ທ່ານ Anessa Roberts Avery ໄອຍະການຂອງສະຫະລັດ ອາເມລິກາ ໃນລັດ Connecticut ກ່າວວ່າ: ທ້າວ John Bernado ອາຍຸ 66 ປີ ຈາກເມືອງ West Haven ໄດ້ຖືກຕັດສິນລົງໂທດ ໃນວັນທີ 22 ມີນາ 2023 ຜ່ານມາ, ໂດຍຜູ້ພິພາກສາເຂດ ທ່ານ Omar A. Williams ໃນ Hartford ໃຫ້ຈໍາຄຸກ ທ້າວ John Bernado 13 ເດືອນ ແລະ ຕິດຕາມຫຼັງຈາກປ່ອຍຕົວ 3 ປີ ໃນຂໍ້ຫາສໍ້ໂກງເງິນໂຄງການກອງທຶນບັນເທົາທຸກ COVID-19 ຈາກເມືອງ West Haven.

ອີງຕາມເອກະສານຂອງສານ ແລະ ຄໍາຖະແຫຼງທີ່ດໍາເນີນຢູ່ໃນສານ, ເມື່ອບໍ່ດົນມານີ້ ທ້າວ John Bernado ໄດ້ຮັບການຈ້າງງານໂດຍເມືອງ West Haven ເປັນ ຜູ້ຊ່ຽວຊານດ້ານທີ່ຢູ່ອາໄສ ໃນຫ້ອງການບໍລິຫານພັດທະນາຊຸມຊົນ ທັງເປັນ ຜູ້ຊ່ວຍຮັບໃຊ້ບໍລິຫານຂອງສະພາເມືອງ ແລະ ເປັນ ຜູ້ຕາງໜ້າຂອງລັດ Connecticut.

ກ່ອນໜ້ານີ້, ໃນເດືອນເມສາ 2020 ທີ່ລັດ Connecticut ໄດ້ຮັບການຈັດສັນເງິນ ໂດຍກະຊວງການເງິນ ສະຫະລັດ ອາເມລິກາ ຜ່ານກອງທຶນບັນເທົາທຸກ Coronavirus (“CRF”) ເຊິ່ງຖືກສ້າງຕັ້ງຂຶ້ນໂດຍ Coronavirus Aid ເພື່ອບັນເທົາທຸກ ແລະ ກົດໝາຍ ວ່າດ້ວຍ ຄວາມປອດໄພດ້ານເສດຖະກິດ (“CAES Act”). ໃນນີ້, ສໍາລັບຈຸດປະສົງ​ ເພື່ອ​ຊ່ວຍ​ໃຫ້​ລັດຖະບານ​ທ້ອງ​ຖິ່ນ ​ຊຳລະ​ຄ່າ​ໃຊ້​ຈ່າຍ​ທີ່​ເກີດ​ຂຶ້ນ​ ໃນ​ການ​ຕອບ​ສະໜອງ​ການ​ແພ່ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ພາຍໃນເດືອນກໍລະກົດ 2020 ຫາ ເດືອນກັນຍາ 2021.

ເຊິ່ງທາງເມືອງ West Haven ກໍໄດ້ຮັບການຊ່ວຍເຫຼືອດ້ານງົບປະມານ ຈຳນວນ $1.150.257 ຈາກກອງທຶນນີ້, ໂດຍ ທ້າວ Di Massa ເປັນຜູ້ທີ່ໄດ້ຮັບອະນຸຍາດໃຫ້ອະນຸມັດກອງທຶນບັນເທົາທຸກ ທີ່ກໍານົດສໍາລັບການໃຊ້ຈ່າຍທີ່ກ່ຽວຂ້ອງກັບ COVID-19 ທີ່ເກີດຂຶ້ນໃນເມືອງ West Haven.

ໃນເວລານັ້ນ, ທ້າວ John Bernado ໄດ້ສົມຮູ້ຮ່ວມຄິດກັບ ທ້າວ Di Massa  ແລະ ນາງ Lauren Di Massa ເຊິ່ງເປັນພັນລະຍາຂອງ ທ້າວ Di Massa ເພື່ອສໍ້ໂກງເອົາເງິນກອງທຶນ West Haven ໂດຍຜ່ານການຍື່ນໃບແຈ້ງໜີ້.

