ຕະຫຼອດໄລຍະຜ່ານມາ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ໃນການປະຕິບັດນະໂຍບາຍດ້ານຕ່າງໆ ເພື່ອປັບປຸງວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ໃຫ້ມີສິດເທົ່າທຽມກັນໃນທຸກດ້ານ ເຊັ່ນ: ດ້ານການເມືອງ, ເສດຖະກິດ-ສັງຄົມ, ຄອບຄົວ ແລະ ການເຂົ້າເຖິງແຫ່ງທຶນ ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາ (SDGs) ເຊິ່ງຕິດພັນກັບ ແຜນພັດທະນາເສດຖະກິດແຫ່ງຊາດ ໃນການສ້າງຄວາມເຂັ້ມແຂງ, ຊຸກຍູ້ ແລະ ສົ່ງເສີມໃຫ້ແມ່ຍິງເຂົ້າຮ່ວມຢ່າງຕັ້ງໜ້າ ໃນທຸກຂົງເຂດວຽກງານ.

ສະເພາະຢູ່ກຳລັງປ້ອງກັນຄວາມສະຫງົບ, ວຽກງານການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກໍໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທຳ ເປັນຕົ້ນແມ່ນ ການກຳນົດນະໂຍບາຍ, ນິຕິກຳ, ກົດໝາຍ ແລະ ສ້າງຕັ້ງ ຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງປ້ອງກັນຄວາມສະຫງົບ (ຄກມດ.ປກສ) ເປັນກົງຈັກຊ່ວຍວຽກແຕ່ສູນກາງຮອດທ້ອງຖິ່ນ ໂດຍຖືເອົາແຜນຍຸດທະສາດ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ ເປັນຈຸດໃຈກາງ ໃນການພັດທະນາແມ່ຍິງ ແລະ ຄວາມສະເໝີພາບຍິງ-ຊາຍ ເພື່ອສ້າງເງື່ອນໄຂໃຫ້ແກ່ແມ່ຍິງ ໃນກຳລັງປະກອບອາວຸດເປັນສ່ວນໜຶ່ງໃນການຄົ້ນຄິດ, ສະແດງຄວາມຮູ້ຄວາມສາມາດ ເຂົ້າໃນຂົງເຂດວຽກງານວິຊາສະເພາະໃຫ້ຫຼາຍຂຶ້ນ; ພ້ອມດຽວກັນນັ້ນ, ກໍໄດ້ຊຸກຍູ້ພະນັກງານເພດຍິງ ໃນການຍົກລະດັບທາງດ້ານວິຊາສະເພາະ ແລະ ທິດສະດີການເມືອງ ເພື່ອຍົກສູງບົດບາດຂອງແມ່ຍິງ ໃຫ້ສູງຂຶ້ນເທົ່າທຽມກັບເພດຊາຍ.

ພັອ ວິໄລຄຳ ສີຊານົນ ຫົວໜ້າກົມນິຕິກຳ ແລະ ກົດໝາຍ ໃຫ້ຮູ້ໃນກອງປະຊຸມສະຫຼຸບການຈັດຕັ້ງ ແລະ ການເຄື່ອນໄຫວຂອງວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກະຊວງ ປກສ ວ່າ:

ໃນໄລຍະຜ່ານມາ, ກະຊວງປ້ອງກັນຄວາມສະຫງົບ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດຖະບານ ໂດຍສະເພາະ ແຜນຍຸດທະສາດແຫ່ງຊາດ, ແຜນດຳເນີນງານແຫ່ງຊາດ ເພື່ອຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ລວມທັງການປ້ອງກັນ ແລະ ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ກໍຄື ການຈັດຕັ້ງປະຕິບັດທິດທາງແຜນການເຄື່ອນໄຫວຂອງ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ.

