ສຳນັກຂ່າວ ອາຣັບບີ ຊາອູດິດ (SPA) ໃຫ້ຮູ້ວ່າ: ເຈົ້າຊາຍໂມຮາເມັດ ບິນ ຊັນມານ ອັບດຸນ ອາຊິດ ອັນຊາອຸດ ມົງກຸດຣາຊະກຸມມານ ແຫ່ງ ອາຣັບບີ ຊາອູດິດ ປະກາດເປີດຕົວສາຍການບິນແຫ່ງຊາດສາຍໃໝ່ ຊື່ວ່າ: ຣີຢາດ ແອ (Riyadh Air) ໃນວັນທີ 12 ມີນາ ທີ່ຜ່ານມາ.

ສາຍການບິນດັ່ງກ່າວ ມີກອງທຶນເພື່ອການລົງທຶນສາທາລະນະຂອງ ອາຣັບບີ ຊາອູດິດ ເປັນເຈົ້າຂອງ, ເຊິ່ງຈະຊ່ວຍເຮັດໃຫ້ຜະລິດຕະພັນລວມ ຈາກກິດຈະກຳທີ່ບໍ່ໃຊ້ນ້ຳມັນເຊື້ອໄຟ ເພີ່ມຂຶ້ນ 2 ໝື່ນລ້ານໂດລາສະຫະລັດ ແລະ ຈະສ້າງແຮງງານ ທັງທາງກົງ ແລະ ທາງອ້ອມ ປະມານ 200.000 ກວ່າອັດຕາ.

ນອກນັ້ນ, ສາຍການບິນໃໝ່ນີ້ ຈະໄດ້ນຳໃຊ້ຜົນປະໂຫຍດຈາກທີ່ຕັ້ງທາງພູມສາດ ທີ່ເປັນກົນລະຍຸດຂອງ ອາຣັບບີ ຊາອູດິດ ລະຫວ່າງ 3 ທະວີບ; ເຊິ່ງຈະເຮັດໃຫ້ສາຍການບິນ ຣີຢາດ ແອ ກາຍເປັນປະຕູສູ່ໂລກ ແລະ ປາຍທາງການຂົນສົ່ງ, ການຄ້າ ແລະ ການທ່ອງທ່ຽວລະດັບໂລກນຳອີກ.

ສາຍການບິນ ຣີຢາດ ແອ ຈະມີສູນກາງຕັ້ງຢູ່ໃນນະຄອນຫຼວງຣີຢາດ, ສ່ວນສາຍການບິນຊາອຸເດຍ (Saudia) ເຊິ່ງແມ່ນສາຍາການບິນແຫ່ງຊາດອີກແຫ່ງໜຶ່ງ ມີສູນກາງຕັ້ງຢູ່ເມືອງເຈດດາ ເມືອງຂະໜາດໃຫຍ່ເປັນອັນດັບສອງຂອງປະເທດ.