ຄະນະລັດຖະບານຫວຽດນາມ ໄດ້ຜ່ານມະຕິອະນຸມັດອອກວີຊາເອເລັກໂຕຣນິກ ຫຼື e-visas ເຊິ່ງກວມເອົາໄລຍະເວລາເຖິງ 3 ເດືອນ ສຳລັບນັກທ່ອງທ່ຽວທີ່ພັກເຊົາໄລຍະຍາວ, ໃນຂະນະທີ່ ລັດຖະບານກຽມຜ່ອນຜັນລະບຽບການເດີນທາງ ເພື່ອຊ່ວຍຊຸກຍູ້ການເຕີບໂຕທາງເສດຖະກິດເຊັ່ນກັນ.

ສຳນັກຂ່າວຊິນຫົວ ລາຍງານຈາກນະຄອນຫຼວງຮ່າໂນ້ຍ ປະເທດຫວຽດນາມ ໃນວັນທີ 29 ມີນາ ວ່າ: ທ່ານ ຝ້າມມິ່ງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ກ່າວເຖິງເຫດຜົນທີ່ອອກວີຊາເອເລັກໂຕຣນິກສຳລັບການເດີນທາງເຂົ້າ-ອອກຄັ້ງດຽວ ຫຼື ຫຼາຍຄັ້ງ ກໍເພື່ອໃຫ້ພົນລະເມືອງທຸກເຂດແຄວ້ນ ແລະ ປະເທດຕ່າງໆ ສາມາດຢູ່ໃນຫວຽດນາມ ໄດ້ເປັນເວລາສູງສຸດ 3 ເດືອນ ຈາກກຳນົດເວລາເກົ່າສູງສຸດ 30 ວັນ; ນອກນັ້ນ, ລັດຖະບານຍັງໄດ້ອະນຸມັດການຂະຫຍາຍເວລາພັກເຊົາຊົ່ວຄາວ ເພີ່ມຂຶ້ນເປັນ 45 ວັນ ຈາກກຳນົດເກົ່າ 15 ວັນ ສໍາລັບພົນລະເມືອງຈາກປະເທດທີ່ໄດ້ຮັບການຍົກເວັ້ນວີຊາ.

ກ່ອນໜ້ານີ້, ຫວຽດນາມ ໄດ້ຍົກເວັ້ນຂໍ້ກຳນົດວີຊາໃຫ້ແກ່ນັກທ່ອງທ່ຽວຈາກ 25 ປະເທດ ແລະ ຍັງໄດ້ອອກວີຊາເອເລັກໂຕຣນິກ ປະເພດເຂົ້າ-ອອກທາງດຽວ ເປັນເວລາ 1 ເດືອນ ສຳລັບນັກທ່ອງທ່ຽວຈາກ 80 ປະເທດ ແລະ ພາກພື້ນ.

ຫວຽດນາມ ຕັ້ງເປົ້າຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 8 ລ້ານເທື່ອຄົນ ໃນປີນີ້, ພ້ອມທັງຄາດກະລາຍຮັບຈາກການທ່ອງທ່ຽວຈະບັນລຸ 27,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 31% ເມື່ອທຽບໃສ່ປີກາຍ; ແນວໃດກໍຕາມ, ຫວຽດນາມ ມີນັກທ່ອງທ່ຽວພຽງ 3,66 ລ້ານຄົນ ໃນປີ 2022 ຫຼື ປະມານ 20% ຂອງລະດັບກ່ອນເກີດການແພ່ລະບາດຂອງໂຄວິດ-19.