ໃນນັ້ນ, ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ປັບປຸງ ຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂັ້ນກະຊວງ, ຫ້ອງວ່າການ, ກົມໃຫຍ່, ກົມ, ກອງບັນຊາການ, ວິທະຍາຄານ ເປັນແຕ່ລະໄລຍະ ແລະ ຈັດຕັ້ງຜັນຂະຫຍາຍສ້າງແຜນຍຸດທະສາດ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ 10 ປີ ຄັ້ງທີ II ( 2016-2025 ) ລວມທັງໝົດ 6 ແຜນປະຕິບັດງານ ໃຫ້ມີຜົນສຳເລັດເປັນກ້າວໆ ເປັນຕົ້ນ ວຽກງານປູກຈິດສຳນຶກ, ການໂຄສະນາເຜີຍແຜ່, ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ຕິດພັນກັບ ການປັບປຸງກົງຈັກການຈັດຕັ້ງຂັ້ນນຳພາ-ບັນຊາຂັ້ນຕ່າງໆຢ່າງເໝາະສົມ.

ຄຽງຄູ່ກັນນີ້, ກໍໄດ້ເອົາໃຈໃສ່ໃນການເຊື່ອມໂຍງ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ໂດຍການສ້າງຄວາມເຂັ້ມແຂງໃຫ້ແກ່ ການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ເຊິ່ງໄດ້ມີການປັບປຸງຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂັ້ນຫ້ອງວ່າການ, ກົມໃຫຍ່, ກົມ, ກອງບັນຊາການ ແລະ ວິທະຍາຄານປ້ອງກັນຄວາມສະຫງົບ ເພື່ອໃຫ້ສອດຄ່ອງໃນການຈັດຕັ້ງປະຕິບັດໃນແຕ່ລະໄລຍະ.

ພ້ອມທັງຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ ຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ຂັ້ນຫ້ອງວ່າການ, ບັນດາກົມໃຫຍ່, ກົມ, ກອງບັນຊາການ ແລະ ວິທະຍາຄານ ທີ່ຂຶ້ນກັບ ກະຊວງປ້ອງກັນຄວາມສະຫງົບ, ມີຜູ້ເຂົ້າຮ່ວມ ຈຳນວນ 82 ຄົນ ຍິງ 36 ຄົນ, ເຂົ້າຮ່ວມຝຶກອົບຮົມເປັນຄູຝຶກ ແລະ ຝຶກອົບຮົມມາດຕະຖານດຳເນີນ, ການປະສານງານ ແລະ ການສົ່ງຕໍ່ແມ່ຍິງ ແລະ ເດັກ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ.

ສຳລັບການພັດທະນາລະບົບຂໍ້ມູນຂ່າວສານ, ສະຖິຕິເພດ ແມ່ນໄດ້ເກັບກຳສະຖິຕິແຍກເພດຂອງນາຍ ແລະ ພົນຕຳຫຼວດ ຢູ່ບັນດາກົມໃຫຍ່, ກົມ, ກອງບັນຊາການ ແລະ ວິທະຍາຄານ ທີ່ຂຶ້ນກັບ ກະຊວງປ້ອງກັນຄວາມສະຫງົບ ເພື່ອນຳໃຊ້ເຂົ້າໃນການປະເມີນຜົນ ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ໃນກຳລັງປ້ອງກັນຄວາມສະຫງົບ; ເຊິ່ງສາມາດຮັບປະກັນຄວາມສະເໝີພາບຍິງ-ຊາຍ ອີງຕາມຂໍ້ມູນສະຖິຕິສົກປີ 2021-2022 ຂອງບັນດາກົມໃຫຍ່, ກົມ, ກອງບັນຊາການ ແລະ ວິທະຍາຄານ ທີ່ຂຶ້ນກັບ ກະຊວງ ປກສ ມີຄື:

ແມ່ຍິງທີ່ຖືກບັນຈຸໃນຕຳແໜ່ງຂັ້ນນຳພາ ສາຍພັກ ປີ 2022 ລວມທັງໝົດ 70 ສະຫາຍ ເທົ່າກັບ 9,92% ຂອງຈຳນວນນາຍ ແລະ ພົນຕຳຫຼວດ ທັງໝົດ, ທຽບໃສ່ປີ 2021 ຫຼຸດລົງ 7 ສະຫາຍ ເທົ່າກັບ 10%.

ບັນຈຸເຂົ້າໃນຕຳແໜ່ງຂັ້ນນຳພາ ສາຍລັດ ມີ 604 ສະຫາຍ ເທົ່າກັບ 16,18%, ທຽບໃສ່ປີ 2021 ເພີ່ມຂຶ້ນ 4 ສະຫາຍ ເທົ່າກັບ 0,66%.

