ເພື່ອປະຕິບັດຕາມຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເພີ່ມທະວີສະກັດກັ້ນຕ້ານຢາເສບຕິດ, ການປູກຝິ່ນ, ປູກກັນຊາ ແລະ ການລັກລອບຊື້-ຂາຍຢາເສບຕິດ, ອີງຕາມແຈ້ງການຂອງ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ຕິດພັນກັບ ການລົງຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ປາກົດຜົນເປັນຈິງ.

ໃນວັນທີ 13 ກຸມພາ 2023, ກອງບັນຊາການ ປກສ ເມືອງຍອດອູ ແຂວງຜົ້ງສາລີ ສົມທົບກັບ ກອງບັນຊາການທະຫານເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າທຳລາຍສວນຝິ່ນທີ່ປະຊາຊົນລັກລອບປູກ ຢູ່ບ້ານພານ ເມືອງຍອດອູ, ໂດຍມີ ພັອ ຄໍາຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ທ່ານ ສົມຫວັງ ສຸມວິໄລ ເຈົ້າເມືອງຍອດອູ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານ ເຂົ້າຮ່ວມ.

ຜ່ານການລົງຕິດຕາມກວດກາຂອງ ເຈົ້າໜ້າທີ່ ປກສ ເມືອງຍອດອູ ໃນພື້ນທີ່ບ້ານພານ ພົບເຫັນປະຊາຊົນຈຳນວນໜຶ່ງ ຍັງມີການລັກລອບປູກຝິ່ນຈຳນວນ 3 ຕອນ ລວມເນື້ອທີ່ 1,1 ເຮັກຕາ. ດັ່ງນັ້ນ, ຈຶ່ງໄດ້ພ້ອມກັນລົງທຳລາຍຖິ້ມດ້ວຍວິທີການໃຊ້ໄມ້ຟາດ, ເອົາພ້າຖາງຕົ້ນ, ດອກ, ໝາກ ແລະ ຫຼົກຕົ້ນຖິ້ມ ເພື່ອບໍ່ໃຫ້ເຈົ້າຂອງສາມາດເກັບກູ້ຜົນຜະລິດ ແລະ ແກນຝິ່ນໄປເປັນແນວພັນ. ພ້ອມນັ້ນ, ຍັງໄດ້ສຶກສາອົບຮົມອໍານາດການປົກຄອງບ້ານ ແລະ ໂຄສະນາເຜີຍແຜ່ຜົນຮ້າຍ, ໄພອັນຕະລາຍຂອງຢາເສບຕິດ ເປັນຕົ້ນແມ່ນຢາຝິ່ນ, ເຊິ່ງເປັນສານກະຕຸ້ນທີ່ອອກລິດຮຸນແຮງຕໍ່ລະບົບປະສາດ, ເປັນສານຕັ້ງຕົ້ນໃນການຜະລິດຢາເສບຕິດປະເພດຕ່າງໆທີ່ຜິດກົດໝາຍ.

ໃນປັດຈຸບັນນີ້, ບັນຫາຢາເສບຕິດ ເປັນສາເຫດຕົ້ນຕໍທີ່ພາໃຫ້ເກີດປາກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນ ຂີ້ລັກງັດແງະ, ປຸ້ນຈີ້ຊິງຊັບ, ລັກຊັບ, ຄາດຕະກຳ, ຂົ່ມຂືນກະທຳສຳເລົາ.

ບັນຫາດັ່ງກ່າວນີ້ ໄດ້ສົ່ງຜົນໂດຍກົງຕໍ່ສະພາບຮ່າງກາຍ, ຊັບສິນ ແລະ ສ້າງຄວາມວຸ້ນວາຍໃນສັງຄົມ; ດັ່ງນັ້ນ, ຈຶ່ງໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງມີສ່ວນຮ່ວມໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ຫຼຸດໜ້ອຍຖອຍລົງ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ປະຊາຊົນບັນດາເຜົ່າເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຢຸດຕິການປູກຝິ່ນແລ້ວຫັນມາປູກຝັງລ້ຽງສັດໃຫ້ກາຍເປັນສິນຄ້າ, ຮັບປະກັນໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.