິ່ງທີ່ສ້າງຄວາມຊົ່ວຮ້າຍ ໃນປະເທດຂອງພວກເຮົາ.

ສ່ວນ ແອັດສະປາຍ ມີລາຍງານວ່າ: ໃນປີ 2022, ມີການຢຶດໂຄເຄນ ຈຳນວນ 4,5 ໂຕນ ຈາກການບຸກກວດຄົ້ນເຮືອຂົນສົ່ງສັດລ້ຽງລຳໜຶ່ງ ທີ່ຈອດຕາມທ່າຕ່າງໆ ໃນ 12 ປະເທດ, ໂດຍຜູ້ລັກລອບຄ້າຂາຍຢາເສບຕິດ ເລີ່ມນຳໃຊ້ການຂົນສົ່ງທາງເຮືອຂົນສົ່ງສັດລ້ຽງຫຼາຍຂຶ້ນກວ່າເກົ່າ ເພາະມັນເຮັດໃຫ້ເຈົ້າໜ້າທີ່ຕຳຫຼວດ ຕິດຕາມສິນຄ້າຜິດກົດໝາຍໄດ້ຍາກຂຶ້ນ.

ເຈົ້າໜ້າທີ່ຕຳຫຼວດ ແອັດສະປາຍ ກ່າວວ່າ: ອົງກອນຢາເສບຕິດລະຫວ່າງປະເທດ ກຳລັງປັບປ່ຽນການຂົນສົ່ງຂອງຕົນເອງໃນຮູບແບບໃໝ່ ເພື່ອຈັດສົ່ງຢາເສບຕິດ ຈາກພາກພື້ນອາເມລິກາລາຕິນ ໄປສູ່ ເອີຣົບ, ໂດຍການນຳໃຊ້ການຂົນສົ່ງສັດລ້ຽງເປັນສິ່ງບັງໜ້າ ເພື່ອເຮັດໃຫ້ການຄວບຄຸມ ແລະ ການຈຳກັດໄດ້ຍາກຂຶ້ນ.

ທັງນີ້, ເຈົ້າໜ້າທີ່ຕຳຫຼວດ ແອັດສະປາຍ ກັກຕົວຄົນໄດ້ຈຳນວນ 28 ຄົນ ທີ່ໂດຍສານມາໃນເຮືອໂອໄຣອອນວີ ທີ່ມີທຸງຊາດໂຕໂກ; ເຊິ່ງເຮືອລຳດັ່ງກ່າວ ຖືກຕິດຕາມຈາກໂກລົມບີ ໃນປະຕິບັດການຮ່ວມທາງທະຫານລະຫວ່າງ ແອັດສະປາຍ, ສຳນັກງານປາບປາມຢາເສບຕິດຂອງ ອາເມລິກາ ແລະ ຕຳຫຼວດໂຕໂກ.