ໃນໄລຍະຫຼາຍປີທີ່ຜ່ານມາ, ຈີນ ສົ່ງອອກໝາກໄມ້, ຜັກ ແລະ ຊີ້ນສັດກະປ໋ອງເປັນຫຼັກ, ໃນປັດຈຸບັນ ພວມເລີ່ມຂະຫຍາຍໄປສູ່ອາຫານກະປ໋ອງແບບພິເສດອື່ນໆ ແລະ ພັດທະນາການຫຸ້ມຫໍ່ທີ່ຫຼາກຫຼາຍ ເພື່ອສົ່ງອອກໄປຕ່າງປະເທດ.

ອາຫານກະປ໋ອງທີ່ຜະລິດຢູ່ໃນປະເທດຈີນ ຍັງເປັນທີ່ນິຍົມໃນຕະຫຼາດໂລກ, ໂເຍໃນປີ 2022 ຈີນ ໄດ້ສົ່ງອອກອາຫານກະປ໋ອງ ຈຳນວນ 3,1 ລ້ານໂຕນ ເພີ່ມຂຶ້ນ 12% ເມື່ອທຽບໃສ່ປີກ່ອນໜ້ານັ້ນ, ໂດຍສະເພາະ ແມ່ນ ເຫັດກະປັອງ ແລະ ອາຫານກະປ໋ອງພ້ອມຮັບປະທານ, ລວມເຖິງໝາກໄມ້ ແລະ ຜັກກະປ໋ອງ ກໍຍັງເປັນທີ່ຕ້ອງການໃນຕະຫຼາດໂລກ ດ້ວຍມູນຄ່າການສົ່ງອອກຫຼາຍກວ່າ 6.800 ລ້ານໂດລາສະຫະລັດ.

ທ່ານ ລີ ຈົງບິນ ຜູ້ຈັດການທົ່ວໄປ ຂອງ ໂຮງງານຜະລິດອາຫານ ໃນແຂວງຈຽງເໝິນ ທາງພາກໃຕ້ຂອງຈີນ ກ່າວວ່າ: ມີການສັ່ງຊື້ເພີ່ມຂຶ້ນ 10% ຕໍ່ເດືອນ, ໃນຂະນະທີ່ ທ້າວ ຊຸນ ໄປຢູ ພະນັກງານຂອງບໍລິສັດການຄ້າອາຫານ ໃນແຂວງເຊິນເຈິນ ໃຫ້ຮູ້ວ່າ: ໃນໄຕມາດທໍາອິດຂອງປີນີ້ ການຂາຍໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ປີນີ້ຄາດວ່າຍອດຂາຍຈະເຕີບໂຕເຖິງ 20%.

ຍ້ອນຄວາມຕ້ອງການເພີ່ມຂຶ້ນ ສົ່ງຜົນເຮັດໃຫ້ໂຮງງານຂອງ ທ່ານ ລີ ຈົງບິນ ຈຳເປັນຕ້ອງຊື້ອຸປະກອນການຜະລິດທີ່ກ້າວໜ້າ ເພື່ອເພີ່ມປະສິດຕິພາບການປຸງແຕ່ງ ແລະ ແປຮູບອາຫານ; ເຊິ່ງໂຮງງານແຫ່ງໃໝ່ ອາດຈະເປີດ ແລະ ດໍາເນີນການໃນທ້າຍປີ ເພື່ອເພີ່ມກໍາລັງການຜະລິດຈາກ 5 ໂຕນ ເປັນ 20 ໂຕນຕໍ່ມື້.

ອີງຕາມຂ້ໍມູນຈາກສຳນັກງານພາສີຂອງຈີນ ໃຫ້ຮູ້ວ່າ: ອາຫານກະປ໋ອງຂອງຈີນ ຖືກສົ່ງອອກໄປປະເທດຕ່າງໆໃນທົ່ວອາຊີ, ເອີຣົບ, ອາຟຣິກາ ແລະ ອາເມລິກາເໜືອ.