ອົງການອະນາໄມໂລກ ຍັງສືບຕໍ່ຕິດຕາມຢ່າງໃກ້ຊິດຕໍ່ການແພ່ລະບາດຂອງເຊື້ອໄວຣັດສ໌ມາເບີກ ໃນປະເທດເອຄົວໂທຣຽວກີນີ, ໂດຍມີຜູ້ເສຍຊີວິດແລ້ວ 9 ຄົນ ຈາກການກວດພົບການຕິດເຊື້ອຢ່າງໜ້ອຍ 13 ຄົນ.

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນເຊີແນວ ປະເທດສະວິດສ໌ ໃນວັນທີ 30 ມີນາ ວ່າ: ອົງການອະນາໄມໂລກ (WHO) ລາຍງານກ່ຽວກັບ ສະພາບການລະບາດຂອງໄວຣັດສ໌ມາເບີກ ໃນປະເທດເອຄົວໂທຣຽວກີນີ ຕັ້ງຢູ່ໃນພາກຕາເວັນຕົກຂອງທະວີບອາຟຣິກາ ທີ່ເກີດຂຶ້ນຕັ້ງແຕ່ເດືອນກຸມພາ ເປັນຕົ້ນມາ; ເຊິ່ງມີຜູ້ຖືກຢືນຢັນແລ້ວຢ່າງໜ້ອຍ 13 ຄົນ ແລະ ເສຍຊີວິດຢ່າງໜ້ອຍ 9 ຄົນ, ມີ 1 ຄົນ ຫາຍດີ ແລະ ເຈົ້າໜ້າທີ່ສາທາລະນະສຸກ ໄດ້ສືບຕໍ່ຕິດຕາມຜູ້ທີ່ສຳພັດກັບຜູ້ຕິດເຊື້ອ ທັງໝົດ 825 ຄົນ ຢ່າງໃກ້ຊິດ.

ໃນຂະນະທີ່ ປະເທດທານຊາເນຍ ຕັ້ງຢູ່ໃນພາກຕາເວັນອອກຂອງອາຟຣິກາ ກໍມີການຢືນຢັນການພົບໄວຣັດສ໌ມາເບີກ ເປັນຄັ້ງທຳອິດໃນປະເທດ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ ຈາກຈຳນວນທັງໝົດ 8 ຄົນ ໃນເຂດຄາເກຣາ ໃນພາກຕາເວັນຕົກສຽງເໜືອຂອງປະເທດ; ເຊິ່ງໃນຈໍານວນຜູ້ເສຍຊີວິດ ລວມມີພະນັກງານສາທາລະນະສຸກຢູ່ນຳ, ສ່ວນຄົນເຈັບອີກ 3 ຄົນ ຍັງຢູ່ໃນຂັ້ນຕອນການປິ່ນປົວ ແລະ ມີຜູ້ສຳພັດທີ່ມີຄວາມສ່ຽງສູງ 160 ກວ່າຄົນ ຍັງຢູ່ພາຍໃຕ້ການຕິດຕາມ.

ອີງຕາມຂໍ້ມູນຂອງ WHO ໃຫ້ຮູ້ວ່າ: ຜູ້ທີ່ຕິດເຊື້ອໄວຣັດສ໌ມາເບີກ ຈະມີອາການປວດຫົວຮຸນແຮງ. ຈາກນັ້ນ, ຈະມີອາການຕົກເລືອດ ແລະ ໝາກໄຂ່ຫຼັງວາຍ; ເຊິ່ງເປັນສາເຫດຫຼັກທີ່ເຮັດໃຫ້ຈຳນວນຫຼາຍກວ່າ 80% ຂອງຜູ້ຕິດເຊື້ອ ຈະເສຍຊີວິດພາຍໃນເວລາປະມານ 1 ອາທິດ. ນອກນັ້ນ, ອາການສັງເກດອື່ນໆ ປະກອບມີ: ເຈັບຫົວ, ເຈັບທ້ອງ, ຮາກເປັນເລືອດ ແລະ ຖອກທ້ອງ.

ເຊື້ອໄວຣັດສ໌ມາເບີກ ແມ່ນຕິດຕໍ່ໂດຍຜ່ານການສໍາພັດກັບສານຄັດລັ່ງ (ສິ່ງເສດເຫຼືອທີ່ມີສະເກັດຂອງເຊື້ອ ທີ່ໄຫຼອອກມາຈາກຮ່າງກາຍຂອງຄົນເຈັບ) ແລະ ການຕິດເຊື້ອຈາກສັດປ່າ ເຊັ່ນ: ລີງ, ເຊິ່ງປັດຈຸບັນ ຍັງບໍ່ມີວັກແຊັງ ຫຼື ການປິ່ນປົວສະເພາະ; ນອກຈາກນັ້ນ, ໄວຣັດສ໌ມາເບີກ ຍັງໃຊ້ເວລາຟັກໂຕພຽງ 14 ມື້, ທຽບກັບ 21 ມື້ ຂອງໄວຣັດສ໌ອີໂບລາ.

ພະຍາດໄຂ້ເລືອດອອກທີ່ເກີດຈາກໄວຣັດສ໌ມາເບີກ ແລະ ໄວຮັດສ໌ອີໂບລາ ລວມກັນເອີ້ນວ່າ “ພະຍາດໄຂ້ເລືອດອອກອາຟຣິກາ“ (African Hemorrhagic Fever).

ການແພ່ລະບາດຄັ້ງໃຫຍ່ຂອງເຊື້ອໄວຣັດສ໌ມາເບີກ ທີ່ໄດ້ຮັບການຢືນຢັນຈາກ WHO ເຄີຍເກີດຂຶ້ນທີ່ປະເທດເຢຍລະມັນ ໃນປີ 1967, ໃນຕອນນັ້ນ ມີຜູ້ຕິດເຊື້ອສະສົມ 29 ຄົນ ແລະ ເສຍຊີວິດ7 ຄົນ.

ຮອງລົງມາແມ່ນ ສາທາລະນະລັດ ປະຊາທິປະໄຕ ຄອງໂກ ໃນລະຫວ່າງປີ 1998-2000 ມີຜູ້ຕິດເຊື້ອສະສົມ 154 ຄົນ ແລະ ເສຍຊີວິດ 128 ຄົນ.

ຕໍ່ມາແມ່ນ ອູການດາ ໃນປີ 2005, ມີຜູ້ຕິດເຊື້ອສະສົມ 374 ຄົນ ແລະ ເສຍຊີວິດ 329 ຄົນ ແລະ ເກີດຂຶ້ນອີກໃນອູການດາ ເມື່ອປີ 2017 ໂດຍຜູ້ຕິດເຊື້ອເສຍຊີວິດທັງໝົດ.