ຈຳນວນນາຍຕຳຫຼວດເພດຍິງ ໄປຍົກລະດັບທິດສະດີການເມືອງ ປີ 2022 ລວມທັງໝົດ 11 ສະຫາຍ ເທົ່າກັບ 10,67%, ທຽບໃສ່ປີ 2021 ເພີ່ມຂຶ້ນ 1 ສະຫາຍ ເທົ່າກັບ 10%.

ຍົກລະດັບວິຊາສະເພາະ ລວມທັງໝົດ 134 ສະຫາຍ ເທົ່າກັບ 20,97%, ທຽບໃສ່ປີ 2021 ເພີ່ມຂຶ້ນ 11 ສະຫາຍ ເທົ່າກັບ 8,20%.

ນາຍ ແລະ ພົນຕຳຫຼວດເພດຍິງ ໄດ້ຮັບການເລື່ອນຊັ້ນ ຕັ້ງແຕ່ຊັ້ນ II ຫາ ຊັ້ນພັນເອກ ໃນປີ 2022 ມີ 753 ສະຫາຍ ເທົ່າກັບ 30,01%, ທຽບໃສ່ປີ 2021 ຫຼຸດລົງ 52 ສະຫາຍ ເທົ່າກັບ 6,90%.

ໃນສົກປີ 2024-2025, ຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ວາງທິດທາງແຜນການເຄື່ອນໄຫວ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ ໄວ້ດັ່ງນີ້:

ສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ, ແຜນຍຸດທະສາດແຫ່ງຊາດ ແລະ ຄວາມສະເໝີພາບຍິງ-ຊາຍ ໃນກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະເໝີພາບທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ປະກອບສ່ວນເຮັດສຳເລັດທຸກໜ້າທີ່ວຽກງານວິຊາສະເພາະ ຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

ສືບຕໍ່ຮັບປະກັນສິດ ແລະ ການພັດທະນາຄວາມສະເໝີພາບຍິງ-ຊາຍ ໃນກຳລັງປ້ອງກັນຄວາມສະຫງົບ ເພດຍິງໄດ້ປະກອບສ່ວນເຮັດໜ້າທີ່ວຽກງານໃນທຸກຂະແໜງການ ລວມທັງຂະແໜງການວິຊາສະເພາະ ປ້ອງກັນຄວາມສະຫງົບ ແລະ ມີສ່ວນຮ່ວມໃນການຕັດສິນບັນຫາຂັ້ນຕ່າງໆຫຼາຍຂຶ້ນ.

ປະເມີນຜົນການຈັດຕັ້ງປະຕິບັດແຜນຍຸດທະສາດ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ 10 ປີ ຄັ້ງທີ II (2016-2025) ໃຫ້ສໍາເລັດ.

ຄຽງຄູ່ກັບການປັບປຸງກົງຈັກການຈັດຕັ້ງ ເພື່ອໃຫ້ສອດຄ່ອງກັບສະພາບການຈັດຕັ້ງປະຕິບັດ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແຕ່ສູນກາງຮອດທ້ອງຖິ່ນ, ຮັບປະກັນສິດ ແລະ ການພັດທະນາຄວາມສະເໝີພາບຍິງ-ຊາຍ ໃນກຳລັງປ້ອງກັນຄວາມສະຫງົບ.

ຮັບປະກັນໃຫ້ເພດຍິງ ໃນກໍາລັງປ້ອງກັນຄວາມສະຫງົບ ໄດ້ປະກອບສ່ວນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ມີສ່ວນຮ່ວມໃນການຕັດສິນບັນຫາຂັ້ນຕ່າງໆ ໃນທຸກຂົງເຂດວຽກງານຂອງກຳລັງປ້ອງກັນຄວາມສະຫງົບ.

ຮັບປະກັນຄວາມສະເໝີພາບ ໃນການປະຕິບັດສິດ ແລະ ການໄດ້ຮັບໂອກາດ ເພື່ອພັດທະນາບົດບາດຍິງ-ຊາຍ ໃນທຸກຂະແໜງການ ລວມທັງວິຊາສະເພາະ ປ້ອງກັນຄວາມສະຫງົບ.