ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດອາເມລິກາ ໃນວັນທີ 28 ມີນາ ວ່າ: ຕາມທີ່ບໍລິສັດ Walt Disney (ດີດສ໌ນີ) ປະກາດເມື່ອຕົ້ນເດືອນກຸມພາ ທີ່ຜ່ານມາ ກ່ຽວກັບມາດຕະການປັບປຸງໂຄງສ້າງຂອງອົງກອນ ໂດຍການຄ່ອຍໆປົດພະນັກງານ ຈຳນວນ 7.000 ຄົນ ໃນທົ່ວໂລກ; ເຊິ່ງບໍລິສັດໃຫ້ເຫດຜົນວ່າ ຈະຊ່ວຍໃຫ້ບໍລິສັດປະຢັດງົບໄດ້ປະມານ 5,5 ຕື້ໂດລາສະຫະລັດ.

ດິດສ໌ນີ ໄດ້ອອກຖະແຫຼງການເພີ່ມເຕີມ ໃນວັນທີ 27 ມີນາ ທີ່ຜ່ານມາ ເພື່ອຢືນຢັນການເລີ່ມຕົ້ນປົດພະນັກງານພາຍໃຕ້ແຜນການດັ່ງກ່າວ, ເຊິ່ງພາກສ່ວນທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດແມ່ນ:

  • ພະແນກ Disney Entertainment
  • ພະແນກ Disney Parks
  • ພະແນກຜະລິດຕະພັນ ແລະ ການຄຸ້ມຄອງພາຍໃນ

ເຖິງວ່າ ອີເອດສ໌ພີເອັນ (ESPN) ເຊິ່ງເປັນສະຖານີໂທລະພາບສາຍເຄເບິນກິລາລາຍໃຫຍ່ ຂອງອາເມຣິກາ ແລະ ເປັນຜູ້ຖືຮຸ້ນໃຫຍ່ ຈະບໍ່ໄດ້ຮັບຜົນກະທົບໃນຮອບນີ້, ແຕ່ມີຄວາມເປັນໄປໄດ້ສູງທີ່ຈະປະເຊີນກັບ ການປະກາດປົດພະນັກງານທີ່ອາດຈະເກີດຂຶ້ນອີກ ໃນອະນາຄົດ; ແນວໃດກໍຕາມ, ດິດສ໌ນີ ປະຕິເສດທີ່ຈະເປີດເຜີຍລາຍລະອຽດຂອງຮອບການປົດພະນັກການຄັ້ງນີ້ ແຕ່ເຊື່ອວ່າການປົດພະນັກງານຮອບນີ້ ຈະເກີດຂຶ້ນ ແລະ ຈະສຳເລັດກ່ອນ ກອງປະຊຸມຜູ້ຖືຮຸ້ນປະຈຳປີ ໃນວັນທີ 3 ເມສານີ້.

ປັດຈຸບັນ, ດິດສ໌ນີ ມີພະນັກງານປະມານ 190.000 ຄົນໃນທົ່ວໂລກ, ໃນນັ້ນ 80% ເປັນພະນັກງານຖາວອນ, ສ່ວນການປະກາດມາດຕະການປົດພະນັກງານ ເກີດຂຶ້ນຫຼັງຈາກການເປີດເຜີຍສະຖິຕິຜູ້ໃຊ້ “Disney Plus”, ການບໍລິການ Streaming ທີ່ປັດຈຸບັນຖືວ່າເປັນຄູ່ແຂ່ງກັບ Netflix ມີການຫຼຸດລົງ 1% ໃນຈໍານວນບັນຊີຜູ້ໃຊ້ 161,8 ລ້ານບັນຊີ ໃນວັນທີ 31 ທັນວາ 2022.

ສໍາລັບການເຄື່ອນໄຫວຂອງ Disney ໃນຄັ້ງນີ້ ແມ່ນການປັບປຸງໂຄງສ້າງບໍລິສັດຄືນໃໝ່ເປັນຄັ້ງທີ 3 ໃນຮອບ 5 ປີ ຫຼື ພາຍຫຼັງປີ 2018 ແລະ 2020 ເພື່ອແນໃສ່ຊຸກຍູ້ບັນດານະໂຍບາຍການແຂ່ງຂັນໃນຕະຫຼາດ streaming.

ສ່ວນການປົດພະນັກງານຄັ້ງໃຫຍ່ທີ່ຜ່ານມາຂອງດິດສ໌ນີ ເກີດຂຶ້ນໃນທ້າຍປີ 2020 ເຊິ່ງເປັນໄລຍະການແພ່ລະບາດຂອງພະຍາດໂຄວິດ-19 ໂດຍມີການປົດພະນັກງານເຖິງ 32.000 ຄົນ, ເຊິ່ງສ່ວນຫຼາຍແມ່ນພະນັກງານທີ່ເຮັດວຽກຢູ່ໃນສວນສະໜຸກຫຼາຍແຫ່ງໃນທົ່ວໂລກ.