ຕໍ່ມາ, ໃນເດືອນມັງກອນ 2021, DiMassa ແລະ Bernardo ໄດ້ສ້າງຕັ້ງບໍລິສັດ Compass Investment Group, LLC ສຳລັບການບໍລິການໃຫ້ຄຳປຶກສາ ໂດຍອ້າງເຖິງສຸຂະພາບຂອງເມືອງ West Haven ທີ່ບໍ່ໄດ້ດຳເນີນການມາແຕ່ເດືອນກຸມພາ 2021 ຫາ ເດືອນກັນຍາ 2021; ເຊິ່ງບໍລິສັດດັ່ງກ່າວ ໄດ້ສ້າງໃບເກັບເງິນສໍ້ໂກງຈາກເມືອງ West Haven ແລະ ພະແນກການຊ່ວຍເຫຼືອລ້າ COVID-19.

ສໍາລັບເມືອງ West Haven ໄດ້ຈ່າຍເງິນໃຫ້ບໍລິສັດ Compass Investment Group, LLC ເປັນຈໍານວນເງິນທັງໝົດ $636.783,70 ແລະ ທ້າວ John Bernado ກໍໄດ້ຮັບສ່ວນແບ່ງຈຳນວນໜຶ່ງຈາກກອງທຶນນີ້.

ທ້າວ Di Massa ໄດ້ຖອນເງິນຈໍານວນຫຼວງຫຼາຍ ຈາກບັນຊີທະນາຄານ Compass Investment Group, LLC ເຊິ່ງບາງລາຍການໄດ້ຖືກບັນທຶກໄວ້ບໍ່ດົນ ກ່ອນ ຫຼື ຫຼັງຈາກທີ່ໄດ້ບັນທຶກໄວ້ວ່າ ໄດ້ຊື້ຊິບເກມເງິນສົດຈຳນວນຫຼາຍທີ່ຄາຊິໂນ Mohegan Sun.

ຜູ້ພິພາກສາ ທ່ານ Omar A. Williams ໄດ້ສັ່ງໃຫ້ ທ້າວ John Bernado ຈ່າຍຄ່າຊົດເຊີຍ $58.927,25 ແລະ ຜູ້ກ່ຽວກໍຖືກຈັບ ໃນວັນທີ 4 ພະຈິກ 2021. ຕໍ່ມາໃນວັນທີ 14 ມິຖຸນາ 2022, ຜູ້ກ່ຽວຮັບສາລະພາບວ່າ ມີຄວາມຜິດໃນຂໍ້ຫາສົມຮູ້ຮ່ວມຄິດໃນການສໍ້ໂກງ.

ໃນວັນທີ 1 ພະຈິກ 2022, ທ້າວ Di Massa ໄດ້ສາລະພາບວ່າ ມີຄວາມຜິດສາມຂໍ້ຈາກການສົມຮູ້ຮ່ວມຄິດ ເພື່ອກະທຳການສໍ້ໂກງ ແລະ ຜູ້ກ່ຽວກໍາລັງລໍຖ້າການຕັດສິນລົງໂທດ ພ້ອມທັງໄດ້ຕົກລົງຈະຈ່າຍເງິນຄືນ ຈໍານວນ $1.216.541,80.

ໃນວັນທີ 12 ກໍລະກົດ 2022, ນາງ Lauren Di Massa ຜູ້ທີ່ໄດ້ຮັບເງິນ $147.776 ຜ່ານໂຄງການນີ້ ໄດ້ສາລະພາບຜິດຕໍ່ຂໍ້ຫາໜຶ່ງ ສະຖານສົມຮູ້ຮ່ວມຄິດໃນການສໍ້ໂກງ ໂດຍນາງ​ມີ​ກຳ​ນົດ​ຈະ​ຖືກ​ຕັດ​ສິນ​ ໃນທ້າຍເດືອນມີນາ 2023.